ໃນວັນທີ 04 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມ 213 ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ມີພິທີລົງນາມໃນບົດບັນທຶກຂໍ້ຕົກລົງການຮ່ວມມື (MOA) ລະຫວ່າງ ຄະນະສຶກສາສາດ ມຊ (ສປປ ລາວ) ແລະ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ ຣາຊອານາຈັກໄທ, ໃຫ້ກຽດເຂົ້າຮ່ວມໃນພິທີລົງນາມຄັ້ງນີ້ ມີ ທ່ານ ຮສ. ປອ. ອຸ່ນຫລ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ; ທ່ານ ຄຳເຟືອງ ລໍວັນໄຊ, ຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ; ທ່ານ ຜູ້ຊ່ວຍສາດສະດາຈານ ວ່າທີ ຮ້ອຍຕີ ດຣ. ກິດຕິຄຸນ ຮຸ່ງເຮືອງ, ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ ບາງກອກ ຣາຊອານາຈັກໄທ, ມີ ທ່ານ ຮສ. ປອ. ບຸນທອນ ສຸຂະວົງ, ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ, ບັນດາຮອງຫົວໜ້າຄະນະວິຊາ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ຄູອາຈານ ຈາກທັງສອງຝ່າຍເຂົ້າຮ່ວມ.
ການລົງນາມ (MOA) ຂອງທັງສອງຝ່າຍໃນຄັ້ງນີ້, ມີຈຸດປະສົງເພື່ອຈັດຕັ້ງປະຕິບັດການຮ່ວມມືທາງດ້ານວິຊາການ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ທັງສອງຝ່າຍຕ່າງກໍມີຜົນປະໂຫຍດຮ່ວມກັນ, ເຊິ່ງຝ່າຍ ຄະນະສຶກສາສາດ ມຊ ລົງນາມໂດຍ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ ແລະ ຝ່າຍຄະນະສຶກສາສາດ ມະຫາວິທະຍາໄລ ສີນະຂະລິນວິໂລດ ລົງນາມໂດຍ ທ່ານ ຜູ້ຊ່ວຍສາດສະດາຈານ ວ່າທີ ຮ້ອຍຕີ ດຣ. ກິດຕິຄຸນ ຮຸ່ງເຮືອງ, ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ. ເຊິ່ງເນື້ອໃນເອກະສານການລົງນາມການຮ່ວມມືທັງສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນໃນການພັດທະນາ ແລະ ດຳເນີນ 06 ກິດຈະກຳດັ່ງນີ້: 1) ການຄົ້ນຄວ້າ ແລະພັດທະນາຫຼັກສູດປະລິນຍາໂທ ແລະ ປະລິນຍາເອກ; 2)ການແລກປ່ຽນທຶນການສຶກສາສຳລັບຄູ-ອາຈານ ແລະ ນັກສຶກສາ; 3)ກິດຈະກຳແລກປ່ຽນນັກສຶກສາ; 4) ການແລກປ່ຽນບຸກຄະລາກອນທາງວິຊາການ; 5)ການຄົ້ນຄວ້າ ແລະ ຈັດພິມຜົນງານທາງວິຊາການຮ່ວມກັນ ແລະ 6) ການຮ່ວມມືໃນການພັດທະນາຫຼັກສູດການຮຽນ-ການສອນ.
