ໃນວັນທີ 17 ສິງຫາ 2026, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດປ້າຍສະມາຄົມທຶນການສຶກສາສິດເກົ່າຄູສອນພາສາຈີນສາກົນທີ່ ສ ປປ ລາວ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ຢາງ ໂຈວ ຮອງຫົວໜ້າສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ສປ ຈີນ ພ້ອມດ້ວຍຄະນະ, ມີທ່ານຫົວໜ້າສະຖາບັນຂົງຈືຝ່າຍລາວ-ຝ່າຍຈີນ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ຢາງ ໂຈວ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ມຊ ພ້ອມທັງສະແດງຄວາມຂອບໃຈມາຍັງສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແກ່ ມຊ ກໍຄືສະຖາບັນຂົງຈື ດ້ວຍດີຕະຫຼອດມາ, ການສ້າງຕັ້ງສະມາຄົມສິດເກົ່າຄູສອນພາສາຈີນສາກົນທີ ສປປ ລາວ ແມ່ນເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ສະມາຄົມດັ່ງກ່າວຈະມີບົດບາດອັນສໍາຄັນໃນການເຕົ້າໂຮມນັກສຶກສາທີ່ໄດ້ທຶນໃນຫຼັກສູດສາຂາຄູພາສາຈີນ 2+2 ກໍຄື ເປັນການຮ່ວມມືກັນລະຫວ່າງ ມຊ ຮ່ວມກັບ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ.
ໂອກາດດຽວກັນ, ທ່ານ ຢາງ ໂຈວ ຮອງຫົວໜ້າສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ສປ ຈີນ ກໍໄດ້ກ່າວມີຄຳເຫັນ ເຊິ່ງທ່ານກ່າວວ່າ: ໃນປີ 2026 ນີ້ ແມ່ນຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ລາວ-ຈີນ ແລະ ເປັນປີມິດຕະພາບລາວ-ຈີນ, ການສ້າງຕັ້ງ “ສະມາຄົມທຶນການສຶກສາສິດເກົ່າຄູພາສາຈີນສາກົນ ປະຈຳ ສປປ ລາວ” ປຽບສະເໜືອນເປັນຂົວເຊື່ອມການຕິດຕໍ່ປະສານງານທີ່ໃກ້ຊິດຍິ່ງຂຶ້ນ ລະຫວ່າງສູນການຮ່ວມມື ແລະ ແລກປ່ຽນພາສາຈີນ-ຕ່າງປະເທດ ກັບ ບັນດາມະຫາວິທະຍາໄລລາວ-ຈີນ ແລະ ພາກສ່ວນຕ່າງໆຂອງສອງປະເທດ. ສູນການຮ່ວມມື ແລະ ແລກປ່ຽນພາສາຈີນ-ຕ່າງປະເທດ ໃນຖານະເປັນອົງການວິຊາຊີບທີ່ໃຫ້ການບໍລິການແກ່ການພັດທະນາການສຶກ ສາພາສາຈີນສາກົນທົ່ວໂລກ ໄດ້ໃຫ້ການສະໜັບສະໜູນການສ້າງ ແລະ ພັດທະນາການສຶກສາພາສາຈີນໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະປະເທດ, ພ້ອມທັງຊ່ວຍເຫຼືອບັນດາປະເທດໃນການສ້າງ ແລະ ຝຶກອົບຮົມຄູສອນພາສາຈີນທ້ອງຖິ່ນ, ພ້ອມນັ້ນ ການສ້າງຕັ້ງສູນກັ່ງກ່າວນີ້ ຍັງເປັນ ສູນກາງໃຫ້ແກ່ບັນດາສິດເກົ່າໄດ້ສ້າງສາຍພົວພັນ, ແລກປ່ຽນປະສົບການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນອີກດ້ວຍ.
