ຄຳຂວັນຄະນະ

"ຜູ້ນຳດ້ານການອອກແບບ"

ຄະນະບໍດີ

ທ່ານ ສິນທະວອນ ດາລາວົງ

ພາລະບົດບາດຂອງ

ຄະ​ນະ​​ສະ​ຖາ​ປັດ​ຕະ​ຍະ​ກຳ​ສາດ (ຂຽນ​ຫຍໍ້​ວ່າ “ຄ​ສ​ປ”) ມີ​ສຳ​ນັກ​ງານ​ຄະ​ນະ​ບໍ​ດີ​ຕັ້ງ​ຢູ່​ວິ​ທະ​ຍາ​ເຂດ​ດົງ​ໂດກ ນະ​ຄອນ​ຫຼວງວຽງ​ຈັນ ເປັນ​ຄະ​ນະ​ວິ​ຊາ​ໜຶ່ງທີ່​ສັງ​ກັດ​ໃນ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ມີ​ພາ​ລະ​ບົດ​ບາດ​ໃນ​ການ​ຈັດ​ຕັ້ງ​ການ​ຮຽນ-ການ​ສອນ, ການ​ວາງ​ແຜນ ແລະ ການ​ສ້າງ​ນັກ​ວິ​ຊາ​ການ, ນັກຄົ້ນຄວ້າ​ວິ​ທະ​ຍາ​ສາດ​ທາງ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສາດ, ວິ​ທະ​ຍາ​ການ​ອາ​ຄານ, ການ​ວາງ​ແຜນ​ສະ​ພາບ​ແວດ​ລ້ອມ-ຜັງ​ເມືອງ , ອອກ​ແບບ​ຕົກ​ແຕ່ງ ແລະ ຜະ​ລິດ​ຕະ​ພັນ, ການ​ອະ​ນຸ​ລັກ ແລະ ສົ່ງ​ເສີມສິລະປະ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊາດ​ກໍ​ຄື​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ແລະ ໃຫ້​ການ​ບໍ​ລິ​ການ​ດ້ານ​ວິ​ຊາ​ການ​ແກ່​ສັງ​ຄົມ ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​​ອະ​ທິ​ການ​ບໍ​ດີ ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ.

ພະແນກ

1.     ພະ​ແນກ​ຈັດ​ຕັ້ງ-ສັງ​ລວມ

2.    ພະ​ແນກ​ການ​ເງິນ ແລະ ຊັບ​ສິນ

3.     ພະ​ແນກວິ​ຊາ​ການ

4.    ພະ​ແນກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ການບໍລິການວິຊາການ

