ການຈັດສອບເສັງຄັດເລືອກນັກສຶກສາໃໝ່ ສາຂາຄູພາສາຈີນ ປະຈຳສົກສຶກສາ 2026-2027 ຂອງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ 2026, ໂດຍການເຂົ້າຮ່ວມ ສັງເກດການ ແລະ ຕິດຕາມຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ຮສ. ປອ. ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ, ທ່ານ ເຟີ່ງ ກວາງຫົວ ຫົວໜ້າສະຖາບັນຂົງຈື ຝ່າຍຈີນ, ພ້ອມດ້ວຍທ່ານຮອງຜູ້ອຳນວຍການໃຫຍ່ ມຊ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ສຳລັບການສອບເສັງຄັດເລືອກນັກສຶກສາຂອງສະຖາບັນຂົງຈື ໃນສົກສຶກສາ 2026-2027 ນີ້ແມ່ນໄດ້ເປີດໃຫ້ຜູ້ທີ່ມີພື້ນຖານພາສາຈີນລະດັບໜື່ງ ທີ່ສົນໃຈສະໝັກ ເລີ່ມແຕ່ 17 ກໍລະກົດ ຫາ ວັນທີ 13 ສິງຫາ 2026 ຜ່ານມາ, ສ່ວນຮູບແບບການສອບເສັງແບບອອກແບ່ງ 2 ພາກຄື: ການສອບເສັງຂຽນ ພາກເຊົ້າເລີ່ມແຕ່ເວລາ 8:30 – 10:00 ໂມງ ສອບເສັງພາສາລາວ-ວັນນະຄະດີ + ຄະນິດສາດ + ພູມິສາດ + ປະຫວັດສາດ; ເວລາ 10:30 – 12:00 ໂມງ ສອບເສັງ ພາສາຈີນ + ພາສາອັງກິດ; ການສໍາພາດ ພາກບ່າຍເລີ່ມແຕ່ເວລາ 13:30 – 16:00 ໂມງ ເຊິ່ງສຳພາດໂດຍອາຈານຈີນ.
ໃນໂອກາດນີ້, ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ ໄດ້ໃຫ້ຮູ້ວ່າ: ສະຖາບັນຂົງຈືໄດ້ມີການແຈ້ງຂ່າວ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບການສອບເສັງເຂົ້າຮຽນຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ເລີ່ມແຕ່ເດືອນກໍລະກົດເປັນຕົ້ນມາຜ່ານສື່ຕ່າງໆ ຄຽງຄູ່ກັນກັບລົງໂຄສະນາເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງສະຖາບັນຂົງຈືຢູ່ໂຮງຮຽນມັດທະຍົມສົມບູນໃນຊ່ວງຕົ້ນປີຜ່ານມາ, ໃນສົກສຶກສານີ້ ມີຜູ້ທີ່ສົນໃຈສະໝັກເຂົ້າຮຽນສອບເສັງທັງໝົດ 681 ຄົນ, ເພື່ອຄັດເລືອກເອົານັກສຶກສາຜູ້ທີໄດ້ຄະແນນ ແລະ ມີພື້ນຖານພາສາຈີນດີທີ່ສຸດຈຳນວນ 105 ຄົນ. ຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ເປັນຫຼັກສູດການຮ່ວມມື ລະຫວ່າງມະຫາວິທະຍາໄລແຫ່ງຊາດ (ລາວ) ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ (ສປ ຈີນ) ລະບົບການຮຽນ-ການສອນ 2+2, ປີ 1 ຫາ ປີ 2 ແມ່ນຮຽນຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ປີ 3 ຫາ ປີ 4 ນັກສຶກສາທີ່ເສັງຜ່ານລະດັບ HSK ໄດ້ 210 ຄະແນນຂຶ້ນໄປ ແລະ HSKK (ພາກເວົ້າ) ລະດັບກາງຂຶ້ນໄປ ຈະໄດ້ຮັບທຶນການສຶກສາ 100% ໄປຮຽນຕໍ່ຢູ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ແລະ ເມື່ອຈົບການສຶກສາຈະໄດ້ຮັບໃບປະກາດປະລິນຍາຕີ 2 ໃບ ຈາກທັງສອງມະຫາວິທະຍາໄລ.
ສຳລັບຜົນການສອບເສັງ ແມ່ນຄາດວ່າຈະປະກາດຢ່າງເປັນທາງການໃນທ້າຍເດືອນສິງຫາ 2026 ນີ້, ຫຼັງຈາກນັ້ນຈະໄດ້ເລີ່ມເປີດການຮຽນ-ການສອນໃນທ້າຍເດືອນກັນຍາ 2026. ຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ໄດ້ເລີ່ມດຳເນີນການສິດສອນມາຕັ້ງແຕ່ປີ 2021 ໂດຍໄດ້ຮັບການອະນຸມັດຈາກ ກະຊວງສຶກສາທິການ ແລະ ກິລາ, ເຊິ່ງປັດຈຸບັນໄດ້ສ້າງບຸກຄະລາກອນຈົບອອກໄປແລ້ວ 2 ຮຸ່ນ.