ຫຼັງຈາກນັ້ນ, ຕາງໜ້ານັກສຶກສາ ນາງ ສຸດາພອນ ຕັນເສລີ ສະຖາບັນຂົງຈືຜູ້ທີ່ໄດ້ຮັບທຶນ, ໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະ ແບ່ງປັນປະສົບການການເຕີບໂຕໃນການຮຽນຮູ້ຢູ່ສະຖາບັນຂົງຈື ແລະ ການໄປສຶກສາຕໍ່ຢູ່ ສປ ຈີນ ຫຼັງຈາກໄດ້ຮັບທຶນຈາກສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ ໄປສຶກສາທີ່ມະຫາວິທະຍາໄລຊົນເຜົ່າກວາງຊີ, ພ້ອມທັງສະແດງຄວາມມຸ່ງຫວັງທີ່ຈະອຸທິດຕົນໃຫ້ແກ່ວຽກງານການສຶກສາພາສາຈີນ ແລະ ສືບທອດສາຍສຳພັນມິດຕະພາບອັນດີງາມລະຫວ່າງລາວ-ຈີນ.
ໃນໂອກາດສຳຄັນດັ່ງກ່າວ, ທ່ານ ນາງ ສີພະຈັນ ສີວິໄລ ຮອງຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ຂອງມະຫາວິທະຍາໄລແຫ່ງຊາດລາວ ກໍໄດ້ຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 263/ນຍ, ລົງວັນທີ 13 ສິງຫາ 2026, ວ່າດ້ວຍການມອບໃບຍ້ອງຍໍຂັ້ນລັດຖະບານໃຫ້ແກ່ ອາຈານ ລູ້ຢ້າ, ຄູສອນພາສາຈີນທີ່ປະຈໍາການຢູ່ສະຖາບັນຂົງຈື. ທ່ານ ຮສ.ປອ. ສິນທະວອນ ດາລາວົງ ໃຫ້ກຽດມອບໃບຍ້ອງຍໍດັ່ງກ່າວ ເພື່ອຍ້ອງຍໍການອຸທິດຕົນຕະຫຼອດ 11 ປີ ໃນການສິດສອນພາສາຈີນ ແລະ ປະກອບສ່ວນຕໍ່ການກໍ່ສ້າງ-ພັດທະນາສະຖາບັນຂົງຈື ກໍຄືການສົ່ງເສີມການແລກປ່ຽນດ້ານພາສາ ແລະ ວັດທະນະທຳລາວ-ຈີນ.
ພ້ອມນັ້ນ, ອາຈານ ລູ້ຢາ ກໍໄດ້ກ່າວສະແດງຄວາມຮູ້ສຶກຕໍ່ການໄດ້ຮັບໃບຍ້ອງຍໍ ຈາກລັດຖະບານ ສປປ ລາວ ໂດຍທ່ານໄດ້ກ່າວວ່າ: ການໄດ້ຮັບການຍ້ອງຍໍຄັ້ງນີ້ ຖືເປັນຂອງຂວັນອັນລໍ້າຄ່າຢ່າງຍິ່ງໃນຊີວິດ, ປະສົບການ 11 ປີໃນການປະຕິບັດໜ້າທີ ແລະ ສິດສອນທີ່ສະຖາບັນຂົງຈື, ກໍເປັນໄລຍະເວລາອັນມີຄຸນຄ່າໃນຊີວິດເຊັ່ນດຽວກັນ. ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະນຳຂອງສູນຮ່ວມມືດ້ານພາສາ, ຄະນະນຳຂອງມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ, ຄະນະຜູ້ອຳນວຍການຝ່າຍລາວ ແລະ ຝ່າຍຈີນຂອງສະຖາບັນຂົງຈື, ພ້ອມທັງຂອບໃຈເພື່ອນຮ່ວມງານທຸກຄົນທີ່ໄດ້ຮ່ວມສູ້ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ກັນມາຕະຫຼອດ, ດ້ວຍການສະໜັບສະໜູນຢ່າງເຕັມທີ່ ແລະ ການຮ່ວມມືຈາກທຸກຝ່າຍທີ່ເຮັດໃຫ້ວຽກງານການສຶກສາພາສາຈີນໃນລາວສາມາດກ້າວໜ້າໄປຢ່າງໝັ້ນຄົງ.