Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: Indian Council for Cultural Relations (ICCR), ລັດຖະບານອິນເດຍ ກໍາລັງເປີດຮັບສະໝັກນັກສຶກສາລາວທີ່ມີຄວາມສົນໃຈສະໝັກເອົາທຶນການສຶກສາ Lata Mangeshkar Dance & Music Scholarship Scheme (A1209) ຊຶ່ງມີຕັ້ງແຕ່ລະດັບ ປະລິນຍາຕີ ຈົນເຖິງ ປະລິນຍາເອກ, ປະຈໍາສົກສຶກສາ 2024/2025 ທີ່ ສະຖາບັນການສຶກສາຊັ້ນສູງຕ່າງໆ ໃນປະເທດອິນເດຍ ພາຍໃຕ້ທຶນການສຶກສາ Indian Council for Cultural Relations Scholarship (A2A). ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່: https://a2ascholarships.iccr.gov.in; ກໍານົດປິດຮັບສະໝັກ ວັນທີ 31 ພຶດສະພາ 2024.