ໃນລະຫວ່າງວັນທີ 24-25 ກັນຍາ 2026, ຄະນະນໍາ ແລະນັກສໍາມະນາກອນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເດີນທາງໄປທັດສະນະສຶກສາ ແລະແລກປ່ຽນບົດຮຽນການຊີ້ນໍາ-ນໍາພາ ຢູ່ເມືອງປາກຊັນ, ແຂວງບໍລິຄໍາໄຊ. ການເຄື່ອນໄຫວຄັ້ງນີ້ ປະຕິບັດຕາມຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການນໍາພາຂອງ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພງ ຮອງຜູ້ອຳນວຍການໃຫຍ່ ມຊ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ ພ້ອມດ້ວຍຄະນະນໍາເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ.
ຈຸດປະສົງ ໃນການໄປທັດສະນະສຶກສາຄັ້ງນີ້, ແມ່ນເພື່ອໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຖອງໃນການສົມທຽບລະຫວ່າງທິດສະດີທີ່ໄດ້ຮຽນມາ ໂດຍສົມທຽບໃສ່ພຶດຕິກຳຕົວຈິງໃນແຕ່ລະດ້ານ; ໂດຍສະເພາະແມ່ນດ້ານການເມືອງ, ເສດຖະກິດ ແລະສັງຄົມ-ວັດທະນະທຳ ເພື່ອແລກປ່ຽນບົດຮຽນ ແລະຖອດຖອນເອົາບົດຮຽນຈາກທິດສະດີ ມາໜູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດຕໍ່ໜ້າທີ່ວຽກງານຂອງຕົນ.
ໃນໂອກາດດັ່ງກ່າວ, ຄະນະນັກສໍາມະນາກອນ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງປາກຊັນ, ເຊິ່ງເປັນເມືອງເທສະບານ ແລະ ເປັນໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ. ເມືອງປາກຊັນ ມີເນື້ອທີ່ 654 ກິໂລຕາແມັດ, ປະກອບມີ 3 ຕາແສງ, 54 ບ້ານ ແລະ ປະຊາກອນ 54,184 ຄົນ. ຜ່ານການຈັດຕັ້ງປະຕິບັດ, ເມືອງສາມາດເລີ່ມກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍມາແຕ່ປີ 2024. ໃນ 6 ເດືອນຕົ້ນປີ 2026 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 11,870,095,757 ກີບ (ເທົ່າກັບ 54.64% ຂອງແຜນການປີ). ດ້ານກະສິກໍາ, ສາມາດຜະລິດເຂົ້ານາປີໄດ້ 40,092 ໂຕນ, ເຂົ້ານາແຊງ 1,368.42 ໂຕນ ແລະ ປູກພືດລະດູແລ້ງ 11,903.10 ໂຕນ, ທັງມີການຂະຫຍາຍຕົວຂອງພືດອຸດສາຫະກໍາ ເຊັ່ນ: ຢາງພາລາ ແລະ ມັນຕົ້ນ. ດ້ານການຄ້າ-ບໍລິການ, ມີຕະຫຼາດ 10 ແຫ່ງ ແລະ ຕົວເລກຈໍລະຈອນຂາຍຍ່ອຍເພີ່ມຂຶ້ນ 28.97%.
ພ້ອມດຽວກັນນີ້, ຄະນະໄດ້ເກັບກໍາຂໍ້ມູນການສ້າງເສດຖະກິດການລ້ຽງປາຈາກບ້ານປາກບຶງ ແລະໄດ້ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງບໍລິຫານດ່ານສາກົນຂົວມິດຕະພາບ 5 ເຊິ່ງເຮັດໜ້າທີ່ບໍລິຫານ, ອໍານວຍຄວາມສະດວກດ້ານການຂົນສົ່ງ ແລະ ນັກທ່ອງທ່ຽວ. ຮອດວັນທີ 18 ສິງຫາ 2026, ດ່ານດັ່ງກ່າວສາມາດຈັດເກັບລາຍຮັບພາສີໄດ້ 362.87 ຕື້ກວ່າກີບ (78.37% ຂອງແຜນປີ) ແລະ ລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟໄດ້ 337.44 ຕື້ກວ່າກີບ. ດ້ານວັດທະນະທໍາ-ການທ່ອງທ່ຽວ, ເມືອງປາກຊັນ ໄດ້ສົ່ງເສີມຜະລິດຕະພັນທ້ອງຖິ່ນ ເຊັ່ນ: ປາແດກສາມດາວ (ສິນຄ້າ ODOP) ແລະ ນໍ້າແຈ່ວນາງອ້ອຍ ບ້ານໂພສີ.