5.   ພະ​ແນກການ​ສຶກ​ສາ ຫຼັງ​ປະ​ລິນ​ຍາ​ຕີ

6.    ພະ​ແນກ​ຄຸ້ມ​ຄອງ​ນັກ​ສຶກ​ສາ

7.    ສູນການສຶກສາຮຽນຮູ້ ແລະ ຫ້ອງສະໝຸດ

ພາກວິຊາ

1.      ພາກວິ​ຊາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສາດ

2.      ພາກວິ​ຊາ​ສະ​ພາບ​ແວດ​ລ້ອມ-ຜັງ​ເມືອງ

3.      ພາກວິ​ຊາ​ວິ​ທະ​ຍາ​ການ​ອາ​ຄານ

4.    ພາກວິ​ຊາ​ອອກ​ແບບ​ຜະ​ລິດ​ຕະ​ພັນ-ຕົກ​ແຕ່ງ

ຫຼັກສູດການຮຽນ-ການສອນ

1.ຫຼັກສູດປະລິນຍາຕີ ສາຂາວິຊາການວາງແຜນອອກແບບສະພາບແວດລ້ອມຜັງເມືອງ

  1. ຜົນການ​ຮຽນ​ຮູ້
  • ມີຄວາມຮັກຊາດ ແລະ ຮີດຄອງປະເພນີວັດທະນະທຳຂອງຊາດ, ​ເຄົາ​ລົບ​ລະບຽບ​ກົດຫມາຍ​ຂອງ​ລັດທັດສະນະມະຫາຊົນທີ່ຖືກຕ້ອງໃນການເຮັດວຽກກັບອົງການ​ຈັດຕັ້ງຂອງ​ລັດ ​ແລະ ປະຊາຊົນ ໃນທ້ອງຖິ່ນ.
  • ມີຄວາມຮູ້ກ່ຽວກັບປັດຊະຍາ, ແນວຄວາມຄິດ, ທິດສະດີໃນການອອກແບບ ແລະ ວາງແຜນເພື່ອ ປະຍຸກໃຊ້ເຂົ້າໃນການແກ້ໄຂບັນຫາໃນການອອກແບບວາງແຜນຊຸມຊົນທັງຊົນນະບົດແລະຕົວເມືອງຕົວຈິງ
  • ມີຄວາມຮູ້ທາງດ້ານກົດຫມາຍ ແລະ ການປົກຄອງ, ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ທີ່ກ່ຽວຂ້ອງກັບຂະແຫນງການສິ່ງແວດລ້ອມ-ຜັງເມືອງ ເພື່ືອຜັນຂະຫຍາຍໃນການອອກແບບ ວາງແຜນ.
  • ມີຄວາມຮູ້ທາງດ້ານປະຫວັດສາດ-ວັດທະນະທຳຂອງລາວ, ຂອງພາກພື້ນ ແລະ ສາກົນ.ມີຄວາມຮູ້ທາງດ້ານປັດໄຈມະນຸດ ແລະ ສັງຄົມທີ່ພົວພັນກັບວຽກງານການວາງແຜນ ແລະ ອອກແບບ.
  • ມີຄວາມຮູ້ທາງດ້ານຫລັກເສດຖະສາດ ແລະ ເສດຖະກິດທີ່ພົວພັນກັບວຽກງານການວາງແຜນ ແລະ ອອກແບບ.ມີຄວາມຮູ້ທາງດ້ານເຕັກໂນໂລຊີທີ່ເຫມາະສົມ, ມີຄວາມຮູ້ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພັດທະນາຕົວເມືອງແລະຊົນນະບົດທີ່ມີຄວາມຍືນຍົງ.
  • ມີຄວາມສາມາດໃນການອອກແບບວາງແຜນ ດ້ວຍ​ຫົວຄິດ​ປະດິດ​ສ້າງ, ສາມາດນຳໃຊ້ເຕັກນິກ​ແລະ​ເທັກ​ໂນ​ໂລ​ຊີ ​ໃນການອອກແບບວາງແຜນ ເຂົ້າໃຈ ການວິເຄາະແລະກຳນົດບັນຫາ, ຊອກຫາທາງເລືອກໃນການແກ້ໄຂບັນຫາ, ການຕີລາຄາ ທາງເລືອກດັ່ງກ່າວ ເພື່ອກ້າວໄປເຖິງຜົນການອອກແບບວາງແຜນ. ທີ່ສ້າງສັນສະພາບແວດລ້ອມສິ່ງປຸກສ້າງ ກໍ່ຄື ສະຖາປັດ ຕະຍະກຳ ແລະ ຜັງເມືອງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆໃນສັງຄົມ.
  • ມີຄວາມສາມາດໃນການນຳສະເຫນີຄວາມຄິດຂອງຕົນດ້ວຍຄຳເວົ້າ, ການຂຽນ, ການແຕ້ມດ້ວຍມື, ດ້ວຍຄອມພິວເຕີ 2D ແລະ 3D, GIS, ຫຸ່ນຈຳລອງ ແລະ ການປະສົມປະສານສື່ຕ່າງໆເຫລົ່ານີ້ ຢ່າງມີ ປະສິດທິພາບ.
  • ມີຄວາມສາມາດໃນການວິເຄາະ ເຊິ່ງປະກອບດ້ວຍ: ການວິເຄາະທາງສະຖິຕິ ເປັນຕົ້ນແມ່ນສະຖິຕິ ພັນລະນາ ແລະ ສະຖິຕິອ້າງອິງ 2 ຕົວປ່ຽນ, ແລະ ການວິເຄາະທາງດ້ານພື້ນທີ່ດ້ວຍເຕັກນິກພື້ນຖານ ຈົນເຖິງລະບົບ
  • ມີຄວາມສາມາດໃນການຮຽນຮູ້ດ້ວຍຕົນເອງ ເພື່ອເສີມຂະຫຍາຍຄວາມຮູ້ໃຫມ່ຢ່າງຕໍ່ເນື່ອງ (Continuing learning), ແລະ ມີຄວາມສາມາດໃນການຂຽນທາງດ້ານວິຊາການ.
  1. ອາຊີບ​ທີ່​ສາມາດ​ປະກອບ​ໄດ້​ພາຍຫຼັງ​ສຳ​ເລັດ​ການ​ສຶກສາ

