Select your language

ໃນຕອນເຊົ້າ ວັນທີ 26 ມິຖຸນາ 2026ນີ້, ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງ ໄດ້ຮັບການເຂົ້າຢ້ຽມຢາມ ຄະນະນໍາຈາກ ມະຫາວິທະຍາໄລເຕັກໂນໂລຊີອາວະກາດກຸ້ຍຫຼິນ (Guilin University of Aerospace Technology - GUAT) ສາທາລະນະລັດ ປະຊາຊົນຈີນ, ນຳໂດຍ ທ່ານ ສຈ. ຈ່າງ ລີພິງ (Prof. Zhang Lieping), ຮອງອະທິການບໍດີ ມະຫາວິທະຍາໄລເຕັກໂນໂລຊີອາວະກາດກຸ້ຍຫຼິນ ພ້ອມຄະນະ. ການພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ດ້ານວິຊາການ ໃນ 2 ຫົວຂໍ້ສຳຄັນ ຄື: (1) ການສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ໃນການນຳໃຊ້ຍານພາຫະນະທາງອາກາດທີ່ບໍ່ມີຄົນຂັບ ຫຼື ໂດນ (UAVs) ເຂົ້າໃນວຽກງານການກະສິກຳ ອັດສະລິຍະ (Smart Agriculture) ພ້ອມທັງຊຸກຍູ້ການພັດທະນາວິທະຍາໄລວິສະວະກອນ ອາວະກາດ ຈີນ-ອາຊຽນ (China-ASEAN Aerospace Engineers College). (2) ປຶກສາຫາລືກ່ຽວກັບການຮ່ວມມືສ້າງ ແລະ ພັດທະນາບຸກຄະລາກອນທີ່ມີຄວາມສາມາດ (Joint talent cultivation) ລວມເຖິງການສົ່ງເສີມໂຄງການແລກປ່ຽນນັກສຶກສາລະຫວ່າງກັນ ການຢ້ຽມຢາມ ແລະ ພົບປະຄະນະນໍາ ມຊ ຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານວິຊາການ, ວິທະຍາສາດ ແລະ ເຕັກໂນໂລຊີອາວະກາດທີ່ທັນສະໄໝ, ເຊິ່ງຈະຊ່ວຍຍົກລະດັບຄຸນນະພາບການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາຊັບພະຍາກອນມະນຸດຂອງທັງສອງສະຖາບັນໃຫ້ມີຄວາມກ້າວໜ້າໃນອະນາຄົດ.