ຈາກການເຄື່ອນໄຫວຄັ້ງນີ້, ນັກສໍາມະນາກອນ ໄດ້ຖອດຖອນບົດຮຽນສໍາຄັນກ່ຽວກັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດ, ການຊຸກຍູ້ເສດຖະກິດກຸ້ມຕົນເອງ ແລະການສົ່ງເສີມຜະລິດຕະພັນທ້ອງຖິ່ນ. ພ້ອມນີ້, ໄດ້ມີຂໍ້ສະເໜີຕໍ່ແຂວງ, ເມືອງ, ຄະນະຮັບຜິດຊອບ ແລະນັກສຶກສາດ້ວຍກັນ ໃນການດັດສົມງົບປະມານ, ປັບປຸງໂຄງຮ່າງພື້ນຖານ, ສົ່ງເສີມສິນຄ້າ ODOP ແລະນໍາເອົາບົດຮຽນທິດສະດີຕິດພັນກັບພາກປະຕິບັດຕົວຈິງໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.
ໃນວັນທີ 28 ສິງຫາ 2026, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳສັກວັກຊີນໃຫ້ໝາ-ແມວ ຟຣີ ເນື່ອງໃນໂອກາດວັນວໍ້ໂລກ (World Rabies Day) ທີ່ພາກວິຊາສັດຕະວະແພດ ຄະນະກະເສດສາດ (ວິທະຍາເຂດົງໂດກ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ວັນນະພອນ ພຸດທະນາ ຫົວໜ້າຄະນະວິຊາ ຄະນະກະເສດສາດ, ມີບັນທ່ານຮອງຫົວໜ້າຄະນະວິຊາ, ຜູ້ຕາງໜ້າຈາກອົງການສາກົນ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ເຈົ້າຂອງສັດລ້ຽງ ເຂົ້າຮ່ວມ.
ຈຸດປະຂອງການຈັດກິດຈະກຳໃນຄັ້ງໜີແມ່ນເພື່ອສັກວັກຊີນໃຫ້ໝາ-ແມວ ຟຣີ ເນື່ອງໃນໂອກາດວັນວໍ້ໂລກ (World Rabies Day) ພ້ອມທັງເປັນການສ້າງຂະບວນຄໍານັບຮັບຕ້ອນການສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ, ກິດຈະກໍານີ້ ມີສັດລ້ຽງເຂົ້າຮັບວັກຊີນທັງໝົດ ຈໍານວນ 243 ໂຕ (ແມວຈໍານວນ 86 ໂຕ ແລະ ໜາ 157 ໂຕ).
ພ້ອມນັ້ນ ພາຍໃນງານຍັງມີການໃຫ້ຄວາມຮູ້ກັບເຈົ້າຂອງສັດລ້ຽງໃນການເບິ່ງແຍງສຸຂະພາບ ແລະ ວິທີການປ້ອງກັນພະຍາດວໍ້ ກິດຈະກຳນີ້ແມ່ນໄດ້ຮັບການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດໂດຍ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ອົງການສັດຕະວະແພດບໍ່ມີພົບແດນ ສ.ເກົາຫລີ ແລະ ສະໂມສອນນັກສືກສາສັດຕະວະແພດບໍ່ມີພົບແດນ ຄະນະກະເສດສາດ.
