ໃນຕອນບ່າຍ ວັນທີ 13 ກໍລະກົດ 2026 ຜ່ານມານີ້, ຄະນະອາຈານ ຈາກມະຫາວິທະຍາໄລ ນາລັນດາ (Nalanda University) ປະເທດອິນເດຍ ນໍາໂດຍ ທ່ານ ຮສ. ດຣ. ກີ ດາວາລາ (Assoc. Prof. Dr. Kishore Dhavala), ຮອງຄະນະບໍດີ ຝ່າຍພົວພັນ ແລະ ການຮ່ວມມືສາກົນ, ຄະນະສິ່ງແວດລ້ອມ ແລະ ນິເວດສຶກສາ ທັງເປັນຫົວໜ້າສູນສຶກສາອາຊີຕາເວັນອອກສ່ຽງໃຕ້. ໄດ້ມາຢ້ຽມຢາມ ແລະ ປຶກສາຫາລືວຽກງານການຮ່ວມມືທາງດ້ານວິຊາການຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ(ມຊ). ການພົບປະດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມ 205 ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມຊ ໂດຍມີ ທ່ານ ອໍາເຄັງ ເພັງລາສີ ຮອງຫົວໜ້າຫ້ອງການ ສັງລວມ ແລະພົວພັນຕ່າງປະເທດ ມຊ, ມີຫົວໜ້າຄະນະວິຊາ ແລະ ພະນັກງານທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.
ຈຸດປະສົງການມາຢ້ຽມຢາມ ມຊ ຂອງຄະນະອາຈານ ມະຫາວິທະຍາໄລ ນາລັນດາ ປະເທດອິນເດຍ ໃນຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະແລກປ່ຽນຄໍາຄິດເຫັນກຽວກັບການຮ່ວມມືດ້ານວິຊາການເຊິ່ງກັນ ແລະກັນ, ເຊິ່ງເປັນສ່ວນໜຶ່ງຂອງການສົ່ງເສີມການຮ່ວມມືພາຍໃຕ້ເຄືອຂ່າຍມະຫາວິທະຍາໄລອາຊຽນ-ອິນເດຍ (ASEAN-India Network of Universities ຫຼື AINU) ທີ່ ມຊ ເປັນສະມາຊິກ ແລະ ມະຫາວິທະຍາໄລນາລັນດາ ເປັນຜູ້ປະສານງານຫຼັກ; ໃນນັ້ນ
ຫົວຂໍ້ການປຶກສາຫາລືທີ່ສຳຄັນ ແມ່ນການແລກປ່ຽນຄູ-ອາຈານ ແລະ ນັກສຶກສາ ລະຫວ່າງສອງສະຖາບັນ, ການສະໜອງທຶນການສຶກສາ ແລະ ໂອກາດໃນການເຂົ້າສຶກສາຕໍ່ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກສຶກສາ ແລະ ບຸກຄະລາກອນຂອງ ມຊ. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການແລກປ່ຽນອາຈານສອນໃນໄລຍະຕໍ່ໄປ (AINU-FEP), ການຮ່ວມມືກັບສູນສຶກສາອາຊີຕາເວັນອອກສ່ຽງໃຕ້ ທີ່ຫາກໍສ້າງຕັ້ງຂຶ້ນໃໝ່ ຂອງມະຫາວິທະຍາໄລນາລັນດາ, ການຮ່ວມມື ແລະ ການເຂົ້າຮ່ວມໃນການລິເລີ່ມດ້ານການສຶກສາຊັ້ນສູງ ຂອງກອງປະຊຸມສຸດຍອດອາຊຽນ-ອິນເດຍ ແລະ ເອເຊຍຕາເວັນອອກ (ASEAN-India and East Asia Summit Higher Education Initiatives) ໃນຄັ້ງຕໍ່ໄປ ທີ່ຄາດວ່າຈະຈັດຂຶ້ນຢູ່ປະເທດອິນເດຍ.
ມະຫາວິທະຍາໄລນາລັນດາ ເປັນສະຖາບັນການສຶກສາ ແລະ ວິໄຈຊັ້ນນຳລະດັບສາກົນ ທີ່ມີຄວາມສຳຄັນລະດັບຊາດ ພາຍໃຕ້ການຊີ້ນຳຂອງກະຊວງການຕ່າງປະເທດ ປະເທດອິນເດຍ ໂດຍໄດ້ຮັບການສະໜັບສະໜູນຈາກ 18 ປະເທດ ຜ່ານການລົງນາມໃນບົດບັນທຶກຄວາມເຂົ້າໃຈ. ການຢ້ຽມຢາມ ແລະ ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາ, ຮັດແໜ້ນສາຍພົວພັນ ທາງການທູດດ້ານການສຶກສາ ແລະ ເປີດໂອກາດໃຫ້ແກ່ນັກສຶກສາ ມຊ ໄດ້ເຂົ້າເຖິງແຫຼ່ງທຶນການສຶກສາ ແລະ ການຄົ້ນຄວ້າໃນລະດັບສາກົນຫຼາຍຂຶ້ນ.