ໃນວັນທີ 18 ກັນຍາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານເຜີຍແຜ່ຂໍ້ມູນ (Info-Day) ຂອງໂຄງການ INNO4Tourism ເພື່ອເນັ້ນໃຫ້ເຫັນເຖິງຜົນສໍາເລັດ ແລະ ການຈັດຕັ້ງປະຕິບັດໂຄງການໃນໄລຍະ 2023–2026 ຢູ່ ມຊ. ໃນງານດັ່ງກ່າວ, ມີນັກສຶກສາ, ອາຈານ, ພະນັກງານ-ລັດຖະກອນ ແລະ ຜູ້ປະກອບການ ເຂົ້າຮ່ວມທັງໝົດ 49 ທ່ານ ຈາກ ມຊ, ຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ການບໍລິການ, ແລະ ອົງການຈັດຕັ້ງຂອງລັດ.
ຈຸດສໍາຄັນຂອງງານ:
• ແນວຄວາມຄິດການທ່ອງທ່ຽວແບບຍືນຍົ: ສະເໜີພາບລວມກ່ຽວກັບການທ່ອງທ່ຽວແບບຍືນຍົງ ແລະ ຄວາມຕ້ອງການທັກສະໃນຕະຫຼາດແຮງງານຂອງລາວ ແລະ ສາກົນ.
• 8 ລາຍວິຊາ (Non-degree course): ນໍາສະເໜີ 8 ລາຍວິຊາ ໃຫ້ນັກວິຊາການ ແລະ ນັກສຶກສາໄດ້ຍົກລະດັບທັກສະດ້ານວິຊາຊີບ ແລະ ໄດ້ຮັບຄວາມຮູ້ໃໝ່ໆ ກ່ຽວກັບການທ່ອງທ່ຽວແບບຍືນຍົງ.
• ກິດຈະກໍາໃຫ້ຄໍາປຶກສາດ້ານອາຊີບ: ສະເໜີບົດຮຽນ ແລະ ໂຄງການບໍລິການໃຫ້ຄໍາປຶກສາດ້ານອາຊີບແກ່ນັກສຶກສາ ແລະ ພະນັກງານຄູ-ອາຈານ.
• ການສ້າງສາຍພົວພັນທີ່ແໜ້ນແຟ້ນກັບຂະແໜງການອຸດສາຫະກໍາການທ່ອງທ່ຽວ: ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບຄວາມຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ພາກທຸລະກິດ, ໂດຍມີການແບ່ງປັນທັດສະນະຄວາມຄິດເຫັນ ແລະ ປະສົບການຕົວຈິງໂດຍກົງຈາກ ສະມາຄົມພະນັກງານນໍາທ່ຽວ ລາວ.
ພວກເຮົາຂໍຂອບໃຈບັນດາຄູ່ຮ່ວມມືໃນໂຄງານ ແລະ ຜູ້ເຂົ້າຮ່ວມທຸກທ່ານ ທີ່ໃຫ້ການສະໜັບສະໜູນວຽກງານການສຶກສາດ້ານການທ່ອງທ່ຽວແບບຍືນຍົງໃນລາວ!
ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: https://inno4tourism.eu/
----
INNO4Tourism Info-Day Event at National University of Laos
On 18 September 2026, NUOL successfully hosted an Info-Day event to highlight the achievements and ongoing implementation of the INNO4Tourism Project (2023–2026). The event brought together 49 key stakeholders from higher education institutions alongside tourism and hospitality businesses and government agencies.
Event highlights:
• Concept of sustainable tourism: Gave overview of sustainable tourism and skill demands in Lao labour market and beyond.
• 8 non-degree courses: Introduced to help academics and students upgrade their professional skills and gain fresh insights into sustainable tourism.
• Career counseling activities: Introduced sessions and programs on career counselling services to students and academic staff.
• Stronger industry ties: Productive discussions on university-business cooperation, featuring direct insights and real-world experience shared by the Association of Lao Tour Guides.
Thank you to all partners and participants for supporting the future of sustainable tourism education in Laos!
Website: https://inno4tourism.eu/