ໃນຕອນເຊົ້າ ວັນທີ 25 ກັນຍາ 2026 ຜ່ານມານີ້, ທີ່ສໍານັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີລົງນາມເຊັນສັນຍາການຮ່ວມມື(MOU)ລະຫວ່າງ ມຊ ແລະ ມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງ ສາທາລະນະລັດ. ກູບາ (UCCFD); ເຊິ່ງຝ່າຍ ມຊ ລົງນາມ ໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ແລະ ຝ່າຍມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງ ສ. ກູບາ ລົງນາມໂດຍທ່ານ ຊິວວາໂນ ເມີເຊດ ເລັນ (Mr. Silvano Merced Len), ອະທິການບໍດີ ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສ.ກູບາ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ເອນນາ ເອສທີ ວຽນ ວາລເດສ (H.E Mrs. Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ, ທ່ານ ເລໂອເນວ ກອງຊາເລສ ຊູລູເອຕາ (Mr. Leonel Gonzalez Sulueta), ທີ່ປຶກສາ ສະຖານທູດ ກູບາ, ທ່ານ ນາງ ມາເວີຣິສ ຄາຣີດາດ ສາມຽນໂຕ ເອີຣູເຕຍ (Mrs. Marveris Caridad Sarmiento Urrutia), ຜູ້ອໍານວຍການຝ່າຍພົວພັນສາກົນ ພ້ອມດ້ວຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມການກີລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ສ.ກູບາ ດ້ວຍຄວາມອົບອຸ່ນ ແລະ ຈິງໃຈ. ທ່ານໄດ້ເນັ້ນໜັກວ່າ ສປປ ລາວ ແລະ ສ. ກູບາ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພີ່ນ້ອງ ແລະ ການຮ່ວມມືທີ່ດີງາມມາໂດຍຕະຫຼອດ. ການພົບປະ ແລະ ເຊັນສັນຍາຮ່ວມມືໃນຄັ້ງນີ້ ຖືເປັນກ້າວໜຶ່ງທີ່ສໍາຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບໃຫ້ເລິກເຊິ່ງ ແລະ ປະກົດຜົນຢ່າງເປັນຮູບປະທໍາ. ພ້ອມດຽວກັນ ກໍໄດ້ຍົກໃຫ້ເຫັນວ່າ "ກີລາ ປຽບເໝືອນນັກການທູດ" ທີ່ເຊື່ອມໂຍງມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ເຊິ່ງຂອບເຂດການຮ່ວມມືທີ່ສໍາຄັນ:
• ການແລກປ່ຽນວິທະຍາສາດການກີລາ: ແລກປ່ຽນບົດຮຽນ, ຄວາມຮູ້, ເທັກໂນໂລຊີ ແລະ ນະວັດຕະກໍາ ດ້ານວິທະຍາສາດການກິລາ ແລະ ການພັດທະນາກີລາ.
• ການພັດທະນາບຸກຄະລາກອນ ແລະ ຄູພາລະສຶກສາ: ຍົກລະດັບຄວາມຮູ້-ຄວາມສາມາດຂອງຄູ-ອາຈານ, ນັກຄົ້ນຄວ້າ, ຄູຝຶກ ແລະ ນັກກີລາຢ່າງຮອບດ້ານ.
• ການສົ່ງພະນັກງານຄູອາຈານມາສອນ: ຝ່າຍກູບາຈະສົ່ງພະນັກງານຄູອາຈານ ແລະ ຜູ້ຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດ ມາຊ່ວຍສອນຢູ່ ມຊ ໃນລະດັບປະລິນຍາຕີ.
• ການແລກປ່ຽນນັກສຶກສາ ແລະ ການຄົ້ນຄວ້າ: ສົ່ງເສີມການແລກປ່ຽນນັກສຶກສາ, ຜູ້ຊ່ຽວຊານ ແລະ ການຈັດໂຄງການຄົ້ນຄວ້າວິທະຍາສາດຮ່ວມກັນໃນອະນາຄົດ.
ທ່ານ ຜູ້ອໍານວຍການໃຫຍ່ ມຊ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາຮ່ວມມືສະບັບນີ້ ຈະບໍ່ແມ່ນພຽງແຕ່ເອກະສານທາງດ້ານນິຕິກໍາເທົ່ານັ້ນ, ແຕ່ຈະເປັນບ່ອນອ້າງອີງ ແລະ ເປັນແຮງຊຸກຍູ້ ທີ່ນໍາໄປສູ່ການປະຕິບັດຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ທັງນີ້ ກໍເພື່ອຜົນປະໂຫຍດຂອງສອງສະຖາບັນ, ເພື່ອພັດທະນາຄູພາລະສຶກສາ ແລະ ຂະແໜງການກີລາຂອງລາວໃຫ້ມີຄວາມເຂັ້ມແຂງ, ພ້ອມທັງເຮັດໃຫ້ສາຍພົວພັນມິດຕະພາບ ລາວ-ກູບາ ໝັ້ນຄົງທະນົງແກ່ນ ແລະ ຍືນຍົງຕະຫຼອດໄປ.
ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26, ປີ 2022-2026) ຢ່າງສົມກຽດ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວໂອ້ລົມຂອງ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ. ເຂົ້າຮ່ວມໃນພິທີ ມີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງ, ຄະນະພັກ-ຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ຄູ-ອາຈານ, ແຂກຜູ້ມີກຽດ, ຜູ້ປົກຄອງ ແລະ ບັນດິດໃໝ່ເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ລາຍງານຜົນສໍາເລັດການຈັດຕັ້ງເຄື່ອນໄຫວການຮຽນ-ການສອນ ໃນຊຸດຮຽນ 2022-2026 ວ່າ: ມຊ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1996, ປັດຈຸບັນປະກອບມີ 5 ວິທະຍາເຂດ, 4 ຫ້ອງການ, 13 ຄະນະວິຊາ, 2 ສະຖາບັນ ແລະ ເປີດສອນທັງໝົດ 265 ຫຼັກສູດ; ໃນນັ້ນ ລະດັບປະລິນຍາເອກ 14 ຫຼັກສູດ, ປະລິນຍາໂທ 75 ຫຼັກສູດ, ປະລິນຍາຕີ 124 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 46 ຫຼັກສູດ ແລະ ອະນຸປະລິນຍາອີກ 6 ຫຼັກສູດ. ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄົນ (ຍິງ 1,788 ຄົນ), ໃນນັ້ນ ລະດັບປະລິນຍາຕີ ທັງໝົດ 3,043 ຄົນ (ຍິງ 1,598 ຄົນ), ໃນນັ້ນມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ 60 ຄົນ (ຍິງ 31 ຄົນ). ລະດັບປະລິນຍາໂທ: ທັງໝົດມີ 442 ຄົນ (ຍິງ 185 ຄົນ) ແລະ ລະດັບປະລິນຍາເອກ: ທັງໝົດມີ 7 ຄົນ (ຍິງ 5 ຄົນ).
ປັດຈຸບັນໃນ ມະຫາວິທະຍາໄລແຫ່ງຊາດ ມີບຸກຄະລາກອນຄູ-ອາຈານ ແລະ ພະນັກງານທັງໝົດ 1,383 ທ່ານ, ວຸດທິການສຶກສາ ຈົບປະລິນຍາເອກ 208 ທ່ານ, ປະລິນຍາໂທ 859 ທ່ານ, ເໜືອປະລິນຍາຕີ 2 ທ່ານ, ປະລິນຍາຕີ 282 ທ່ານ, ອະນຸປະລິນຍາ 32 ທ່ານ; ມີຕຳແໜ່ງວິຊາການ: ຂັ້ນສາດສະດາຈານ(ສຈ) 5 ທ່ານ, ຮອງສາດສະດາຈານ(ຮສ) 76 ທ່ານ, ອາຈານ 315 ທ່ານ ແລະ ຜູ້ຊ່ວຍອາຈານ 330 ທ່ານ. ນອກນັ້ນ ມີນັກສຶກສາທີ່ກໍາລັງສຶກສາຢູ່ທັງໝົດ 18,480 ຄົນ (ລວມທັງນັກສຶກສາຕ່າງປະເທດ 795 ຄົນ).
