Select your language

ໃນວັນທີ 9 ກໍລະກົດ 2026 ຜ່ານມາ, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ເປີດນຳໃຊ້ຫ້ອງຮຽນປະລິນຍາໂທພາສາອັງກິດ ຂຶ້ນຢ່າງເປັນທາງການ ທີ່ຕຶກສຳນັກງານຂອງຄະນະອັກສອນສາດ. ພິທີດັ່ງກ່າວເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ປອ. ນາງ ທອງມາລາ ໂພສີຄໍາ ຫົວໜ້າຄະນະວິຊາ ຄະນະອັກສອນສາດ. ໂດຍມີບັນດາທ່ານຮອງຫົວໜ້າຄະນະວິຊາ, ຫົວໜ້າພາກວິຊາ, ຫົວໜ້າພະແນກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ປອ. ນາງ ທອງມາລາ ໂພສີຄຳ ໄດ້ຂຶ້ນລາຍງານກ່ຽວກັບໂຄງການການປັບປຸງ-ສ້ອມແປງ ແລະ ຕິດຕັ້ງອຸປະກອນການຮຽນ-ການສອນ ໂດຍໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ບໍລິສັດ ລາວກຣີນດີວີລົບເມັ້ນ ຈຳກັດຜູ້ດຽວ (ໂດຍຜ່ານມະຫາວິທະຍາໄລແຫ່ງຊາດ). ໂຄງການນີ້ມີມູນຄ່າລວມທັງໝົດ 341,400,400 ກີບ (ສາມຮ້ອຍສີ່ສິບເອັດລ້ານສີ່ແສນສີ່ຮ້ອຍກີບ), ເຊິ່ງໄດ້ນຳມາປັບປຸງ-ສ້ອມແປງຫ້ອງຮຽນ ແລະ ຕິດຕັ້ງອຸປະກອນຕ່າງໆຈົນສຳເລັດ 100%. ຫ້ອງຮຽນທີ່ໄດ້ຮັບການປັບປຸງໃນຄັ້ງນີ້ມີຈຳນວນ 2 ຫ້ອງ ໂດຍແບ່ງການປັບປຸງ-ສ້ອມແປງອອກເປັນ 2 ພາກສ່ວນຄື: 1.) ການປັບປຸງສ້ອມແປງ ແລະ ປ່ຽນຖ່າຍອຸປະກອນ ປະກອບມີ: ການທາສີພາຍໃນ, ປ່ຽນລະບົບສາຍໄຟ, ດອກໄຟ LED, ໃສ່ປະຕູໃໝ່ 4 ປ່ອງ, ອະນາໄມພັດລົມເພດານເກົ່າ ແລະ ປ່ຽນພັດລົມໂຄຈອນ 2 ໜ່ວຍ, ສ້ອມແປງ ແລະ ອະນາໄມເຄື່ອງປັບອາກາດ ແລະ ໃສ່ຜ້າກັ້ງໃໝ່, 2.) ການສະໜອງອຸປະກອນ ປະກອບມີ: ໂຕະ-ຕັ່ງນັກຮຽນ ຈຳນວນ 50 ຊຸດ, ໂຕະ-ຕັ່ງຄູ 2 ຊຸດ, ເຄື່ອງສາຍໂປຣເຈັກເຕີ 2 ຊຸດ, ຄອມພິວເຕີຕັ້ງໂຕະ 2 ຊຸດ, ຕູ້ເອກະສານ 4 ໜ່ວຍ ແລະ ກະດານແກ້ວ 2 ແຜ່ນ. ອຸປະກອນທັງໝົດນີ້ຈະໄດ້ເປີດນໍາໃຊ້ ເພື່ອອຳນວຍຄວາມສະດວກເຂົ້າໃນການຮຽນ-ການສອນຂອງຄະນະອັກສອນສາດ. ພ້ອມນັ້ນ, ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ໂດຍທ່ານໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບການຊ່ວຍເຫຼືອໃນຄັ້ງນີ້ຂອງ ບໍລິສັດ ລາວກຣີນດີວີລົບເມັ້ນ ຈຳກັດຜູ້ດຽວ (ເຊິ່ງເປັນອະດີດນັກສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ) ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ. ພ້ອມທັງເນັ້ນຢໍ້າໃຫ້ຄະນະນຳ, ຄູ-ອາຈານ ຄະນະອັກສອນສາດ ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ອຸປະກອນຕ່າງໆທີ່ໄດ້ຮັບໃນຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຮັບໃຊ້ການຮຽນ-ການສອນໃຫ້ມີຄຸນນະພາບ ແລະ ຍົກລະດັບໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ. ນອກນັ້ນ, ກໍຍັງຮຽກຮ້ອງໃຫ້ເອົາໃຈໃສ່ໃນການພັດທະນາຫຼັກສູດທີ່ສັງຄົມກຳລັງໃຫ້ຄວາມສົນໃຈ ລວມເຖິງການຂະຫຍາຍຈຳນວນການຮັບນັກສຶກສາອີກດ້ວຍ.