Select your language

ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ ໄດ້ສຳເລັດການຈັດຝຶກອົບຮົມ ໃນຫົວຂໍ້່ “ການນຳໃຊ້ AI ເຂົ້າໃນການຮຽນ-ການສອນ ແລະ ການຄົ້ນຄວ້າ ລະດັບທີ1” ໃນລະຫວ່າງວັນທີ 10-14 ສິງຫາ 2026 ໃຫ້ກັບຄູ-ອາຈານ ຂອງມະຫາວິທະຍາໄລແຫ່ງຊາດ ຈຳນວນ 40 ທ່ານ, ໂດຍການເຂົ້າຮ່ວມ ແລະ ມອບໃບຢັ້ງຢືນ ຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ທີ່ຫ້ອງຝຶກອົບຮົມສູນເຕັກໂນໂລຊີຂໍ້ມູນຂ່າວສານ. ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນຈະໄດ້ຮຽນຮູ້ການນຳໃຊ້ກັບເຄື່ອງມື AI ຕ່າງໆ ເພື່ອສ້າງສື່ການສອນໄດ້ດ້ວຍຕົນເອງ, ການນຳໃຊ້ AI ໃນການກວດ ແລະ ໃຫ້ Feedback ແກ່ນັກສຶກສາ, ສາມາດບໍລິຫານຈັດການຄະແນນໄດ້ວ່ອງໄວ ຜ່ານ Website ໄດ້ ແລະການຂຽນຄຳສັ່ງຜ່ານຂັ້ນພື້ນຖານໃນການນຳໃຊ້.