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນງານ ແລະ ຜົນສໍາເລັດຂອງ ມຊ. ທ່ານໄດ້ເນັ້ນຢໍ້າວ່າ ພັກ ແລະ ລັດຖະບານ ຍາມໃດກໍຖືເອົາ “ການສຶກສາ” ເປັນໃຈກາງ, ເປັນບູລິມະສິດ ແລະ ເປັນກຸນແຈຕັດສິນຊາຕາກຳການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ໃນສະພາບການປັດຈຸບັນ, ໂລກມີການປ່ຽນແປງຢ່າງໄວວາ ດ້ວຍການຂະຫຍາຍຕົວຂອງເທັກໂນໂລຊີ, ປັນຍາປະທິດ (AI) ແລະ ການແຂ່ງຂັນທາງດ້ານເສດຖະກິດ. ດັ່ງນັ້ນ, ການປະຕິຮູບການສຶກສາ ຕ້ອງເນັ້ນຈາກການສອນໃຫ້ຈື່ຈໍາ ໄປສູ່ການສອນໃຫ້ “ຄິດເປັນ, ເຮັດເປັນ, ສ້າງເປັນ ແລະ ຮຽນຮູ້ເປັນ”. ມະຫາວິທະຍາໄລແຫ່ງຊາດ ຕ້ອງສືບຕໍ່ຍົກລະດັບຈາກການຜະລິດຜູ້ສໍາເລັດການສຶກສາ ໄປສູ່ການຜະລິດກໍາລັງຄົນທີ່ມີຄຸນນະພາບສູງ, ໂດຍຫຼັກສູດຕ້ອງທັນສະໄໝ ແລະເຊື່ອມໂຍງກັບພາກລັດ, ພາກທຸລະກິດ, ພາກການຜະລິດ ແລະ ຕະຫຼາດແຮງງານຢ່າງແທ້ຈິງ. ຂະນະດຽວກັນທ່ານຍັງໄດ້ຝາກຂໍ້ຄິດ ແລະ ທິດທາງການປະຕິບັດຕົນ 3 ປະການ ໃຫ້ແກ່ບັນດິດໃໝ່ ຄື: 1.ຈົ່ງເປັນຜູ້ຮຽນຮູ້ຕະຫຼອດຊີວິດ: ຕ້ອງຝຶກຝົນຕົນເອງ, ຕັ້ງອົກຕັ້ງໃຈຮຽນຮູ້ສິ່ງໃໝ່ໆ, ປັບຕົວ ແລະ ພັດທະນາທັກສະຢູ່ສະເໝີ. 2.ຈົ່ງມີຄຸນສົມບັດ, ຈັນຍາບັນ ແລະ ຈິດໃຈຮັບໃຊ້ຊາດ: ມີຄວາມຊື່ສັດ, ມີລະບຽບວິໄນ, ຮັກສາວັດທະນະທຳອັນດີງາມ ແລະ ເອົາຄວາມຮູ້-ຄວາມສາມາດໄປຮັບໃຊ້ປະເທດຊາດດ້ວຍຄວາມບໍລິສຸດໃຈ ແລະ 3. ຈົ່ງມີຄວາມຝັນທີ່ຍິ່ງໃຫຍ່ ແລະ ອົດທົນເຂັ້ມແຂງ: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເຕີບໃຫຍ່ເປັນພະລັງແຮງທີ່ເຂັ້ມແຂງຂອງປະເທດຊາດ.
ພິເສດ, ທ່ານໄດ້ເນັ້ນຢໍ້າຄໍາຂວັນ 3 ຄໍາ ຄື: “ໜຶ່ງຮູ້ໃຫ້ເລິກ, ສອງເຮັດໃຫ້ເປັນ ແລະ ສາມຮັບໃຊ້ໃຫ້ເກີດຜົນ (ນໍາໃຊ້ໄດ້ຜົນ)” ເຊິ່ງເປັນພາລະກິດອັນສໍາຄັນຂອງບັນດິດຮຸ່ນໃໝ່; ການສໍາເລັດການສຶກສາຈາກມະຫາວິທະຍາໄລ ບໍ່ແມ່ນ "ຈຸດສິ້ນສຸດ" ຂອງການຮຽນຮູ້, ແຕ່ແມ່ນ "ຈຸດເລີ່ມຕົ້ນ" ຂອງການນໍາເອົາອົງຄວາມຮູ້, ທັກສະ ແລະ ປະສົບການ ໄປປະຕິບັດຕົວຈິງ ແລະ ສ້າງຜົນງານຮັບໃຊ້ປະເທດຊາດຢ່າງແທ້ຈິງ ແລະໃນໂອກາດອັນສໍາຄັນນີ້ ທ່ານ ກໍຍັງໄດ້ໃຫ້ກຽດມອບປະກາສະນີຍະບັດ ໃຫ້ແກ່ຜູ້ສໍາເລັດການສຶກສາ ພະສົງ, ມອບປະກາສະນີຍະບັດ ປະລິນຍາເອກ, ປະລິນຍາໂທ ແລະ ຜູ້ໄດ້ຮັບປະກາສະນີຍະບັດແດງ ແລະ ຜູ້ສໍາເລັດການສຶກສາ ລະດັບປະລິນຍາຕີ ແລະອະນຸປະລິນຍາ ເປັນກຽດມອບໂດຍ ທ່ານ ຮສ.ປອ ສິນທະວອນ ດາລາລົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ.
