Select your language

ໃນສົກສຶກສາທີ່ຜ່ານມາ ການຮຽນ-ການສອນພາສາລາວ ຢູ່ມະຫາວິທະຍາໄລແຫ່ງຊາດ ຖືວ່າໄດ້ຮັບຄວາມສົນໃຈຈາກນັກສຶກສາຕ່າງປະເທດຫຼາຍພໍສົມຄວນ ສຳລັບຄະນະສຶກສາສາດ ແມ່ນໄດ້ເປີດການຮຽນການສອນເປັນຄັ້ງທຳອິດໃນສົກສຶກສາ 2025-2026 ທີ່ພາກວິຊາພາສາລາວ-ວັນນະຄະດີ, ເຊິ່ງມີນັກສຶກສາທັງໝົດ 173 ຄົນ ຍິງ 61 ຄົນ ( ເປັນນັກສຶກສາທີ່ມາຈາກ ສປ ຈີນ 163 ຄົນ ຍິງ 55 ຄົນ, ເກົາຫຼີ 3 ຄົນ, ມົງໂກລີ 4 ຄົນ ຍິງ 3 ຄົນ, ຫວຽດນາມ 2 ຄົນ ຍິງ 1, ຍີ່ປຸ່ນ 1 ຄົນ ຍິງ 1 ຄົນ ແລະ ອົດສະຕຣາລີ 1 ຄົນ) ແລະ ໃນວັນທີ 15 ມິຖຸນາ 2026 ຜ່ານມາ, ພາກວິຊາພາສາລາວ-ວັນນະຄະດີ ກໍໄດ້ຈັດການສອບເສັງຈົບການກຽມພາສາລາວ ໃຫ້ແກ່ນັກສຶກສາຕ່າງປະເທດປະຈໍາສົກສຶກສາ 2025-2026 ໂດຍມີຄະນະນຳ ຄະນະສຶກສາສາດ ນຳໂດຍ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຄະນະວິຊາ ພ້ອມດ້ວຍຮອງຫົວໜ້າຄະນະວິຊາ, ຄະນະພາກວິຊາ ໄດ້ລົງຕິດຕາມ ແລະ ຮ່ວມສັງເກດການໃນການສອບເສັງຄັ້ງນີ້. ໃນໂອກາດນີ້, ທ່ານ ອຈ. ປອ. ນາງ ແຫວນທອງ ນັນທະວົງ ຮອງຫົວໜ້າພາກວິຊາຄູພາສາລາວ-ວັນນະຄະດີ ໄດ້ໃຫ້ຮູ້ວ່າ ພາກວິຊາຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ໄດ້ດຳເນີນການຮຽນການສອນໃຫ້ກັບນັກສຶກສາຕ່າງປະເທດ ປະກອບມີ 4 ວິຊາຄື: ການຟັງ, ການເວົ້າ, ການອ່ານ ແລະ ການຂຽນ, ສຳລັບການສອບເສັງຄັ້ງນີ້ ກໍອີງຕາມລາຍວິຊາທີ່ສິດສອນຄື: ການຟັງ ແລະ ການຂຽນ ແມ່ນທຸກຄົນເສັງພ້ອມກັນ (ເປັນຮູບແບບການຢາຍເຈ້ຍຄໍາຖາມໃຫ້ແຕ່ລະຄົນຕອບ), ສ່ວນການເວົ້າ ແລະການອ່ານ ແມ່ນເວົ້າ-ອ່ານເຊິ່ງໜ້າ (ຈະມີຄະນະກຳມະການຄວບຄຸມຫ້ອງສອບເສັງເກັບກຳຄະແນນ) ການສອບເສັງດຳເນີນໄປເປັນເວລາ 4 ວັນແຕ່ວັນທີ 15-18 ມິຖຸນາ. ພ້ອມນີ້, ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ ໃນສົກສຶກສາ 2026 – 2027 ທີ່ຈະມາເຖິງ ຄະນະສຶກສາສາດແມ່ນມີຄວາມພ້ອມໃນການກະກຽມແຜນການຮຽນ-ການສອນສຳລັບນັກສຶກສາຕ່າງປະເທດທີ່ຕ້ອງການຢາກມາຮຽນພາສາລາວ, ສ່ວນແຜນການຮັບນັກສຶກສາຕ່າງປະເທດແມ່ນຄືກັບສົກສຶກສາທີ່ຜ່ານມາ ໂດຍອີງຕາມແຜນການແບ່ງປັນຕົວເລກ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ທີ່ມີຄວາມສົນໃຈຢາກສອບຖາມຂໍ້ມູນເພີ່ມເຕີມແມ່ນສາມາດ ສອບຖາມໄດ້ທີ່ພາກວິຊາຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ຫຼື ຕິດຕາມຂໍ້ມູນໄດ້ທີ່ Facebook page: ຄູພາສາລາວ-ວັນນະຄະດີ ຄສສ, ມຊ