ບັນດິດ​ທີ່​ຮຽນ​ຈົບຫຼັກສູດ​ນີ້​ແລ້ວ ສາມາດ​ປະກອບ​ອາຊີບດັ່ງ​ນີ້:

  • ສະຖາປະນິກ​ອອກ​ແບບສະຖາປັດຕະຍະກຳ​ອາ​ຄານ​ຕ່າງໆ
  • ສະຖາປະ​ນິກຜັງ​ເມືອງ ອອກ​ແບບ​ພື້ນ​ທີ່​ສາທາລະນະ​,ພູມິ​ທັດ​ເມືອງ​ແລະ​ເມືອງ
  • ສາມາດ​ປະກອບ​ອາຊີບ​ທັງ​ພາກ​ລັດ​ແລະ​ເອກະ​ຊົນ​ໄດ້

2.ຫຼັກສູດປະລິນຍາຕີ ສາ​ຂາວິ​ຊາ​ວິທະຍາການອາຄານ

1.ຜົນ​ການ​ຮຽນ​ຮູ້

ພາຍຫຼັງ​ສຳ​ເລັດ​ການ​ສຶກ​ສາ​ໃນຫຼັກ​ສູດ​ສາ​ຂາ​ວິ​ຊານີ້​ແລ້ວ​ນັກ​ສຶກ​ສາ​ຈະ​ມີ:

  • ດ້ານ​ຄວາມ​ຮູ້:ສາ​ມາດ​ຮັບ​ໃຊ້​ໄດ້​ໃນຫຼາຍ​ດ້ານ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ທາງ​ດ້ານ​ເຕັກ​ນິກ​ການກໍ່​ສ້າງ, ການ​ວາງ​ແຜນ​ຄຸ້ມ​ຄອງ​ການກໍ່​ສ້າງ, ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການ, ເຂົ້າ​ໃຈ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ເສດ​ຖະ​ກິດ​ສັງ​ຄົມ.
  • ດ້ານ​ທັກ​ສະ​:ການ​ເຮັດ​ວຽກ​ງານ​ທີ່​ດີ, ມີ​ທັກ​ສະ​ໃນ​ການ​ນຳ​ພາ​ວຽກ​ງານກໍ່​ສ້າງ, ມີ​ໄຫວ​ພິກ​ໃນ​ການ​ບໍ​ລິ​ຫານ​ວຽກ​ງານ.
  • ດ້ານ​ການ​ນຳ​ໃຊ້:ນຳ​ໃຊ້​ຄວາ​ມ​ຮູ້​ທີ່​ຮຽນ​ມາ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງວຽກ​ງານ​ທີ່​ຕົນ​ເອງ​ຮັບ​ຜິ​ດ​ຊອບ.
  • ·ດ້ານ​ທັກ​ສະ​ນະ​ທາງ​ສັງ​ຄົມ:ສາ​ມາດ​ຮັບ​ໃຊ້​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທ​ດ​ຊາດ, ສ້າງ​ໂຄງ​ລ່າ​ງ​ພື້ນ​ຖານ​ໃຫ້​ເຂັ້ມ​ແຂງ ແລະ ຮັບ​ໃຊ້​ສັງ​ຄົມ​ໃຫ້​ຈະ​ເລີນ​ຮູ່ງ​ເຮືອງ.