ສູນສົ່ງເສີມວາລະສານວິທະຍາສາດ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມ ສໍາມະນາວິຊາການ ຄັ້ງທີ 1 ຂຶ້ນຢ່າງເປັນທາງການ ໃນວັນທີ 28 ກໍລະກົດ 2026 ຢູ່ທີ່ສະໂມສອນໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ; ພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອໍານວຍການໃຫຍ່ ມຊ. ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ການພັດທະນາແບບຍືນຍົງໃນ ສປປ ລາວ” ເພື່ອຮວບຮວມ ແລະ ຕີພີມຜົນງານການຄົ້ນຄວ້າທາງວິຊາການໃນວາລະສານສະບັບພິເສດ (Special Issue) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (1996-2026). ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 148 ທ່ານ, ຍິງ 48 ທ່ານ; ຈາກ 5 ພາກສ່ວນກ່ຽວຂ້ອ ປະກອບມີ: 13 ຄະນະວິຊາ ແລະ 2 ສະຖາບັນ ທີ່ຂຶ້ນກັບ ມຊ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງການເງິນ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ, ທ່ານ ພຣະ ອາຈານ ອະທິປະໄຕ ໄມຕີຈິດ, ຮອງປະທານອົງການພຣະພຸດທະສາສະໜາສໍາພັນ ປະຈໍາ ສປປ ລາວ; ທ່ານ ພັນເອກ ວິໄລ ເພັດມີໄຊ, ອະດີດຮອງອໍານວຍການໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຜູ້ຕາງໜ້າຈາກບໍລິສັດ ລາວກໍ່ສ້າງ, ຫົວໜ້າຄະນະວິຊາ, ຫົວໜ້າສະຖາບັນ, ນັກຄົ້ນຄວ້າ, ນັກສຶກສາປະລິນຍາໂທ ແລະ ປະລິນຍາເອກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີເປີດກອງປະຊຸມ, ໄດ້ມີການບັນຍາຍພິເສດໃນຫົວຂໍ້ “ບົດບາດຂອງ ມຊ ກັບການພັດທະນາເສດຖະກິດ ແລະ ສັງຄົມ ໃນໄລຍະ 30 ປີ” ພ້ອມທັງໄດ້ມີພິທີມອບໃບຢັ້ງຢືນການເປັນຮອງຫົວໜ້າບັນນາທິການ ແລະ ຄະນະບັນນາທິການ. ທັງນີ້, ເພື່ອຮັບປະກັນຄຸນນະພາບທາງວິຊາການຂອງວາລະສານສະບັບພິເສດ, ຄະນະຮັບຜິດຊອບໄດ້ກໍານົດໂຄງສ້າງບັນນາທິການ ໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮັບໜ້າທີ່ເປັນ ບັນນາທິການໃຫຍ່ (ສາຍສັງຄົມ), ທ່ານ ຮສ. ປອ. ວັນແສງ ຈຸນລະມະນີ ເປັນບັນນາທິການໃຫຍ່ (ສາຍທໍາມະຊາດ) ແລະ ທ່ານ ຜູ້ຊ່ວຍອາຈານ ປທ. ແກ້ວພູທອນ ຫາທາລົງ ເປັນ ຜູ້ຊ່ວຍຫົວໜ້າບັນນາທິການໃຫຍ່. ສໍາລັບການນໍາສະເໜີບົດຄົ້ນຄວ້າ ມີທັງໝົດ 36 ບົດຄວາມ, ໂດຍເນັ້ນໃສ່ 2 ຫົວຂໍ້ຫຍ່ອຍຫຼັກ ຄື: “ການພັດທະນາລັດວິສາຫະກິດໃນ ສປປ ລາວ ໃຫ້ເຂັ້ມແຂງ” ແລະ “ເຕັກໂນໂລຊີ ແລະ ນະວັດຕະກໍາ”. ຮູບແບບການນໍາສະເໜີໄດ້ແບ່ງອອກເປັນ 2 ສ່ວນ ຄື: ການນໍາສະເໜີເທິງເວທີ (Oral Presentation): ຈໍານວນ 11 ຫົວຂໍ້, ແບ່ງອອກເປັນ 2 Session (Session 1 ຢູ່ສະໂມສອນໃຫຍ່ ຄສບ ແລະ Session 2 ຢູ່ຫ້ອງ MR) ເຊິ່ງປະກອບດ້ວຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ການພັດທະນາວິສາຫະກິດລັດໃຫ້ເຂັ້ມແຂງ, ທັກສະຊີວິດຂອງພຣະສົງ, ຕົວແບບການພັດທະນາເສດຖະກິດຮ່ວມມື, ການບໍລິຫານຈັດການຕ່ອງໂສ້ການສະໜອງນໍ້າມັນເຊື້ອໄຟ, ການກຽມຄວາມພ້ອມຕໍ່ເຕັກໂນໂລຊີປັນຍາປະດິດ (AI) ໃນການສຶກສາ ແລະ ລະບົບຕິດຕາມກວດກາຄຸນນະພາບດິນດ້ວຍເຕັກໂນໂລຊີອອນໄລນ໌ ສໍາລັບການຄຸ້ມຄອງສິ່ງແວດລ້ອມໃນເຂດຂຸດຄົ້ນບໍ່ແຮ່. ການນໍາສະເໜີແບບໂປສເຕີ (Poster Presentation): ຈໍານວນ 25 ບົດຄວາມ, ເຊິ່ງໄດ້ຈັດສະແດງໃຫ້ຜູ້ເຂົ້າຮ່ວມໄດ້ຊົມ ແລະ ແລກປ່ຽນຄວາມຄິດເຫັນທາງວິຊາການ.
