Select your language

ໃນຕອນເຊົ້າວັນທີ 8 ກັນຍາ 2023  ອົງການ HAPPY PEOPLE ໄດ້ນໍາເອົາຄອມພິວເຕີ ພ້ອມອຸປະກອນຮັບໃຊ້ ໄປມອບໃຫ້ແກ່ ໂຮງ​ຮຽນ​ພອນ​ສະ​ຫວັນ ແລະ ຊົນ​ເຜົ່າ ກຽມ​ມະ​ຫາ​ວິ​ທະ​ຍາ​ໄລ ມະຫາວິທະຍາໄລແຫ່ງຊາດ, ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ; ເຊິ່ງມອບໂດຍ ທ່ານ ອີຊິຄວງ ຜູ້ອຳນວຍການ HAPPY PEOPLE ແລະ ຮັບໂດຍ ທ່ານ ຮສ.ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ; ມີບັນດາຮອງອໍານວຍການ, ຫົວໜ້າໜ່ວຍງານ, ພະນັກງານ, ຄູ-ອາຈານ ແລະຜູ້ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ຄອມພິວເຕີ ທີ່​ອົງ​ການ HAPPY PEOPLE ປະຈຳ ສ. ເກົາຫຼີ, ມອບໃຫ້ແກ່ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລຄັ້ງນີ້ ມີຈຳນວນ 30 ຊຸດ ລວມມູນຄ່າ 50.000 ໂດ​ລາ​ສະ​ຫະ​ລັດ. ທ່ານ ຮສ.ປອ ຄໍາພຸດ ພົມມະສອນ ໄດ້ອ້າງອີງການໃຫ້ຂໍ້ມູນ ຈາກທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ​ສ​ປ​ປ ​ລາວ ປະ​ຈຳ ສ. ເກົາ​ຫຼີ ວ່າ : ໂຄງ​ການ​ດັ່ງ​ກ່າວ​ເປັນ​ອົງ​ການ​ໜ​ຶ່ງ​ທີ່​ໄດ້​ຈົດ​ທະ​ບຽນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ດຳ​ເນີນ​ທຸ​ລະ​ກິດ​ຕັ້ງ​ແຕ່​ປ​ີ 2017 ເປັນ​ຕົ້ນ​ມາ ແລະ ໄດ້​ເສຍ​ພາ​ສີ​ອາ​ກອນ​ຖືກ​ຕ້ອງ​ຕາມ​​ລະ​ບຽບ ແລະ ກົດ​ໝາຍຂອງ ​ສ.ເກົາຫຼີ  ໃນ​ປັດ​ຈຸ​ບັນ ​ສ​ຳ​ນັກ​ງານ​ຕັ້ງ​ຢູ່ 215-1 Guro – gu, Seoul, Republic of Korea, ເຊິ່ງ​ເປັນ​ອົງ​ການ​ໜຶ່ງ​ທີ່​ດຳ​ເນີນ​ກິດ​ຈະ​ການ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ສຶກ​ສາ, ພັດ​ທະ​ນາ​ຊຸມ​ຊົນ ຢູ່​ປະ​ເທດ ສ. ເກົາ​ຫຼີ. ໃນ​ໄລ​ຍະ​ຜ່ານ​ມາ​ ອົງ​ການ​ເຄີຍ​ດຳ​ເນີນ​ກິດ​ຈະ​​ກຳ​ຊ່ວຍ​ເຫຼືອ​ປະ​ເທດ​ຕ່າງໆ​ເຊັ່ນ : ຫວຽດ​ນາມ, ກຳ​ປູ​ເຈຍ, ຟິ​ລິ​ປິນ, ມຽນ​ມາ, ອິນ​ໂດ​ເນ​ເຊຍ ແລະ ເຄນ​ຍາ; ການລົງມາປຶກສາຫາລືຂອງທີມງານດັ່ງກ່າວ ທາງຄະນະນໍາພວກເຮົາເຫັນວ່າການ​ຊ່ວຍ​ເຫຼືອຄັ້ງນີ້ມີຄຸນປະໂຫຍດຫຼາຍຕໍ່ການຮຽນ-ການສອນ ກໍຄື ພັດທະນາຄວາມຮູ້ດ້ານຄອມພິວເຕີໃຫ້ແກ່ນັກຮຽນໃນ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ມຊ ແລະ ນັກ ຮຽນຈາກໂຮງຮຽນອ້ອມຂ້າງສາມາດມານໍາໃຊ້ຮ່ວມກັນໄດ້ ເພື່ອ​ພັດ​ທະ​ນາ​ການ​ສຶກ​ສາໃນ ສ​ປ​ປ​ ລາວ ໃຫ້​ມີ​ການ​ພັດ​ທະ​ນາກ້າວໄປ​ສູ່​ລະ​ດັບ​ສາ​ກົນ.

ພາບບັນຍາກາດ