2.ອາ​ຊີບ​ທີ່​ສາ​ມາດ​ປະ​ກອບ​ໄດ້​ພາຍຫຼັງ​ສຳ​ເລັດ​ການ​ສຶກ​ສາ

ພາຍຫຼັງ​ຮຽນ​ຈົບ​ແລ້ວ ສາ​ມາດອ​ອກ​ຮັບ​ໃຊ້​ສັງ​ຄົມ​ໄດ້ຫຼາຍ​ດ້ານ ເປັນ​ຕົ້ນ​ ດ້ານ​ວຽກ​ງານ​ເຕັກ​ນິກການກໍ່​ສ້າງ​ອາ​ຄານ, ການ​ວາງ​ແຜນ​ຄຸ້ມ​ຄອງ, ກວດ​ສອບ​ວັດ​ສະ​ດຸ ແລະ ຮູ້​ນຳ​ໃຊ້​ເຕັ​ກ​ໂນ​ໂລ​ຊີ​ເຂົ້​າ​ໃນ​ການກໍ່​ສ້າງ​ອາ​ຄານ ຕະຫຼອດ​ທັງ​ສາ​ມາດ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການ, ດ້ານ​ຄວາ​ມ​ເຂົ້າ​ໃຈ​ສະ​ພາບ​ແວດ​ລ້ອມ ແລະ ລະ​ບົບ​ເສດ​ຖະ​ກິດ​ສັງ​ຄົມ.

3.ຫຼັກສູດປະລິນຍາຕີສາຂາອອກແບບຜະລິດຕະພັນ

1.ຜົນການຮຽນຮູ້.

ພາຍຫຼັັງສໍາເລັດການສຶກສາໃນຫຼັກສູດສາຂາວິຊາອອກແບບຜະລິດຕະພັນແລ້ວນັກສຶກສາຈະປະກອບມີ:

  • ດ້ານຄວາມຮູ້:ນັກສຶກສາທີ່ສໍາເລັດການສຶກສາໃນສາຂາວິຊາອອກແບບຜະລິດຕະພັນແມ່ນມີຄວາມສາມາດນໍາເອົາຫຼັກການ ແລະ ທິດສະດີ ໃນສາຂາວິຊາໄປໃຊ້ໃນພາກປະຕິບັດຕົວຈິງໄດ້;
  • ດ້ານທັກສະ:ມີທັກສະທາງວິຊາການສະເພາະເຊິ່ງສະແດງອອກໃນການເຂົ້າໃຈວິຊາສະເພາະຢ່າງເປັນລະບົບ, ມີຄວາມຄິດສ້າງສັນໃນການຄົ້ນຄິດ, ວິໄຈ, ປະເມີນເພື່ອໄຈ້ແຍກແລະແກ້ໄຂບັນຫາດ້ວຍຕົວເອງ ແລະ ມີຄວາມສາມາດເຮັດວຽກການຄົ້ນຄວ້າວິທະຍາສາດໃນລະດັບຕົ້ນ;
  • ດ້ານການນໍາໃຊ້:ນັກສຶກສາທີ່ສໍາເລັດການສຶກສາສາມາດນໍາເອົາຄວາມຮູ້ທາງດ້ານການພັດທະນາຜະລິດຕະພັນໄປຕໍ່ຍອດນໍາໃຊ້ໃນການສ້າງສັນຜະລິດຕະພັນລາວໃຫ້ສາມາດນໍາໃຊ້ໃນສັງຄົມໄດ້.
  • ດ້ານທັກສະດ້ານສັງຄົມ:ນັກສຶກສາທີ່ຈົບຫຼັກສູດສາມາດເປັນນັກວິຊາການທີ່ສາມາດໃຫ້ຄໍາທີ່ປຶກສາ ໃນການນໍາໃຊ້ເຕັກໂນໂລຊີ, ການສະແດງຄວາມຄິດເຫັນດ້ານວິຊາການ, ໃຫ້ຄໍາປຶກສາດ້ານວິຊາການ ແລະ ຖ່າຍທອດຄວາມຮູ້ໃຫ້ກັບເພື່ອຮ່ວມງານ, ຊຸມຊົນ ແລະ ບຸກຄົນທົ່ວໄປໄດ້ຢ່າງມືອາຊີບ.

2.ອາຊີບທີ່ສາມາດປະກອບໄດ້ພາຍຫຼັງການສຶກສາ.

