Select your language

ໃນວັນທີ 18 ສິງຫາ 2026, ມະຫາວິທະຍາໄລແຫ່ງຊາດ ໄດຈັດກອງປະຊຸມແລກປ່ຽນວິຊາການຮ່ວມກັບມະມະຫາວິທະຍາໄລເຕັກໂນໂລຊີໂຕກຽວ (Tokyo University of Technology - TUT) ປະເທດຍີ່ປຸ່ນ ແລະ ມະຫາວິທະຍາໄລໄລອຸດສະຫະກໍາ ນະຄອນໂຮຈີມິນ (Industrial University of Ho Chi Minh City - IUH) ສສ ຫວຽດນາມ ເຊິ່ງມີນັກຄົ້ນຄວ້າ ແລະ ອາຈານຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 25 ທ່ານ. ກອງປະຊຸມດັ່ງກ່າວດໍາເນີນພາຍໃຕ້ຫົວຂໍ້: Engine of Innovation: How STEAM Education Drive Sustainable Growth ໂດຍການເປັນປະທ່ານຮ່ວມຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ທ່ານ ສຈ. ປອ. ເກັນຈິ ຮາລະ (Prof. Dr. Kenji Hara) ຜູ້ຮັບຜິດຊອບໂຄງການ Glocal STEAM, ມະຫາວິທະຍາໄລເຕັກໂນໂລຊີໂຕກຽວ ແລະ ທ່ານ ປອ. ຮູດູງ ໂງ (Dr. Ngo Huu Dung) ມະຫາວິທະຍາໄລໄລອຸດສະຫະກໍາ ນະຄອນໂຮຈີມິນ. ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີໃນຫົວຂໍ້ທີ່ສຳຄັນຕ່າງໆເຊັ່ນ: ບົດບາດຂອງການສຶກສາຕໍ່ການພັດທະນາເສດຖະກິດ, ການຫັນເປັນສາກົນໃນຫຼັກສູດ STEM, ການສຶກສາເສີມການສຶກສາໃນຂະແໜງ STEAM, ການຫັນເປັນດິຈິຕອນ ແລະ ທັກສະໃນອະນາຄົດ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາແລກປ່ຽນກ່ຽວກັບການສຶກສາ STEM ແລະ ທິດທາງການຮ່ວມມືໃນຕໍ່ໜ້າເພື່ອສົ່ງເສີມການສຶກສາລະຫວ່າງປະເທດ ແລະ ສ້າງນະວັດຕະກໍາໃນຂະແໜງການສຶກສາເພື່ອດຶງດູດນັກສຶກສາໃຫ້ເຂົ້າຮຽນສາຂາວິທະຍາສາດໃຫ້ຫຼາຍຂື້ນ.