Select your language

ໃນຕອນບ່າຍ ວັນທີ 25 ມິຖຸນາ 2026 ຜ່ານມານີ້, ທ່ານ ປອ. ຮຸນ ຊຽງເຮັງ (Dr. Siengheng Hul) ຜູ້ຊ່ວຍຮອງລັດຖະມົນຕີ ກະຊວງອຸດສາຫະກຳ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທັງເປັນປະທານຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (COSTI) ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ (ມຊ). ໂດຍ ມີທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍຄະນະບໍດີ, ຫົວໜ້າຫ້ອງການກ່ຽວຂ້ອງ ໃຫ້ໃຫ້ຕ້ອນຮັບຢ່າງອົບອຸ່ນ ທີ່ຫ້ອງຮັບແຂກສໍານັກງານຜູ້ອໍານວຍການໃຫຍ່ ມຊ. ການມາຢ້ຽມຢາມ ມຊ ຂອງຄະນະຜູ້ແທນກຳປູເຈຍໃນຄັ້ງນີ້ ແມ່ນກິດຈະກຳແລກປ່ຽນ ນອກວາລະທາງການ. ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22) ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ; ເຊິ່ງການພົບປະຄັ້ງນີ້ ທັງສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນບົດຮຽນ, ປະສົບການ ແລະ ປຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດຮ່ວມກັນໃນຕໍ່ໜ້າ. ໂດຍຄະນະຜູ້ແທນໄດ້ເນັ້ນໃສ່ 2 ຂົງເຂດວຽກງານທີ່ສຳຄັນ ຄື: ດ້ານຫຼັກສູດການສຶກສາ: ເພື່ອສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບຫຼັກສູດວິຊາການ, ໂຄງການພິເສດ ແລະ ຊອກຫາຊ່ອງທາງໃນການແລກປ່ຽນນັກສຶກສາ ພ້ອມທັງຄູ-ອາຈານ ລະຫວ່າງສອງປະເທດ. ດ້ານການຄົ້ນຄວ້າ ແລະ ຫ້ອງທົດລອງ: ເພື່ອທ່ຽວຊົມຫ້ອງທົດລອງ ແລະ ສູນຄົ້ນຄວ້າຕ່າງໆ ຂອງມະຫາວິທະຍາໄລ, ແນໃສ່ກຳນົດຂົງເຂດການຮ່ວມມືທີ່ເປັນຮູບປະທຳ ໃນການວິໄຈ ແລະ ພັດທະນາເຕັກໂນໂລຊີຮ່ວມກັນ ພາຍໃຕ້ຂອບການຮ່ວມມື ອາຊຽນ-ຄອສຕີ (ASEAN-COSTI). ການຢ້ຽມຢາມໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ສາຍພົວພັນ ແລະ ການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ວິຊາການ ລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.