ໃນວັນທີ 23 ກັນຍາ 2026, ຢູ່ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ບັນດາທ່ານຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ບໍລິຫານງານ ຈາກ Tokai University ປະເທດຍີ່ປຸ່ນ, ເຊິ່ງນຳໂດຍ ທ່ານ Prof. Dr. Kazuhiko HAMAMOTO ຮອງອະທິການບໍດີ Tokai University ພ້ອມຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ປຶກສາຫາລືວຽກງານການຮ່ວມມືກັບ ມຊ.
ໃນການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການສົ່ງເສີມຄວາມຮ່ວມມືທາງດ້ານວິຊາການ, ໂດຍສະເພາະ ແມ່ນການຮ່ວມມືກັບ ຄະນະວິສະວະກຳສາດ (ມຊ) ໃນຂົງເຂດງານວິສະວະກຳ, ເທັກໂນໂລຊີຂໍ້ມູນຂ່າວສານ, ການວິໄຈຮ່ວມກັນ, ການພັດທະນາຫຼັກສູດການສຶກສາ ລະດັບປະລິນຍາເອກ (PhD curriculum) ຕະຫຼອດຮອດການພັດທະນາຊັບພະຍາກອນມະນຸດ.
ການຢ້ຽມຢາມ ແລະ ພົບປະປຶກສາຫາລືໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ໃນການເພີ່ມພູນຄູນສ້າງ ສາຍພົວພັນການຮ່ວມມືທາງດ້ານການສຶກສາ ແລະ ວິຊາການ ລະຫວ່າງ ມຊ ແລະ Tokai University ປະເທດຍີ່ປຸ່ນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍໂຕຍິ່ງໆຂຶ້ນໃນອນາຄົດ.
ວັນທີ 18 ກັນຍາ 2026 ທີ່ຜ່ານມາ ຢູ່ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມພົບປະ ແລະ ປຶກສາຫາລືການຮ່ວມມືທາງດ້ານອາຊີວະສຶກສາ ແລະ ເຕັກໂນໂລຊີທັນສະໄໝ ລະຫວ່າງ ມຊ ແລະ ຄະນະຜູ້ບໍລິຫານງານຈາກ Yunnan Chengchu Public Vocational Skills Training School ສປ ຈີນ, ເພື່ອຊຸກຍູ້ການພັດທະນາທັກສະອາຊີບ, ການແລກປ່ຽນນັກສຶກສາ ແລະ ການນຳໃຊ້ເຕັກໂນໂລຊີ AI ເຂົ້າໃນການສຶກສາ.
ໃຫ້ການຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ ໂດຍມີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ຫົວໜ້າຄະນະວິຊາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຫົວໜ້າຄະນະວິຊາ ຄະນະສຶກສາສາດ, ແລະ ຮອງຫົວໜ້າຫ້ອງການ ວິຊາການ ແລະ ຄຸ້ມຄອງນັກສຶກສາເຂົ້າຮ່ວມ. ຝ່າຍ Yunnan Chengchu Public Vocational Skills Training School, ສປ ຈີນ ນຳໂດຍ ທ່ານ ຢາງ ອີ້ຈຽງ (Yang Yiqiang), ຜູ້ອຳນວຍການ ທ່ານ ໝາ ລຸ່ຍ (Ma Rui), ຮອງຜູ້ອຳນວຍການ ແລະ ທ່ານ ອິນ ເຟຍ (Yin Fei), ຫົວໜ້າພະແນກຝຶກອົບຮົມ ພ້ອມດ້ວຍຄະນະ.
