Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ກະຊວງຄວາມສະເໝີພາບຍິງຊາຍ ແລະ ຄອບຄົວ ແຫ່ງ ສ.ເກົາຫຼີ (The Ministry of Gender Equality and Family: MOGEF) ຮ່ວມກັບ ສະພາຊາວໜຸ່ມແຫ່ງຊາດ ສ.ເກົາຫຼີ (National Council of Youth Organization, Korea: NCYOK), ສະມາຄົມຈິດຕະວິທະຍາສຶກສາແຫ່ງ ສ.ເກົາຫຼີ (Korean Educational Psychology Association: KEPA) ແລະ ກອງເລຂາເຄືອຂ່າຍມະຫາວິທະຍາໄລອາຊຽນ (ASEAN University Network: AUN) ກໍາລັງຈະຈັດກອງປະຊຸມ “The 2023 Global Youth Summit” ໃນລະຫວ່າງວັນທີ 19 – 26 ກໍລະກົດ 2023 ທີ່ ສ. ເກົາຫຼີ, ພາຍໃຕ້ຫົວຂໍ້: “Harmony of Global Youths Towards a Sustainable Future” ໂດຍປະກອບມີຫົວຂໍ້ຍ່ອຍດັ່ງນີ້:

1.      ດ້ານສາທາລະນະສຸກ: Guarantee of the Sustainable Right to Health: Public Health Issues during the With-COVID-19 Era

2.      ດ້ານເຕັກໂນໂລຊີດິຈິຕ້ອນ ແລະ ສຶກສາສາດ: Educational Disparity in the Digital Society Transition and its Solution: Guarantee of the Right to Learning Based on Equity

3.      ດ້ານສັງຄົມ: Youth Participation for the Sustainable Development Goals

4.      ດ້ານວັດທະນະທໍາ: The Role of Youth in Respecting and Spreading Cultural Diversity and Value

5.      ດ້ານວິທະຍາສາດສັງຄົມ: Practice for Daily Life and the Use of Green Energy for Overcoming the Climate Crisis

ເງື່ອນໄຂຜູ້ສະໝັກ

1.      ຕ້ອງເປັນນັກສຶກສາ ມຊ ຊັ້ນປີທີ 2 – 4 ແລະ ມີຜົນການຮຽນຢູ່ໃນລະດັບດີ ເກຼດສະເລ່ຍບໍ່ຫຼຸດ 3.50; 

2.      ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີຫຼາຍ;

3.      ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;

4.      ມີຄວາມຮູ້ພື້ນຖານກ່ຽວກັບການຮ່ວມມືລະຫວ່າງລາວ-ເກົາຫຼີ, ອາຊຽນ-ເກົາຫຼີ;

5.      ມີຄວາມຫ້າວຫັນເຂົ້າຮ່ວມໃນແຕ່ລະກິດຈະກໍາຂອງໂຄງການ, ມີຄວາມສາມາດໃນການນໍາສະເໜີບົດເປັນພາສາອັງກິດ ແລະ ເຮັດວຽກເປັນກຸ່ມໄດ້; 

6.      ມີສຸຂະພາບແຂງແຮງດີ.

ຂັ້ນຕອນການສະໝັກ:

1. ລົງທະບຽນ: https://forms.gle/93oehG1Z1z2rq9cf8   
2. ດາວໂຫຼດແບບຟອມສະໝັກ: Application Form 
3. ສົ່ງແບບຟອມສະໝັກເຂົ້າຫາອິເມວ This email address is being protected from spambots. You need JavaScript enabled to view it. ບໍ່ໃຫ້ກາຍເວລາ 16:00 ໂມງ ຂອງວັນທີ 30 ເມສາ 2023;   
4.  ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແລະ ທັນເວລາ ຈະໄດ້ຮັບອິເມວຕອບກັບກ່ອນວັນທີ 1 ພຶດສະພາ 2023 ກ່ຽວກັບການນັດໝາຍໃຫ້ເຂົ້າຮ່ວມການສອບເສັງຄັດເລືອກ (ສອບເສັງວັດລະດັບພາສາອັງກິດ); ສໍາລັບນັກສຶກສາທີ່ປະກອບແບບຟອມສະໝັກບໍ່ຄົບຖ້ວນ ແລະ ບໍ່ທັນຕາມເວລາທີ່ກໍານົດ ແມ່ນຈະບໍ່ໄດ້ເຂົ້າຮ່ວມການສອບເສັງຄັດເລືອກ.

5.  ນັກສຶກສາທີ່ແບບຟອມສະໝັກ ແລະ ສອບເສັງວັດລະດັບພາສາອັງກິດ ຜ່ານເກນການຄັດເລືອກ ແມ່ນຈະຖືກແຈ້ງໃຫ້ເຂົ້າຮ່ວມການສໍາພາດຄັດເລືອກໃນຂັ້ນຕໍ່ໄປຕາມລໍາດັບ.

6. ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ ກອງເລຂາເຄືອຂ່າຍມະຫາວິທະຍາໄລອາຊຽນ ພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.


ໝາຍເຫດ: ນັກສຶກສາທີ່ຜ່ານການຄັດເລືອກ ຈະໄດ້ຮັບທຶນເປັນ ຄ່າປີ້ຍົນໄປ-ກັບ, ຄ່າກິນຢູ່-ພັກເຊົາໃນໄລຍະເຂົ້າຮ່ວມກອງປະຊຸມ ແລະ ຄ່າປະກັນໄພ.

ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ປອ. ສຸບິນ ສີສະຫວັດ, ຮອງຫົວໜ້າ ພະແນກແລກປ່ຽນກິດຈະກໍາຕ່າງປະເທດ, ຫ້ອງການພົວພັນຕ່າງປະເທດ ມຊ, ເບີໂທ: 020 5571 3535, ອິເມວ: This email address is being protected from spambots. You need JavaScript enabled to view it.