Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມູນິທິ ຍີ່ປຸ່ນ (Japan Foundation) ແລະ ມູນິທິ ກາເມນໍຣິ (Kamenori Foundation) ຮ່ວມກັບ ເຄືອຂ່າຍມະຫາວິທະຍາໄລອາຊຽນ (ASEAN University Network: AUN) ກໍາລັງຈະຈັດກອງປະຊຸມ ASEAN-Japan Youth Forum: Take Action for Social Change (TASC) 2023 ພາຍໃຕ້ຫົວຂໍ້: “Envisioning a better world in 2050” ໃນລະຫວ່າງເດືອນ ກໍລະກົດ - ພະຈິກ 2023 ຊຶ່ງລາຍລະອຽດໄລຍະເວລາຂອງການຈັດງານດັ່ງກ່າວ ປະກອບມີ:

(1)   ວັນທີ 22 - 30 ກໍລະກົດ 2023: ເຂົ້າຮ່ວມແລກປ່ຽນ ແລະ ສໍາມະນາ ຜ່ານຊ່ອງທາງອອນລາຍ

(2)   ເຂົ້າຮ່ວມທັດສະນະສຶກສາ:  -  ວັນທີ 27 ສິງຫາ - 1 ກັນຍາ 2023 ທີ່ ປະເທດໄທ ພາຍໃຕ້ຫົວຂໍ້: “Aging Society”

-     ວັນທີ 3 – 8 ກັນຍາ 2023 ທີ່ ປະເທດອິນໂດເນເຊຍ ພາຍໃຕ້ຫົວຂໍ້: “Environment & Disaster Education”

-     ວັນທີ 4 – 9 ກັນຍາ 2023 ທີ່ ປະເທດຟີລິບປິນ ພາຍໃຕ້ຫົວຂໍ້: “Diversity”

ໝາຍເຫດ: ສໍາລັບການທັດສະນະສຶກສາ, ນັກສຶກສາທີ່ຖືກຄັດເລືອກຈະໄດ້ເຂົ້າຮ່ວມພຽງແຕ່ 1 ໃນ3ປະເທດທີ່ໄດ້ກ່າວມາ ຊຶ່ງຈະໄດ້ເຂົ້າຮ່ວມທັດສະນະສຶກສາທີ່ປະເທດໃດນັ້ນແມ່ນຂຶ້ນກັບການພິຈາລະນາຂອງຜູ້ໃຫ້ທຶນ.

(3)   ເດືອນ ກັນຍາ - ພະຈິກ 2023: ກະກຽມບົດນໍາສະເໜີ ແລະ ສໍາມະນາ ຜ່ານຊ່ອງທາງອອນລາຍ

(4)   ວັນທີ 19 – 26 ພະຈິກ 2023: ເຂົ້າຮ່ວມກອງປະຊຸມ ແລະ ສໍາມະນາ ທີ່ ປະເທດຍີ່ປຸ່ນ

ຈຸດປະສົງຫຼັກຂອງງານດັ່ງກ່າວ ແມ່ນເພື່ອໃຫ້ນັກສຶກສາມີໂອກາດໄດ້ແລກປ່ຽນແນວຄວາມຄິດທາງດ້ານການປ່ຽນແປງໄປໃນທາງທີ່ດີຂອງສັງຄົມ ແລະ ຝຶກຝົນໃນດ້ານພາວະຄວາມເປັນຜູ້ນໍາ.

ເງື່ອນໄຂຜູ້ສະໝັກ

1.      ຕ້ອງເປັນນັກສຶກສາ ມຊ ຊັ້ນປີທີ 2 – 4 ແລະ ມີຜົນການຮຽນຢູ່ໃນລະດັບດີ ເກຼດສະເລ່ຍ 3.50 ຂຶ້ນໄປ; 

2.      ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີຫຼາຍ;

3.      ຄວາມຮູ້ພື້ນຖານ ກ່ຽວກັບ ການຮ່ວມມືລະຫວ່າງລາວ-ຍີ່ປຸ່ນ, ອາຊຽນ-ຍີ່ປຸ່ນ;

4.      ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,

5.      ມີຄວາມຫ້າວຫັນໃນການເຂົ້າຮ່ວມແຕ່ລະກິດຈະກໍາຂອງງານ, ມີຄວາມສາມາດໃນການນໍາສະເໜີບົດ ແລະ ເຮັດວຽກເປັນກຸ່ມໄດ້;

6.      ມີຄອມພິວເຕີໂນ໊ດບຸກສ່ວນຕົວ; 

7.      ມີສຸຂະພາບແຂງແຮງດີ.

ຂັ້ນຕອນການສະໝັກ:

1.      ລົງທະບຽນ: Register    
2.      ດາວໂຫຼດແບບຟອມສະໝັກ: Application Form  
3.      ສົ່ງແບບຟອມສະໝັກເຂົ້າຫາອິເມວ: This email address is being protected from spambots. You need JavaScript enabled to view it. ບໍ່ໃຫ້ກາຍວັນທີ 28 ພຶດສະພາ 2023 ເວລາ 16:00 ໂມງ;   
4.      ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ຈະໄດ້ຮັບອິເມວຕອບກັບພາຍໃນວັນທີ 28 ພຶດສະພາ 2023 ກ່ຽວກັບການນັດໝາຍໃຫ້ເຂົ້າຮ່ວມການສອບເສັງຄັດເລືອກ (ສອບເສັງວັດລະດັບພາສາອັງກິດ).

5.      ນັກສຶກສາທີ່ແບບຟອມສະໝັກ ແລະ ສອບເສັງວັດລະດັບພາສາອັງກິດ ຜ່ານເກນການຄັດເລືອກ ແມ່ນຈະຖືກແຈ້ງໃຫ້ເຂົ້າຮ່ວມການສໍາພາດຄັດເລືອກໃນຂັ້ນຕໍ່ໄປຕາມລໍາດັບ.

6.      ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ ກອງເລຂາເຄືອຂ່າຍມະຫາວິທະຍາໄລອາຊຽນ ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.

ໝາຍເຫດ: ນັກສຶກສາທີ່ຜ່ານການຄັດເລືອກ ຈະໄດ້ຮັບທຶນເປັນ ຄ່າປີ້ຍົນໄປ-ກັບ ແລະ ຄ່າກິນຢູ່-ພັກເຊົາໃນໄລຍະການເຂົ້າຮ່ວມງານ (ທັດສະນະສຶກສາ ທີ່ ປະເທດ ໄທ/ ອິນໂດເນເຊຍ/ ຟີລິບປິນ ແລະ ເຂົ້າຮ່ວມກອງປະຊຸມ - ສໍາມະນາ ທີ່ ປະເທດຍີ່ປຸ່ນ). ສ່ວນຄ່າວີຊ່າ ແລະ ຄ່າປະກັນໄພ ແມ່ນນັກສຶກສາຈະຕ້ອງໄດ້ຮັບຜິດຊອບເອງ.

ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ປອ. ສຸບິນ ສີສະຫວັດ, ຮອງຫົວໜ້າ ພະແນກແລກປ່ຽນກິດຈະກໍາຕ່າງປະເທດ, ຫ້ອງການພົວພັນຕ່າງປະເທດ ມຊ, ອິເມວ: This email address is being protected from spambots. You need JavaScript enabled to view it.