Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລພຣິນຊ໌ຕັນ (Princeton University) ກຳລັງຈະຈັດກອງປະຊຸມ Business Today’s 49th International Conference ພາຍໃຕ້ຫົວຂໍ້: “Beyond the Horizon” ໃນລະຫວ່າງວັນທີ 2 - 5 ພະຈິກ 2023 ທີ່ ນິວຢອກ, ສະຫະລັດອາເມຣິກາ; ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອໃຫ້ນັກສຶກສາທີ່ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນ ກ່ຽວກັບ ການຊັບຊ້ອນມາດຖານ ແລະ ການປ່ຽນແປງ ເພື່ອກ້າວໄປສູ່ຄວາມກ້າວໜ້າ ຕໍ່ກັບການທີ່ຕ້ອງປະເຊີນໜ້າກັບ ການຂະຫຍາຍຕົວຢ່າງວ່ອງໄວ ຂອງດິຈິຕ້ອນ, ESG ແລະ ຄວາມນິຍົມທາງສັງຄົມ ຮ່ວມກັບບັນດານັກທຸລະກິດທີ່ມີຊື່ສຽງ. ນັກສຶກສາທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່ ເວັບໄຊ້: https://ic.businesstoday.org , ຫຼື ປະສານງານໂດຍກົງຫາອິເມວ: This email address is being protected from spambots. You need JavaScript enabled to view it. , ກໍານົດປິດຮັບສະໝັກແມ່ນ ວັນທີ 15 ມິຖຸນາ 2023 (ຮອບທີ 1) ແລະ 15 ກໍລະກົດ 2023 (ຮອບທີ 2). ນັກສຶກສາທີ່ໄດ້ຮັບການຄັດເລືອກໃຫ້ໄດ້ເຂົ້າຮ່ວມງານດັ່ງກ່າວ ແມ່ນຈະໄດ້ຮັບທຶນເປັນ ຄ່າເດີນທາງໄປ-ກັບ ແລະ ຄ່າກິນຢູ່-ພັກເຊົາ.