ກອງປະຊຸມສໍາມະນາວິຊາການຄັ້ງນີ້ ຖືເປັນກ້າວສໍາຄັນໃນການສົ່ງເສີມ ແລະ ຍົກລະດັບວຽກງານການຄົ້ນຄວ້າວິທະຍາສາດຂອງ ມຊ, ທັງເປັນເວທີຮວບຮວມຜົນງານທາງວິຊາການທີ່ມີຄຸນນະພາບ ເພື່ອຕີພີມໃສ່ວາລະສານສະບັບພິເສດ ຕ້ອນຮັບວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ໃຫ້ມີເນື້ອໃນອຸດົມສົມບູນ, ມີມາດຕະຖານວິຊາການລະດັບສູງ ແລະ ເປັນບາດກ້າວສໍາຄັນໃນການນໍາເອົາຜົນງານວິໄຈໄປນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງຍືນຍົງ.
ໃນວັນທີ 27 ກໍລະກົດ 2026, ທີ່ຜ່ານມາ ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ປຶກສາຫາລືວຽກງານການຮ່ວມມືດ້ານວິຊາການຂອງຄະນະຜູ້ແທນຕາງໜ້າສະຖານທູດອຽກລັງ (Embassy of Ireland) ແລະ ມະຫາວິທະຍາໄລດູບບິນ (University College Dublin - UCD),
ເນື່ອງໃນໂອກາດເດີນທາງມາຮ່ວມພິທີເປີດການຝຶກອົບຮົມ ແລະ ສົ່ງເສີມການຮ່ວມມືດ້ານວິຊາການ ພາຍໃຕ້ໂຄງການ VIBE Project. ການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນທັດສະນະ ແລະ ທິດທາງການຮ່ວມມືດ້ານວິຊາການການເຊິ່ງກັນ ແລະກັນ ເຊັ່ນ ການຄົ້ນຄວ້າວິໄຈ, ການພັດທະນາຊັບພະຍາກອນມະນຸດ. ການຢ້ຽມຢາມ ມຊ ຂອງຄະນະຜູ້ແທນດັ່ງກ່າວຄັ້ງນີ້ ຍັງໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມວິຊາການຢູ່ ມຊ ພ້ອມທັງຫາລືແຜນງານຂະຫຍາຍການຮ່ວມມື ພາຍໃຕ້ໂຄງການ VIBE Project ເຊິ່ງເປັນໂຄງການຮ່ວມມືສາມຝ່າຍ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດຫວຽດນາມ ຢູ່ຮາໂນ້ຍ (Vietnam National University - VNU), ມະຫາວິທະຍາໄລດູບບິນ (University College Dublin - UCD) ປະເທດອຽກລັງ ແລະ ມະຫາວິທະຍາໄລແຫ່ງຊາດ (National University of Laos - NUOL)..
ໂຄງການ VIBE Project ຖືເປັນກົນໄກການຮ່ວມມືສຳຄັນ ທີ່ຊ່ວຍຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ການແລກປ່ຽນຄວາມຮູ້ ແລະ ເຕັກໂນໂລຊີ ລະຫວ່າງ ສະຖາບັນການສຶກສາຊັ້ນນຳຂອງອຽກລັງ, ຫວຽດນາມ ແລະ ລາວ. ຂະນະດຽວກັນ ທັງສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜົນການປະຊຸມ ແລະ ກິດຈະກຳຝຶກອົບຮົມໃນຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານການສຶກສາໃຫ້ມີຄວາມແໜ້ນແຟ້ນ, ມີປະສິດທິພາບ ແລະ ຍືນຍົງໃນອະນາຄົດ.
