Select your language

ໃນວັນທີ 16 ກັນຍາ 2026 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ 205 ຕຶກສໍານັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ມີກອງປະຊຸມປຶກສາຫາລືການຮ່ວມມື ແລະ ຕ້ອນຮັບຄະນະຜູ້ແທນຈາກ ສະຖາບັນວິສະວະກຳສາດ ແລະ ເຕັກໂນໂລຊີອາຄານ (KICT) ແລະ ສະຖາບັນການສຶກສາເຕັກໂນໂລຊີການກໍ່ສ້າງ (KICTE) ແຫ່ງ ສ. ເກົາຫຼີ, ໃຫ້ການຕ້ອນຮັບຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ໂດຍ ທ່ານ ອຳເຄັງ ເພັງລາສີ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ; ທ່ານ ຮສ. ປອ. ທະນູສອນ ວົງປຣະເສີດ ຮອງຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ມຊ, ພ້ອມດ້ວຍ ພະນັກງານ-ຄູອາຈານ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າ (ODA Project) ຈາກກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຂົນສົ່ງ ແຫ່ງ ສ. ເກົາຫຼີ (MOLIT) ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ, ເຊິ່ງເປັນໂຄງການໄລຍະຍາວ 4 ປີ (2026–2030) ໂດຍມີເປົ້າໝາຍຕົ້ນຕໍສູ່ການຍົກລະດັບພື້ນຖານໂຄງລ່າງທາງຫຼວງ ແລະ ການສ້າງພັດທະນາບຸກຄະລາກອນຮຸ່ນໃໝ່ໃຫ້ມີຄວາມເຂັ້ມແຂງ. ເນື້ອໃນການປຶກສາຫາລື ແລະ ທິດທາງການຮ່ວມມື 5 ດ້ານຕົ້ນຕໍ: 1. ການພັດທະນາຫຼັກສູດ ແລະ ເຕັກນິກການຮຽນ-ການສອນ: ຮ່ວມມືກັບຄູອາຈານສອນ ຂະແໜງວິສະວະກຳຂົວທາງ ໃນການປັບປຸງ ແລະ ພັດທະນາຫຼັກສູດສະເພາະດ້ານ (Road Pavement Engineering) ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ສິ່ງໃໝ່ໆ, ເຕັກໂນໂລຊີທີ່ທັນສະໄໝ ແລະ ເຂົ້າເຖິງຄວາມຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, 2. ການຍົກລະດັບ ແລະ ຝຶກອົບຮົມບຸກຄະລາກອນ: ເນັ້ນການຝຶກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ, ຄູອາຈານ ແລະ ເຕັກນິກວິຊາການ ໂດຍຈະມີການຄັດເລືອກຄູອາຈານຫຼັກແຫຼ່ງ ເພື່ອຮ່ວມທີມພັດທະນາຫຼັກສູດກັບຊ່ຽວຊານເກົາຫຼີຢ່າງໃກ້ຊິດ, 3. ການເຮັດປຶ້ມຄູ່ມືການຮຽນ-ການສອນ: ສ້າງ ແລະ ຮຽບຮຽງປຶ້ມຄູ່ມືວິຊາການ (Training Manuals/Handbooks) ປະຈຳໂຄງການ ເພື່ອໃຊ້ເປັນເຄື່ອງມື ແລະ ບ່ອນອີງໃນການຮຽນ-ການສອນ ແລະ ການຄົ້ນຄວ້າໃນໄລຍະຍາວ, 4. ຄວາມຢືນຢົງ ແລະ ການສ້າງຜູ້ສືບທອດ: ໃຫ້ຄວາມສຳຄັນເປັນພິເສດຕໍ່ຄວາມຢືນຢົງຂອງໂຄງການ (Sustainability), ໂດຍມຸ່ງເນັ້ນໃຫ້ເກີດການຖ່າຍທອດຄວາມຮູ້ ແລະ ສ້າງຄູອາຈານຮຸ່ນສືບທອດ ທີ່ຈະສາມາດດຳເນີນການສອນ ແລະ ພັດທະນາຫຼັກສູດຕໍ່ໄປໄດ້ຢ່າງຕໍ່ເນື່ອງ ເຖິງວ່າໂຄງການຈະສິ້ນສຸດລົງ, 5. ທິດທາງການຮ່ວມມືໃນຕໍ່ໜ້າ: ທັງສອງຝ່າຍມີແຜນຈະຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳໃນມໍ່ໆນີ້ ໂດຍຜ່ານການເຊັນສົນທິສັນຍາ ຫຼື ບັນທຶກຄວາມເຂົ້າໃຈຢ່າງເປັນທາງການ (MOA – Memorandum of Agreement) ເພື່ອເປັນກອບການຮ່ວມມືໄລຍະຍາວ. ກອງປະຊຸມຕ້ອນຮັບ ແລະ ປຶກສາຫາລືໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອົບອຸ່ນ, ເລິກເຊິ່ງ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ເຊິ່ງຖືເປັນກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາດ້ານວິສະວະກຳສາດ ຂອງ ມຊ ສູ່ລະດັບສາກົນ.