Select your language

ກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງ ທ່ານຊາບວ່າ: International Isalamic University ປະເທດມາເລເຊຍໄດ້ແຈ້ງທຶນການສຶກສາສຳລັບສົກປີ 2013-2014 ໃຫ້ແກ່ ສ.ປ.ປ.ລາວ ໃນຫົວຂໍ້ PROMOTION OF HARUN M. HASHIM LAW CENTRE POSTGRADUATE PROGRAMMES , ກົມກິດຈະການນັກສຶກສາຈິ່ງຂໍສະເໜີໃຫ້ທ່ານຄັດເລືອກເອົາພະນັກງານທີ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງທ່ານເຂົ້າສະໝັກຊິງທຶນການສຶກສາ International Isalamic University Malaysia.

 

ສ່ວນລາຍລະອຽດວິຊາຮຽນແມ່ນໃຫ້ເບິ່ງເງື່ອນໄຂຂອງທຶນລະອຽດທາງ Internet

  • ວິທີສະໝັກ: ແບບຟອມສະໝັກ ແລະ ໃບແນະນຳຕ່າງໆ ກ່ຽວກັບການສະໝັກເອົາທຶນໃຫ້ເຂົ້າໂຫຼດເອົາແບບຟອມທີ່ www.llum.edu.my/hmnlaw center ໃຫ້ສົ່ງເອກະສານສະໝັກທາງອອນລາຍ, fax or email ດ້ວຍຕົວເອງ ( ເຖິງຈະກາຍກຳນົດກໍ່ສະໝັກໄດ້ )

ຫຼັງຈາກສະໝັກແລ້ວຕ້ອງສົ່ງລາຍຊື່ຜູ້ສະໝັກສຳລັບພະນັກງານລັດໃຫ້ສົ່ງທີ່ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ ທາງຫຼັງສະໜາມກິລາເຈົ້າອານຸວົງ ເພື່ອຊາບ ແລະ ຕິດຕາມ.