ໃນວັນທີ 28 ກໍລະກົດ 2026 ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດກອງປະຊຸມຄະນະກຳມະການປະສານງານຮ່ວມ (JCC) ຄັ້ງທີ 4 ດ້ວຍການສະໜັບສະໜູນຈາກອົງການໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ເພື່ອທົບທວນຄືນຜົນງານ, ແກ້ໄຂສິ່ງທ້າທາຍ ແລະ ວາງແຜນທິດທາງໃນອະນາຄົດຂອງໂຄງການພັດທະນາຂີດຄວາມສາມາດຂອງບຸກຄະລາກອນດ້ານທຸລະກິດ ແລະ ການສ້າງເຄືອຂ່າຍຜ່ານ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ລະຫວ່າງຜູ້ທີ່ມີສ່ວນຮ່ວມ ແລະ ຄູ່ຮ່ວມງານທັງໝົດ ທີ່ສະຖາບັນດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ
ທ່ານ ນາງ ໂຄບາຢາຊິ ມິຢາໂກะ (KOBAYASHI Miyako) ຫົວໜ້າຜູ້ຕາງໜ້າ ອົງການ ໄຈກາ ປະຈຳລາວ (JICA Laos Office) ມີຜູ້ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານບັນດາໂຄງການເປົ້າໝາຍຂອງອົງການ JICA ປະກອບມີ: ໂຄງການ ທີ V ໄລຍະທີ 2 (ນັບແຕ່ເດືອນ ກັນຍາ 2022 ຫາ ເດືອນສິງຫາ 2025) ທີ່ໄດ້ຈັດຕັ້ງປະຕິບັດຈົນສຳເລັດ
ຜົນງານທີ່ພົ້ນເດັ່ນປະກອບມີ: ການຈັດຝຶກອົບຮົມທຸລະກິດ, ການແລກປ່ຽນທາງດ້ານວິຊາການ ແລະ ວັດທະນະທຳ ໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ພ້ອມທັງຂະຫຍາຍເຄືອຂ່າຍລະຫວ່າງບໍລິສັດລາວດ້ວຍກັນ ແລະ ບໍລິສັດຈາກຕ່າງປະເທດ ໂດຍສະເພາະແມ່ນປະເທດຍີ່ປຸ່ນ. ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ເພີ່ມທະວີການເປັນຄູ່ຮ່ວມງານທີ່ເຂັ້ມແຂງ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຜ່ານອົງການ JICA ເພື່ອເລັ່ງລັດການເຕີບໂຕທາງເສດຖະກິດຂອງ ສປປ ລາວ.
ໃນກອງປະຊຸມ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ LJI ໄດ້ນຳສະເໜີແຜນການ ແລະ ກອບການສະໜັບສະໜູນສຳລັບໂຄງການໃໝ່ (ໂຄງການ V ໄລຍະທີ 3: ນັບແຕ່ເດືອນ ກັນຍາ 2026 ຫາ ເດືອນ ທັນວາ 2029) ໂດຍມີແຜນການຈັດຕັ້ງປະຕິບັດຄື ໄລຍະເດືອນ ກັນຍາ 2026 ຫາ ເດືອນ ສິງຫາ 2027: ສຸມໃສ່ສ້າງເຄືອຂ່າຍທຸລະກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍບົດບາດເປັນເວທີສຳລັບການພັດທະນາເສດຖະກິດ-ສັງຄົມແບບມີສ່ວນຮ່ວມ; ຈັດຕັ້ງຫຼັກສູດ Keiei-juku ເພື່ອຈັດງານສຳມະນາ ແລະ ຝຶກອົບຮົມການບໍລິຫານທຸລະກິດແບບຍີ່ປຸ່ນໃຫ້ແກ່ພະນັກງານຄຸ້ມຄອງບໍລິຫານຂອງບໍລິສັດໃນ ສປປ ລາວ; ດຳເນີນໂຄງການແຂ່ງຂັນພັດທະນາແຜນທຸລະກິດ LJI SUSU ທີ່ເນັ້ນໃສ່ການສະໜັບສະໜູນຸທຸລະກິດເລີ່ມຕົ້ນ (Startup); ສ້າງເວທີສຳມະນາ ແລະ ກິດຈະກຳສ້າງເຄືອຂ່າຍຮ່ວມກັບບໍລິສັດຈາກປະເທດຍີ່ປຸ່ນ ແລະ ບັນດາປະເທດອາຊຽນ; ຍົກລະດັບການສຶກສາພາສາຍີ່ປຸ່ນ ແລະ ການແລກປ່ຽນວັດທະນະທຳ ດ້ວຍການສະໜັບສະໜູນຈາກ ມູນນິທິຍີ່ປຸ່ນ (JF).
ໃນໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃນຕອນທ້າຍກອງປະຊຸມ, ຄະນະປະທານ ໄດ້ມີທັດສະນະແລກປ່ຽນ ແລະ ໃຫ້ທິດຊີ້ນຳເພີ່ມເຕີມ ເພື່ອໃຫ້ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ສືບຕໍ່ປັບປຸງແກ້ໄຂ ແລະ ຍົກລະດັບການດຳເນີນງານຕ່າງໆ ໃຫ້ມີປະສິດທິພາບຍິ່ງຂຶ້ນໃນຕໍ່ໜ້າ.
ໃນວັນທີ 27 ກໍລະກົດ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີປະກາດພະນັກງານລັດຖະກອນອອກພັກການ-ຮັບອຸດໜູນບຳນານ ທີ່ຫ້ອງປະຊຸມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າຄະນະວິຊາ, ພະນັກງານ, ຄູ-ອາຈານ ທົ່ວມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມ.
ໃນພິທີ, ທ່ານ ປອ. ຊາຍຄຳ ວັນນະໄຊ ຫົວໜ້າຫ້ອງການຈັດຕັ້ງ-ຄຸ້ມຄອງພະນັກງານ ແລະ ກວດກາ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນອອກພັກການ-ຮັບອຸດໜູນບຳນານ ໃນງວດທີ 3 ປີ 2026 ຈຳນວນ 36 ທ່ານ ແລະ ຜ່ານຂໍ້ຕົກລົງການຍ້ອງຍໍຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ, ກີລາ ຕະຫຼອດໄລຍະທີ່ຜ່ານມາ.
ໂອກາດນີ້, ທ່ານ ໂພໄຊ ເທບວິໄລວົງ ອະດີດຮອງຫົວໜ້າຄະນະວິຊາ ຄະນະອັກສອນສາດ ກໍໄດ້ຕາງໜ້າໃຫ້ພະນັກງານທີ່ອອກພັກການ-ຮັບອຸດໜູນບຳນານ ຂຶ້ນກ່າວສະແດງຄວາມຮູ້ສຶກ ເຊິ່ງທ່ານກ່າວບາງຕອນວ່າ: ຕະຫຼອດໄລຍະຜ່ານມາພວກເຮົາໄດ້ສຸມທຸກເຫື່ອແຮງ ສະຕິປັນຍາ ແລະ ທຸ່ມເທ່ແຮງກາຍແຮງໃຈໃນການພັດທະນາ ມະຫາວິທະຍາໄລແຫ່ງຊາດ, ປຽບສະເໜືອນໄດ້ຮ່ວມກັນປູກຕົ້ນໄມ້ ທີ່ມີຊື່ວ່າ “ມະຫາວິທະຍາໄລແຫ່ງຊາດ” ທີ່ໄດ້ພ້ອມກັນເກັບກ່ຽວຫມາກຜົນທາງປັນຍາຢ່າງນັບບໍ່ຖ້ວນ, ຜົນສຳເລັດໃນທີ່ນີ້ ຈະເກີດຂຶ້ນບໍ່ໄດ້ຫາກຂາດການຊີ້ນຳ ນຳພາຈາກຄະນະພັກ ຄະນະນຳມະຫາວິທະຍາໄລແຫ່ງຊາດ ໃນແຕ່ລະຍຸກ ໃນແຕ່ລະສະໄຫມ ທີ່ໄວ້ວາງໃຈ ແລະ ໃຫ້ຄວາມອົບອຸ່ນແກ່ພວກຂ້າພະເຈົ້າໃນຕະຫລອດໄລຍະເວລາທີ່ຜ່ານມາ, ໃນໂອກາດນີ້ ກໍຂໍຂອບໃຈອົງການຈັດຕັ້ງ ເພື່ອນຮ່ວມງານທີ່ຢູ່ຮ່ວມທຸກຮ່ວມສຸກ ແລະ ແບ່ງເບົາພາລະຫນ້າທີ່ຕ່າງໆຮ່ວມກັນ, ພ້ອມທັງຝາກເຖິງພະນັກງານຮຸ່ນສືບທອດ ຈົງເປັນຜູ້ສືບທອດທີ່ດີ ມີຄວາມຊື່ສັດ ມີຈັນຍາບັນ ຮັກອາຊີບ ທຸ່ມເທ່ເພື່ອສ່ວນລວມ ມີຄວາມສາມັກຄີ ແລະ ເປັນແບບຢ່າງທີ່ດີໃຫ້ສັງຄົມ. ການສຶກບໍ່ພຽງແຕ່ເປັນການເຕີມເຕັມຄວາມຮູ້ໃຫ້ກັບນັກສຶກສາເທົ່ານັ້ນ ແຕ່ຍັງເປັນເບົ້າຫຼໍ່ຫຼອມຄົນໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ ເພື່ອອອກມາຮັບໃຊ້ສັງຄົມ.
ພ້ອມນັ້ນ, ໃນພິທີຍັງຮັບຟັງການໂອ້ລົມຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງທ່ານໄດ້ສະແດງຄວາມເຄົາລົບ ແລະ ຊາບຊື້ງໃນຄຸນງາມຄວາມດີ ຂອງບັນທ່ານອາຈານທີ່ອອກພັກການ-ຮັບອຸດໜູນບຳນານ ແລະ ກ່າວເນັ້ນ 3 ຄຳທີ່ມີຄວາມໝາຍຄຳຄັນຄື: 1. ຂອບໃຈ: ຕໍ່ກັບທຸກບົດບາດຂອງບັນດາທ່ານໄດ້ຮ່ວມກັນສ້າງຄຸນຄ່າ ຮ່ວມກັນປະກອບກອບສ່ວນແກ່ການພັດທະນາ ມະຫາວິທະຍາໄລແຫ່ງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເຊິ່ງໃນປີນີ້ກໍຄົບຮອບ 30 ປີ; 2. ສືບສານ: ມະຫາວິທະຍາໄລແຫ່ງຊາດ ຈະບໍ່ສາມາດກ້າວໄປຂ້າງໜ້າໄດ້ຖ້າບໍ່ຮູ້ຈັກຮັກສາ ແລະ ສືບສານຄຸນງາມຄວາມດີຈາກຄົນຮຸ່ນກ່ອນ (ບັນດາທ່ານອາຈານໃນທີ່ນີ້) ເຊິ່ງບັນດາທ່ານໄດ້ຝາກໄວ້ ບໍ່ພຽງແຕ່ເປັນຕຳແໜ່ງ ຫຼື ຜົນງານທີ່ປະກົດຢູ່ໃນເອກະສານ ແຕ່ຍັງເປັນຈິດວິນຍານຂອງຄວາມເປັນຄູ, ຈັນຍາບັນວິຊາຊີບ, ຄວາມຮັກແພງສາມັກຄີ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບສານຕໍ່; 3. ສົ່ງຕໍ່: ການບຳນານບໍ່ແມ່ນຈຸດຈົບແຕ່ແມ່ນຈຸດປ່ຽນຜ່ານຈາກຄົນຮຸ່ນໜື່ງໄປສູ່ຄົນຮຸ່ນໜື່ງ, ທີ່ໄດ້ສົ່ງຕໍ່ຄວາມຮູ້, ສົ່ງຕໍ່ອຸດົມການ ແລະ ສົ່ງຕໍ່ຈິດໃຈຮັກອາຊີບ ເຊິ່ງການສົ່ງຕໍ່ບໍ່ແມ່ນພຽງແຕ່ໜ້າທີ່ແຕ່ເປັນການສົ່ງຕໍ່ຄວາມຝັນ, ວິໄສທັດ, ອຸດົມການໃນການສ້າງຄົນ, ສ້າງຄວາມຮູ້ ແລະ ຮັບໃຊ້ສັງຄົມ.
