Select your language

ໃນວັນທີ 27 ກໍລະກົດ 2026, ທີ່ຜ່ານມາ ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ປຶກສາຫາລືວຽກງານການຮ່ວມມືດ້ານວິຊາການຂອງຄະນະຜູ້ແທນຕາງໜ້າສະຖານທູດອຽກລັງ (Embassy of Ireland) ແລະ ມະຫາວິທະຍາໄລດູບບິນ (University College Dublin - UCD), ເນື່ອງໃນໂອກາດເດີນທາງມາຮ່ວມພິທີເປີດການຝຶກອົບຮົມ ແລະ ສົ່ງເສີມການຮ່ວມມືດ້ານວິຊາການ ພາຍໃຕ້ໂຄງການ VIBE Project. ການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນທັດສະນະ ແລະ ທິດທາງການຮ່ວມມືດ້ານວິຊາການການເຊິ່ງກັນ ແລະກັນ ເຊັ່ນ ການຄົ້ນຄວ້າວິໄຈ, ການພັດທະນາຊັບພະຍາກອນມະນຸດ. ການຢ້ຽມຢາມ ມຊ ຂອງຄະນະຜູ້ແທນດັ່ງກ່າວຄັ້ງນີ້ ຍັງໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມວິຊາການຢູ່ ມຊ ພ້ອມທັງຫາລືແຜນງານຂະຫຍາຍການຮ່ວມມື ພາຍໃຕ້ໂຄງການ VIBE Project ເຊິ່ງເປັນໂຄງການຮ່ວມມືສາມຝ່າຍ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດຫວຽດນາມ ຢູ່ຮາໂນ້ຍ (Vietnam National University - VNU), ມະຫາວິທະຍາໄລດູບບິນ (University College Dublin - UCD) ປະເທດອຽກລັງ ແລະ ມະຫາວິທະຍາໄລແຫ່ງຊາດ (National University of Laos - NUOL).. ໂຄງການ VIBE Project ຖືເປັນກົນໄກການຮ່ວມມືສຳຄັນ ທີ່ຊ່ວຍຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ການແລກປ່ຽນຄວາມຮູ້ ແລະ ເຕັກໂນໂລຊີ ລະຫວ່າງ ສະຖາບັນການສຶກສາຊັ້ນນຳຂອງອຽກລັງ, ຫວຽດນາມ ແລະ ລາວ. ຂະນະດຽວກັນ ທັງສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜົນການປະຊຸມ ແລະ ກິດຈະກຳຝຶກອົບຮົມໃນຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານການສຶກສາໃຫ້ມີຄວາມແໜ້ນແຟ້ນ, ມີປະສິດທິພາບ ແລະ ຍືນຍົງໃນອະນາຄົດ.