ໃນຕອນເຊົ້າ ວັນທີ 26 ມິຖຸນາ 2026ນີ້, ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງ ໄດ້ຮັບການເຂົ້າຢ້ຽມຢາມ ຄະນະນໍາຈາກ ມະຫາວິທະຍາໄລເຕັກໂນໂລຊີອາວະກາດກຸ້ຍຫຼິນ (Guilin University of Aerospace Technology - GUAT) ສາທາລະນະລັດ ປະຊາຊົນຈີນ, ນຳໂດຍ ທ່ານ ສຈ. ຈ່າງ ລີພິງ (Prof. Zhang Lieping), ຮອງອະທິການບໍດີ ມະຫາວິທະຍາໄລເຕັກໂນໂລຊີອາວະກາດກຸ້ຍຫຼິນ ພ້ອມຄະນະ.
ການພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ດ້ານວິຊາການ ໃນ 2 ຫົວຂໍ້ສຳຄັນ ຄື: (1) ການສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ໃນການນຳໃຊ້ຍານພາຫະນະທາງອາກາດທີ່ບໍ່ມີຄົນຂັບ ຫຼື ໂດນ (UAVs) ເຂົ້າໃນວຽກງານການກະສິກຳ ອັດສະລິຍະ (Smart Agriculture) ພ້ອມທັງຊຸກຍູ້ການພັດທະນາວິທະຍາໄລວິສະວະກອນ ອາວະກາດ ຈີນ-ອາຊຽນ (China-ASEAN Aerospace Engineers College). (2) ປຶກສາຫາລືກ່ຽວກັບການຮ່ວມມືສ້າງ ແລະ ພັດທະນາບຸກຄະລາກອນທີ່ມີຄວາມສາມາດ (Joint talent cultivation) ລວມເຖິງການສົ່ງເສີມໂຄງການແລກປ່ຽນນັກສຶກສາລະຫວ່າງກັນ
ການຢ້ຽມຢາມ ແລະ ພົບປະຄະນະນໍາ ມຊ ຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານວິຊາການ, ວິທະຍາສາດ ແລະ ເຕັກໂນໂລຊີອາວະກາດທີ່ທັນສະໄໝ, ເຊິ່ງຈະຊ່ວຍຍົກລະດັບຄຸນນະພາບການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາຊັບພະຍາກອນມະນຸດຂອງທັງສອງສະຖາບັນໃຫ້ມີຄວາມກ້າວໜ້າໃນອະນາຄົດ.