ໃນລະຫວ່າງວັນທີ 21-23 ກໍລະກົດ 2026 ນີ້, ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມຝຶກອົບຮົມ “ວິທີການນຳໃຊ້ລະບົບຖານຂໍ້ມູນ ວຽກງານພົວພັນຕ່າງປະເທດ ເພື່ອຫັນເປັນທັນສະໄໝ” ຂຶ້ນຢ່າງເປັນທາງການ ທີ່ ຫ້ອງປະຊຸມ ຣີສອດ ນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໂດຍການເປັນປະທານ ຂອງ ທ່ານ ອຈ. ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມຊ; ໂດຍມີບັນດາຫົວໜ້າຄະນະວິຊາ, ຫົວໜ້າສະຖາບັນ, ຫົວໜ້າຫ້ອງການ, ຫໍສະໝຸດ, ສູນ ພ້ອມດ້ວຍພະນັກງານທີ່ຮັບຜິດຊອບວຽກງານພົວພັນສາກົນ ຂອງແຕ່ລະຄະນະວິຊາເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ບຸນຊ່ວງ ປັນຍາທອງ, ຕາງໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ ໄດ້ນຳສະເໜີ "ໂຄງການຫັນເປັນທັນສະໄໝ ວຽກງານການພົວພັນຕ່າງປະເທດ", ເຊິ່ງເນັ້ນໃສ່ການພັດທະນາລະບົບ ຂໍອະນຸມັດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ມຊ ເພື່ອໄປເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງປະເທດ.ເຊິ່ງລະບົບຖານຂໍ້ມູນດັ່ງກ່າວ ແມ່ນໄດ້ຮັບການພັດທະນາຂຶ້ນໂດຍ ສູນເທັກໂນໂລຊີ-ຂໍ້ມູນຂ່າວສານ(IT) ມຊ ເພື່ອທົດແທນການດຳເນີນເອກະສານໃນຮູບແບບເຈ້ຍ (Paper-based). ໃນໂອກາດດັ່ງກ່າວ, ທ່ານ ອຈ. ອາພິສິດ ເທບພະວົງສາ ໄດ້ໃຫ້ນຳສະເໜີ ແລະ ສາທິດວິທີການນຳໃຊ້ໂປຣແກຣມລະບົບຖານຂໍ້ມູນຢ່າງລະອຽດ ເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໃນແຕ່ລະຄະນະວິຊາ ແລະ ພາກສ່ວນຢ່າງມີປະສິດທິພາບ ໃນອະນາຄົດ; ຊຶ່ງປັດຈຸບັນ ມຊ ມີການຮ່ວມມືກັບສາກົນຢ່າງກວ້າງຂວາງ ໂດຍມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເດີນທາງໄປປະຕິບັດວຽກງານ, ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ແລກປ່ຽນກິດຈະກຳ ແລະ ທັດສະນະສຶກສາຢູ່ຕ່າງປະເທດ ຫຼາຍກວ່າ 300 ເທື່ອຄົນຕໍ່ປີ (ສະເລ່ຍ 25 ເທື່ອຄົນຕໍ່ເດືອນ). ເນື່ອງຈາກໃນໄລຍະຜ່ານມາ ການດຳເນີນເອກະສານແມ່ນອີງໃສ່ຮູບແບບເຈ້ຍ (Paper-based) ເປັນຫຼັກ ເຊິ່ງຕ້ອງຜ່ານຫຼາຍຂັ້ນຕອນ, ໃຊ້ເວລາດົນ, ຜູ້ຍື່ນຄຳຮ້ອງຕິດຕາມສະຖານະເອກະສານໄດ້ຍາກ ແລະ ການເກັບກຳສະຖິຕິຍັງມີຄວາມຊັກຊ້າ, ມຊ ຈຶ່ງໄດ້ພັດທະນາລະບົບອອນລາຍ (E-Approval) ຜ່ານ ເວັບແອັບພລິເຄຊັນ (Web Application) ຂຶ້ນມາທົດແທນ.
