Select your language

ໃນຕອນບ່າຍ ວັນທີ 14 ກໍລະກົດ 2026, ທີ່ຜ່ານມາ ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ.ປອ. ພູເພັດ ກ່ຽວພິລາວົງ, ຮອງຜູ້ອໍານວຍການໃຫຍ່ ມຊ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງຄະນະຜູ້ແທນ ມະຫາວິທະຍາໄລ Southwest Forestry University ຈາກສາທາລະນະລັດ ປະຊາຊົນຈີນ. ການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ແລະ ກໍານົດທິດທາງການຮ່ວມມືໃນຫຼາຍປະເດັນສໍາຄັນ ໂດຍສະເພາະແມ່ນການຮ່ວມມືດ້ານວຽກງານວິຊາການ; ເຊິ່ງປະກອບດ້ວຍ ການເຮັດບົດໂຄງການວິໄຈຮ່ວມກັນ, ການພັດທະນາຫຼັກສູດການສຶກສາໃນລະດັບປະລິນຍາເອກ ແລະ ການສົ່ງເສີມການແລກປ່ຽນນັກສຶກສາລະຫວ່າງສອງສະຖາບັນ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ເນັ້ນໜັກໃສ່ການຮ່ວມມືໃນຂະແໜງການສິ່ງແວດລ້ອມ ເຊິ່ງເປັນປັດໄຈທີ່ມີຄວາມສຳຄັນ ແລະ ເປັນຈຸດສຸມໃນການພັດທະນາແບບຍືນຍົງ ໂດຍອາໄສຄວາມຊ່ຽວຊານ ແລະ ບົດຮຽນຈາກ ມະຫາວິທະຍາໄລ Southwest Forestry University ເພື່ອສ້າງບຸກຄະລາກອນທີ່ມີຄຸນນະພາບ ແລະ ຮອງຮັບການພັດທະນາໃນອະນາຄົດ; ເຊິ່ງການຮ່ວມມືດັ່ງກ່າວ ຫາກປະກົດຜົນເປັນຈິງ ຖືເປັນຂີດ ໝາຍອັນດີໃນການຮັດແໜ້ນຄວາມສາຍພົວພັນທາງດ້ານວິຊາການ ແລະ ການຮ່ວມມື ສາກົນ ຂອງ ມະຫາວິທະຍາໄລແຫ່ງຊາດ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.