Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລເຕັກໂນໂລຊີນານຢາງ (Nanyang Technological University: NTU) ປະເທດສິງກະໂປ ກໍາລັງຈະຈັດໂຄງການແລກປ່ຽນການສຶກສາ TF LEaRN @NTU Summer Scholarship Programme ໃນລະຫວ່າງວັນທີ 28 ມິຖຸນາ - 29 ກໍລະກົດ 2023 ຊຶ່ງຈະຈັດຢູ່ 2 ປະເທດຄື: ວັນທີ 28 ມິຖຸນາ - 18 ກໍລະກົດ 2023 ແມ່ນຈະຈັດຢູ່ທີ່ ປະເທດສິງກະໂປ ແລະ ວັນທີ 19 – 29 ກໍລະກົດ 2023 ແມ່ນຈະຈັດຢູ່ທີ່ ປະເທດໄທ, ໂດຍຢູ່ພາຍໃຕ້ການສະໜອງທຶນການສຶກສາຂອງ ມູນິທິເທມະເສກ (Temasek Foundation); ຊຶ່ງຈຸດປະສົງຫຼັກຂອງໂຄງການດັ່ງກ່າວ ແມ່ນເພື່ອໃຫ້ນັກສຶກສາມີໂອກາດໄດ້ສຶກສາຮຽນຮູ້ ສະເພາະດ້ານວິຊາການ ກ່ຽວກັບ: (1) Role and Impact of Asia in the World (Singapore’s Perspective) and Intercultural Competence ແລະ (2) Professional Development and Occupational Success in the 21st Century. 

ເງື່ອນໄຂຜູ້ສະໝັກ:

1.      ຕ້ອງເປັນນັກສຶກສາ ມຊ ຊັ້ນປີທີ 2 ຂຶ້ນໄປ ແລະ ມີຜົນການຮຽນຢູ່ໃນລະດັບດີ ເກຼດສະເລ່ຍບໍ່ຕ່ຳກວ່າ 3.00; 

2.      ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີຫຼາຍ;

3.      ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,

4.      ມີຄວາມຫ້າວຫັນຕໍ່ການມີສ່ວນຮ່ວມໃນແຕ່ລະກິດຈະກໍາຂອງໂຄງການ, ມີຄວາມສາມາດໃນການນໍາສະເໜີບົດ ແລະ ເຮັດວຽກເປັນກຸ່ມໄດ້;

5.      ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ; ແລະ 

6.      ມີສຸຂະພາບແຂງແຮງດີ.

ຂັ້ນຕອນການສະໝັກ:

1. ລົງທະບຽນເຂົ້າສໍາພາດ: https://forms.gle/qr7HwxJpc8q83UEbA   
2. ດາວໂຫຼດແບບຟອມເຂົ້າສຳພາດ: Application Form   
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it., ບໍ່ໃຫ້ກາຍວັນທີ 25 ເມສາ 2023.
4. ເຂົ້າສໍາພາດ ວັນພຸດ ທີ 26 ເມສາ 2023 ເວລາ 14: 00 ໂມງ ທີ່ ຫ້ອງປະຊຸມຊັ້ນ 3 ສໍານັກງານອະທິການບໍດີ, ມຊ.
5. ຜູ້ທີ່ຜ່ານການສໍາພາດຄັດເລືອກ ທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງມະຫາວິທະຍາໄລເຕັກໂນໂລຊີນານຢາງ ເປັນຝ່າຍພິຈາລະນາໃນຂັ້ນຕໍ່ໄປ.

ໝາຍເຫດ: ນັກສຶກສາທີ່ຜ່ານການຄັດເລືອກຈະໄດ້ຮັບທຶນການສຶກສາເປັນຈໍານວນ 5,300 ໂດລາສິງກະໂປ ຊຶ່ງໃນນັ້ນ, 3,800 ໂດລາສິງກະໂປ ແມ່ນກວມເອົາ ຄ່າຮຽນ ແລະ ອຸປະກອນການຮຽນ, ຄ່າເຂົ້າຮ່ວມທັດສະນະສຶກສາ ແລະ ຄ່າທີ່ພັກ; ແລະ 1,500 ໂດລາສິງກະໂປ ແມ່ນກວມເອົາ ຄ່າອາຫານໃນໄລຍະເຂົ້າຮ່ວມໂຄງການ ແລະ ຄ່າປີ້ຍົນ ເດີນທາງໄປ ສິງກະໂປ - ໄທ - ລາວ.

ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, ໂທ: 021 770 720, 020 5448 3131