ໃນກອງປະຊຸມ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ໃນຫຼາຍປະເດັນສຳຄັນ ໂດຍສະເພາະການວາງແຜນການຮ່ວມມືໄລຍະຍາວ ໂຄງການ 5 ປີ ເພື່ອຍົກລະດັບທັກສະອາຊີບ ແລະ ເຕັກໂນໂລຊີໃຫ້ທັນສະໄໝ ດັ່ງນີ້: 1.ການຝຶກອົບຮົມເຕັກນິກ ແລະ ທັກສະອາຊີບທັນສະໄໝ: ເນັ້ນໃສ່ການເປີດຫຼັກສູດຝຶກອົບຮົມດ້ານການສ້ອມແປງ ແລະ ບຳລຸງຮັກສາລົດໄຟຟ້າ (EV), ການນຳໃຊ້ ແລະ ການຖ່າຍພາບດ້ວຍໂດຣນ (Drone), ເຊິ່ງເປັນເຕັກໂນໂລຊີທີ່ມີຄວາມຕ້ອງການສູງໃນຕະຫຼາດແຮງງານປະຈຸບັນ, 2. ຮູບແບບການຮຽນ-ການສອນ ແລະ ຫຼັກສູດ: ມີແຜນຈະຈັດການຝຶກອົບຮົມໃນລະດັບກາງ ແລະ ຫຼັກສູດໄລຍະສັ້ນ (Short Course) ເຊິ່ງໃຊ້ເວລາ 3 ເຖິງ 6 ເດືອນ ເພື່ອໃຫ້ສາມາດສ້າງທັກສະຕົວຈິງໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ, 3. ໂຄງການແລກປ່ຽນນັກສຶກສາ ແລະ ພາສາ: ສົ່ງເສີມການແລກປ່ຽນນັກສຶກສາໂດຍໃຫ້ນັກສຶກສາລາວໄປຮຽນພາສາຈີນ ແລະ ນັກສຶກສາຈີນມາຮຽນພາສາລາວ ເພື່ອສ້າງຖານຄວາມຮູ້ດ້ານພາສາ ແລະ ວັດທະນະທຳ ເອື້ອອຳນວຍໃຫ້ເເກ່ການຝຶກອົບຮົມເຕັກນິກວິຊາຊີບໃຫ້ມີຄວາມງ່າຍດາຍ ແລະ ເຂົ້າໃຈເລິກເຊິ່ງ, 4. ການນຳໃຊ້ AI ເຂົ້າໃນການສຶກສາ ແລະ ຊີວິດປະຈຳວັນ: ຊຸກຍູ້ການນຳໃຊ້ເຕັກໂນໂລຊີປັນຍາປະທິດ (AI) ເຂົ້າໃນການຈັດການເອກະສານ, ການຜະລິດວິດີໂອສື່ການຮຽນ-ການສອນ, ທັງສົ່ງເສີມໃຫ້ນັກສຶກສານຳໃຊ້ AI ເຂົ້າໃນຊີວິດປະຈຳວັນຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມຫຼັກການ, 5. ການປະຕິບັດຕາມລະບຽບ ແລະ ແຜນການ MOU: ທຸກກິດຈະກຳການຮ່ວມມືຈະດຳເນີນໄປຕາມກົດລະບຽບ ແລະ ຂັ້ນຕອນຂອງ ມຊຢ່າງເຂັ້ມງວດ, ໂດຍທັງສອງຝ່າຍກຳລັງເລັ່ງດຳເນີນການກະກຽມ ເພື່ອຈັດເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນໃນອະນາຄົດອັນໃກ້ນີ້.
ການພົບປະໃນຄັ້ງນີ້ ເປັນບາດກ້າວອັນສຳຄັນໃນການຂະຫຍາຍການຮ່ວມມືດ້ານອາຊີວະສຶກສາ ແລະ ເຕັກໂນໂລຊີ ລະຫວ່າງ ມຊ ແລະ ສະຖາບັນຝຶກອົບຮົມອາຊີບຈາກ ສປ ຈີນ, ໂດຍມຸ່ງເນັ້ນການພັດທະນາຊັບພະຍາກອນມະນຸດຂອງ Lao PDR ໃຫ້ມີຄວາມຮູ້, ທັກສະ ແລະ ສາມາດນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການປະຕິບັດງານຕົວຈິງ.