ໃນວັນທີ 23 ມິຖຸນາ 2026 ຜ່ານມາ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ, ໄດ້ເຂົ້າພົບປະ ແລະຢ້ຽມຢາມ ທ່ານ FUJISAWA Masato ອະທິການບໍດີ ມະຫາວິທະຍາໄລໂກເບ (Kobe) ປະເທດຍີ່ປຸ່ນ ໂດຍມີທ່ານ TAMAKI Hisashi ຮອງອະທິການບໍດີ, ຜູ້ອຳນວຍການຫ້ອງການສົ່ງເສີມການຮ່ວມມືສາກົນ; ທ່ານ ສຈ. UCHIDA Yuichiro ຄະນະບໍດີຂອງວິທະຍາໄລການສຶກສາຮ່ວມມືສາກົນ (GSICS); ທ່ານ ສຈ. OGAWA Keiichi ຮອງຄະນະບໍດີຂອງ GSICS; ທ່ານ TOKUOKA Mami ຜູ້ຊ່ວຍສາດສະດາຈານ ໂຄງການຢູ່ GSICS; ແລະ ທ່ານ ISHII Yudai, ຜູ້ຊ່ວຍສາດສະດາຈານໂຄງການຢູ່ GSICS ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຂອງ ມະຫາວິທະຍາໄລແຫ່ງຊາດ ແລະ ການກະກຽມສະເຫຼີມສະຫຼອງວັນ ສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້. ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ສາຍພົວພັນຮ່ວມມືທີ່ມີຢ່າງມາດົນນານລະຫວ່າງສອງມະຫາວິທະຍາໄລ. ນອກນັ້ນ, ທ່ານກໍໄດ້ກ່າວຕື່ມອີກວ່າ ອະດີດນັກສຶກສາຂອງມະຫາວິທະຍາໄລໂກເບ ປະເທດຍີ່ປຸ່ນ ໄດ້ມີການປະກອບໃນຫຼາຍວຽກງານຢູ່ ສປປ ລາວ ເຊິ່ງມີຫຼາຍຄົນທີ່ເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ໄດ້ຮັບໜ້າທີ່ໃນອົງການຕ່າງໆທີ່ກ່ຽວຂ້ອງໃນຫຼາຍວຽກງານ.
ຫຼັງຈາກນັ້ນ, ທັງສອງຝ່າຍກໍແລກປ່ຽນຄວາມຄິດເຫັນກ່ຽວກັບການແລກປ່ຽນນັກສຶກສາລະຫວ່າງສອງມະຫາວິທະຍາໄລ, ໂດຍທ່ານ FUJISAWA Masato ກໍໄດ້ສະແດງຄວາມຄາດຫວັງກ່ຽວກັບການຮ່ວມມືຂອງຝ່າຍ ໃຫ້ກວ້າງຂວາງກວ່າເກົ່ານອກເໜືອຈາກ ຄະນະເສດຖະສາດ ແລະ ການບໍລິຫານທຸລະກິດ ໄປໃນຂົງເຂດຕ່າງໆເຊັ່ນ: ວິສະວະກຳ, ວິທະຍາສາດ ແລະ ກະເສດສາດ.
ໃນໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຂໍ້ມູນກ່ຽວກັບທຶນການສຶກສາ ແລະ ໂຄງການສະໜັບສະໜູນທີ່ອຳນວຍຄວາມສະດວກ ສຳລັບນັກສຶກສາຈາກລາວທີ່ກຳລັງສຶກສາຢູ່ປະເທດຍີ່ປຸ່ນ. ນອກຈາກທຶນການສຶກສາຂອງລັດຖະບານຍີ່ປຸ່ນ (MEXT) ແລ້ວ, ກໍຍັງມີໂຄງການຕ່າງໆເຊັ່ນ: ໂຄງການທຶນການສຶກສາພັດທະນາຊັບພະຍາກອນມະນຸດ (JDS) ແລະ ໂຄງການຜູ້ນຳໂລກ SDGs ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍຕໍ່ການແລກປ່ຽນຊັບພະຍາກອນມະນຸດລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ, ສຳລັບການຢ້ຽມຢາມຄັ້ງນີ້ຄາດວ່າຈະເສີມສ້າງການຮ່ວມມື ແລະ ການແລກປ່ຽນທາງວິຊາການລະຫວ່າງສອງມະຫາວິທະຍາໄລຕື່ມອີກ.
ຂໍຂອບໃຈພາບ ແລະ ຂໍ້ມູນຈາກ: https://www.kobe-u.ac.jp/en/announcement/20260625-67926/