Select your language

ໃນວັນທີ 1 ກໍລະກົດ 2026 ຜ່ານມາ, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານວາງສະແດງ ແລະ ແລກປ່ຽນວັດທະນະທຳຮູບແຕ້ມ ລາວ-ຈີນ ຂຶ້ນທີ່ສະໂມສອນຂອງສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ຊົ້ງ ຊຸນເຟິງ ປະທານບໍລິຫານ ແລະ ເລຂາທິການໃຫຍ່ ສະພາສົ່ງເສີມການຄ້າ-ວັດທະນະທຳສາກົນປັກກິ່ງ ສປ ຈີນ, ທ່ານ ຫຼິວຊານຢູ ຊ່ຽວຊານຮູບແຕ້ມຈາກ ສປ. ຈີນ ພ້ອມດ້ວຍທ່ານຫົວໜ້າສະຖາບັນຂົງຈືຝ່າຍລາວ-ຝ່າຍຈີນ, ຜູ້ຕາງໜ້າຈາກກະຊວງຖະແຫຼງຂ່າວວັດທະນະທຳ, ອາຈານຈາກສະຖາບັນວິຈິດສິນແຫ່ງຊາດ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ. ໃນພິທີ, ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ໄດ້ກ່າວວ່າ: ງານວາງສະແດງ ແລະ ແລກປ່ຽນວັດທະນະທຳຮູບແຕ້ມ ລາວ-ຈີນ ໃນຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ຈະຊ່ວຍກະຕຸ້ນໃນການສືບຕໍ່-ສົ່ງເສີມ ການຮ່ວມມືດ້ານສິລະປະ, ວັດທະນະທຳ ແລະ ການສຶກສາລະຫວ່າງ ລາວ-ຈີນ ໃຫ້ມີຄວາມເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ ສອດຄ່ອງກັບເຈດຈຳນົງຮ່ວມ ຂອງຜູ້ນຳສອງປະເທດໃນການສ້າງປະຊາຄົມລາວ-ຈີນ ທີ່ມີໃນອະນາຄົດຮ່ວມກັນ, ພິເສດສຸດ ສຳລັບປີ 2026 ຍັງເປັນການສະເຫຼີມ-ສະຫຼອງສາຍພົວພັນການຮ່ວມມືມິດຕະພາບຂອງສອງຊາດ ລາວ-ຈີນ ; ຈີນ-ລາວ ຄົບຮອບ 65 ປີ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ, ກິດຈະກໍານີ້ຖືເປັນອີກໜຶ່ງກິດຈະກໍາປິ່ນອ້ອມວັນສຳຄັນດັ່ງກ່າວ. ໃນໂອກາດດຽວກັນ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວຕື່ມວ່າ: ວັດທະນະທຳ ແລະ ສິລະປະ ແມ່ນຂົວຕໍ່ອັນສຳຄັນທີ່ເຊື່ອມຫົວໃຈຂອງປະຊາຊົນທັງສອງຊາດ, ສິລະປະຮູບແຕ້ມບໍ່ພຽງແຕ່ສະທ້ອນຄວາມງາມຂອງທຳມະຊາດ ແລະ ວັດທະນະທຳເທົ່ານັ້ນ, ແຕ່ຍັງສະທ້ອນເຖິງປັນຍາ, ຈິດວິນຍານ, ຄຸນຄ່າ ແລະ ເອກະລັກຂອງແຕ່ລະຊາດ. ດັ່ງນັ້ນ, ງານວາງສະແດງສິລະປະຮູບແຕ້ມໃນມື້ນີ້ ບໍ່ພຽງແຕ່ເປັນການນຳສະເໜີຜົນງານທາງດ້ານສິລະປະເທົ່ານັ້ນ ແຕ່ເປັນການສືບສານຄວາມເປັນມິດ, ການຮຽນຮູ້ເຊິ່ງກັນ ແລະ ກັນ ແລະການເສີມສ້າງຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ອີກດ້ວຍ. ສຳລັບຜົນງານທີ່ນຳມາວາງສະແດງໃນຄັ້ງນີ້ ລ້ວນແຕ່ແມ່ນຜົນງານທີ່ສ້າງສັນໂດຍ ອາຈານຜູ້ທີ່ມີຄວາມຊ່ຽວຊານດ້ານສິລະປະຮູບແຕ້ມຈາກ ສປປ ລາວ ແລະ ສປ ຈີນ ທີ່ສະແດງໃຫ້ເຫັນເຖິງຄວາມງົດງາມ ຂອງວັດທະນະທຳ ແລະ ສື່ເຖິງວິຖີຊີວິດການເປັນຢູ່ຂອງຄົນ ແລະ ທຳມະຊາດໄດ້ຢ່າງເລິກເຊິ່ງ.