ພິທີປະກາດຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຜູ້ອຳນວຍການໃຫຍ່ ຜູ້ໃໝ່ ໄດ້ຈັດຂຶ້ນເມື່ອວັນທີ 15 ກໍລະກົດ 2026 ທີ່ສະໂມສອນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການໃຫຍ່ ມຊ, ຫົວໜ້າຄະນະວິຊາ, ຄູ-ອາຈານ ແລະ ພະນັກງານພາຍໃນ ມຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 177/ນຍ, ລົງວັນທີ 05 ມິຖຸນາ 2026 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳ ອອກພັກການ-ຮັບອຸດໜູນບໍານານ, ນາຍົກລັດຖະມົນຕີ ໄດ້ອະນຸມັດໃຫ້ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ລວມອາຍຸກະສຽນ 60 ປີ, ລວມອາຍຸການ 37 ປີ ອອກພັກການ-ຮັບອຸດໜູນບໍານານ; ຜ່ານດໍາລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 222/ນຍ, ລົງວັນທີ 07 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ມຊ ໂດຍແຕ່ງຕັ້ງ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ເປັນຜູ້ອຳນວຍການໃຫຍ່ ມຊ.
ຈາກນັ້ນ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ຂຶ້ນກ່າວສະແດງຄວາມຮູ້ສຶກ, ໂດຍທ່ານໄດ້ຫວນຄືນເສັ້ນທາງການເຮັດວຽກຕະຫຼອດໄລຍະ 41 ປີ (ນັບແຕ່ເປັນນັກສຶກສາ 4 ປີ, ເປັນຄູສອນ 7 ປີ ແລະ ເປັນຄູສອນພ້ອມທັງຜູ້ບໍລິຫານ ມຊ 30 ປີ). ທ່ານໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການ ແລະ ມີສ່ວນຮ່ວມໃນການພັດທະນາ ມຊ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ທ່ານຍັງໄດ້ຝາກຄວາມຫວັງ ແລະ ຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານຊຸດໃໝ່ ທີ່ຈະມາສືບຕໍ່ນຳພາ ມຊ ໃຫ້ກ້າວຂຶ້ນສູ່ຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
ໂອກາດດັ່ງກ່າວ, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ໃຫ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ທີ່ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການພັດທະນາການສຶກສາຊັ້ນສູງຕະຫຼອດໄລຍະການເຮັດວຽກທີ່ຜ່ານມາ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ ທ່ານຜູ້ອຳນວຍການໃຫຍ່ ມຊ ຄົນໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະນຳ, ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະ ຫັນການຄຸ້ມຄອງບໍລິຫານ ມຊ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ມີຄຸນນະພາບໃນລະດັບສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງຊາດຢ່າງແທ້ຈິງ.
ພ້ອມນັ້ນ, ທ່ານຍັງໄດ້ມີຄໍາເຫັນຊີ້ນໍາ ຄື: ບັນຫາດ້ານແນວຄິດການເມືອງ ແລະ ລະບຽບການ ຕ້ອງມີການຕັກເຕືອນບຸກຄະລາກອນ ບາງສ່ວນ ທີ່ຍັງຂາດຄວາມເປັນແບບຢ່າງ, ບໍ່ເຄົາລົບລະບຽບກາຕິກາ, ຂາດຄວາມສາມັກຄີ ແລະ ມັກແລ່ນຊັ້ນແລ່ນຕຳແໜ່ງ ແຕ່ບາດເຮັດວຽກຕົວຈິງພັດບໍ່ໄດ້ຕາມຄາດໝາຍ; ການຍົກລະດັບມາດຕະຖານການສຶກສາ ເນັ້ນໃສ່ການເພີ່ມວຸດທິການສຶກສາ (ປອ, ຮສ, ສຈ) ຂອງຄູ-ອາຈານ ໃຫ້ໄດ້ມາດຕະຖານສາກົນ ເພື່ອໃຫ້ເປັນທີ່ຍອມຮັບ ແລະ ເຊື່ອມໂຍງກັບພາກພື້ນ ໂດຍສະເພາະຢູ່ ມຊ ແລະ ມະຫາວິທະຍາໄລສ່ວນພາກ (ຈຳປາສັກ, ສະຫວັນນະເຂດ, ຫຼວງພະບາງ); ການໂຄສະນາ ແລະ ດຶງດູດນັກສຶກສາຊົມເຊີຍການເຮັດວຽກດ້ານການໂຄສະນາຜ່ານສື່ຕ່າງໆ, ພ້ອມທັງເນັ້ນການຖອດຖອນບົດຮຽນຈາກກົນໄກເກົ່າ ແລະ ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ຜູ້ຮຽນ-ຜູ້ສອນ; ການປັບປຸງການບໍລິຫານຮ່ວມກັນ ປຸກລະດົມໃຫ້ທຸກຄະນະວິຊາຫັນ "ວິກິດໃຫ້ເປັນໂອກາດ" ໂດຍການປັບປຸງທັງວຽກງານພັກ ແລະ ການບໍລິຫານຈັດການໃຫ້ຖືກຕ້ອງຕາມກົດລະບຽບ ເພື່ອລຶບລ້າງຄຳນິນທາ ແລະ ກອບກູ້ຊື່ສຽງ, ກຽດສັກສີຂອງຂົງເຂດການສຶກສາຄືນມາ ເພື່ອໃຫ້ພັກ, ລັດ ແລະ ປະຊາຊົນເກີດຄວາມເຊື່ອໝັ້ນ.