ໃນວັນທີ 15 ກໍລະກົດ 2026 , ຢູ່ທີ່ຫ້ອງປະຊຸມ 213 ຕຶກສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງ ໄດ້ໃຫ້ກຽດຕ້ອນຮັບການມາຢ້ຽມຢາມ ຂອງຄະນະຜູ້ແທນ ຈາກສະພາອຸດສະຫະກຳ ແລະ ການຄ້ານະຄອນສົງຊີ້ງ ສປ ຈີນ,ນຳໂດຍ ທ່ານ Gui Xiangyou ຮອງເລຂາຄະນະພັກ ພ້ອມດ້ວຍຄະນະຜູ້ແທນ ແລະ ອາຈານ.
ໃນໂອກາດນີ້, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ໄດ້ກ່າວຕ້ອນຮັບ ແລະສະແດງຄວາມຍິນດີ ຕໍ່ການມາຢ້ຽມຢາມ ຂອງຄະນະຜູ້ແທນດັ່ງກ່າວຢ່າງອົບອຸ່ນ ພ້ອມມີຄຳເຫັນບາງຕອນວ່າ: ການພົບປະໃນຄັ້ງນີ້ ເປັນນິມິດໝາຍອັນດີໃນການຮ່ວມມືສົ່ງເສີມການລົງທຶນ ແລະ ການຄ້າ, ທັງເປັນການດຶງດູດນັກລົງທຶນຈາກ ສປ. ຈີນ ເຂົ້າມາລົງທຶນຢູ່ ສປປ ລາວ ນັບມື້ນັບຫຼາຍຂຶ້ນ. ປັດຈຸບັນ, ມຊ ມີບົດບາດສຳຄັນໃນການຜະລິດນັກສຶກສາຫຼາຍພັນຄົນອອກຮັບໃຊ້ສັງຄົມໃນແຕ່ລະປີ, ພ້ອມທັງມີຄະນະຄູອາຈານທີ່ມີເຄືອຂ່າຍກວ້າງຂວາງ ທາງດ້ານວິຊາການ ແລະ ສັງຄົມ. ດັ່ງນັ້ນ, ຈຶ່ງຫວັງຢ່າງຍິ່ງວ່າ ຄະນະຜູ້ແທນສະພາອູດສາຫະກໍາ ແລະການຄ້າ ສົງຊິ້ງ ທີ່ໄດ້ມາຢ້ຽມຢາມ ມຊ ໃນຄັ້ງນີ້ ຈະຊ່ວຍເປັນຂົວຕໍ່ໃນການຊຸກຍູ້ ແລະ ສົ່ງເສີມການລົງທຶນລະຫວ່າງສອງຝ່າຍໃຫ້ເປັນຮູບປະທຳ. ພ້ອມກັນນັ້ນ, ທ່ານຮອງຜູ້ອຳນວຍການໃຫຍ່ ມຊ ຍັງໄດ້ກ່າວຄຳຂອບໃຈມາຍັງຄະນະຜູ້ແທນ ທີ່ໄດ້ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້.
ໃນຕອນທ້າຍ, ຝ່າຍຄະນະຜູ້ແທນ ສປ.ຈີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນຄວາມມຸ່ງໝັ້ນທີ່ຈະປະຕິບັດຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ຢ່າງເຄັ່ງຄັດ, ເພື່ອຮ່ວມກັນຊຸກຍູ້ການແລກປ່ຽນທາງດ້ານວິຊາການ, ການຄ້າ ແລະ ການລົງທຶນ ໃຫ້ປາກົດຜົນເປັນຈິງ ແລະ ສ້າງປະໂຫຍດຮ່ວມກັນໃນອະນາຄົດ.