ພາຍຫຼັງທີ່ສໍາເລັດການສຶກສາ ສາຂາອອກແບບຜະລິດຕະພັນສາມາດປະກອບອາຊີບໄດ້ຫຼາກຫຼາຍດັ່ງຕົວຢ່າງຕໍ່ໄປນີ້:

  1. ອາຊີບດ້ານວິຊາການ ແລະ ການສຶກສາວິໄຈເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກຄົ້ນຄວ້າວິໄຈ, ນັກພັດທະນາຜະລິດຕະພັນ ແລະ ອື່ນໆ.
  2. ອາຊີບໃນວົງການທຸລະກິດເຊັ່ນ: ອຸດສາຫະກໍາການສ້າງສັນຜະລິດຕະພັນ, ນັກອອກແບບຜະລິດຕະພັນ, ກ່ຽວກັບການໂຄສະນາ, ສື່ສິ່ງພິມ ແລະ ອື່ນໆ.
  3. ອາຊີບພະນັກງານລັດ ເຊັ່ນ: ໃນສະຖາບັນດ້ານການພັດທະນາຜະລິດຕະພັນ, ໜ່ວຍງານສົ່ງເສີມພັດທະນາຜະລິດຕະພັນລາວ ແລະ ອື່ນໆ.
  4. ອາຊີບອິດສະຫຼະ ເປັນຜູ້ປະກອບການດ້ານການສັນສ້າງຜະລິດຕະພັນ, ເປັນນັກອອກແບບຜະລິດຕະພັນ, ເປັນນັກອອກແບບສື່ໂຄສະນາກ່ຽວກັບຜະລິດຕະພັນ ແລະ ອື່ນໆ.

4.ຫຼັກສູດປະລິນຍາຕີ ສາຂາວິຊາສະຖາປັດຕະຍະກຳສາດ

1.ຜົນການຮຽນຮູ້

ພາຍຫຼັງສຳເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີ:

  • ດ້ານຄວາມຮູ້:ສາມາດຮັບໃຊ້ໄດ້ໃນຫຼາຍໜ້າທີ່ໃນວຽກງານສະຖາປັດເປັນຕົ້ນແມ່ນ ວຽກງານການອອກແບບໂຄງການໃນແຕ່ລະປະເພດອາຄານ, ວຽກງານສຶກສາຄວາມເປັນໄປໄດ້ຂອງໂຄງການ, ວຽກງານສຶກສາສະພາບແວດລ້ອມອ້ອມຂ້າງຂອງໂຄງການ, ວຽກງານຕິດຕາມການກໍ່ສ້າງໂຄງການຕ່າງໆ.
  • ດ້ານທັກສະ:ມີທັກສະໃນວຽກງານການສຶກສາອອກແບບແຕ່ລະປະເພດອາຄານ ແລະ ມີພິກໄຫວໃນການແກ້ໄຂບັນຫາສະເພາະໜ້າທີ່ເກີດຂື້ນໃນໂຄງການອອກແບບ.
  • ດ້ານການນຳໃຊ້:ສາມາດນຳໃຊ້ຄວາມຮູ້ທີ່ຮຽນ ເຂົ້າໃນວຽກງານຂອງການສຶກສາອອກແບບໂຄງການຕົວຈີງຂະໜາດນ້ອຍເຖີງຂະນາດໃຫຍ່.

2.ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ສາມາດອອກຮັບໃຊ້ສັງຄົມໄດ້ໃນຫຼາຍອາຊີບ ເປັນຕົ້ນ ສາມາດເຂົ້າສັງກັດເປັນພະນັກງານລັດໃນຫ້ອງການ ແລະ ຂະ ແໜ່ງການທີ່ກ່ຽວຂ້ອງວຽກງານສະຖາປັດຕະຍະກໍາ ແລະ ວຽກງານຄຸ້ມຄອງອາຄານ, ສາມາດເປັນນັກອອກແບບໃນບັນ ດາບໍລິສັດອອກແບບຂອງເອງກະຊົນ ແລະ ສາມາດປະກອບກິດຈະການສ່ວນຕົວໄດ້ໃນວຽກງານທີ່ກ່ຽວຂ້ອງກັບການອອກແບບ.