ລະບົບໃໝ່ທີ່ນຳມາຝຶກອົບຮົມໃນຄັ້ງນີ້ ມີຂັ້ນຕອນການເຮັດວຽກ 4 ຂັ້ນຕອນຫຼັກ ດັ່ງນີ້:
1. ການຍື່ນຄຳຮ້ອງ (Submission): ຜູ້ຍື່ນຄຳຮ້ອງ (ພະນັກງານ ຫຼື ນັກສຶກສາ) ລັອກອິນເຂົ້າລະບົບ, ກອກຂໍ້ມູນສ່ວນຕົວ, ຈຸດປະສົງ, ປະເທດທີ່ຈະໄປ, ໄລຍະເວລາ ພ້ອມອັບໂຫຼດເອກະສານຄັດຕິດ.
2. ການກວດສອບ ແລະ ອະນຸມັດຂັ້ນຄະນະ (Faculty Review): ຫົວໜ້າພາກວິຊາ ຫຼື ຄະນະວິຊາ/ສະຖາບັນ ກວດສອບ ແລະ ກົດອະນຸມັດຜ່ານລະບົບອອນລາຍ.
3. ການກັ່ນຕອງ (International Relations Review): ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ກວດສອບຄວາມຖືກຕ້ອງ ແລ້ວນຳສະເໜີຕໍ່ຄະນະນຳ ມຊ.
4. ການອະນຸມັດຂັ້ນສຸດທ້າຍ (Final Approval): ຄະນະນຳ ມຊ ພິຈາລະນາອະນຸມັດ, ຈາກນັ້ນລະບົບຈະອອກເອກະສານ ແລະ ແຈ້ງເຕືອນຜົນກັບຄືນຫາຜູ້ຍື່ນຄຳຮ້ອງທາງອີເມວໂດຍອັດໂຕໂນມັດ.
ການຫັນມາໃຊ້ລະບົບ E-Approval ດັ່ງກ່າວ ຈະຊ່ວຍຫຼຸດຜ່ອນໄລຍະເວລາໃນການດຳເນີນເອກະສານ, ປະຢັດງົບປະມານ, ເພີ່ມຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ສ້າງຖານຂໍ້ມູນ (Database) ທີ່ປອດໄພ ແບບ Real-time ເພື່ອກາຍເປັນບ່ອນອີງໃນການວາງແຜນພັດທະນາບຸກຄະລາກອນ ແລະ ຊຸກຍູ້ໃຫ້ ມຊ ກ້າວສູ່ການເປັນມະຫາວິທະຍາໄລດິຈິທັອບ (Digital University) ຢ່າງແທ້ຈິງ. ໃນຕອນທ້າຍຂອງກອງປະຊຸມ, ທ່ານ ອຈ. ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມຊ, ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ພ້ອມທັງຜູ້ເຂົ້າຮ່ວມທຸກທ່ານ ທີ່ໄດ້ເອົາໃຈໃສ່ ແລະໃຫ້ຄວາມສຳຄັນໃນການພັດທະນາ ແລະ ຫັນວຽກງານບໍລິຫານເອກະສານ ພົວພັນຕ່າງປະເທດໃຫ້ເປັນທັນສະໄໝ ເພື່ອເພີ່ມປະສິດທິພາບໃນການປະຕິບັດງານຂອງ ຂອງ ມຊ ໃຫ້ມີຄວາມວ່ອງໄວ, ກວດສອບໄດ້ ແລະ ທັນກັບສະພາບການໃນຍຸກດິຈິທັອບ.