Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລສ້າງຄູຖຽນຈິນ ສປ.ຈີນ (Tianjin Normal University: TNU) ກໍາລັງຈະຈັດໂຄງການແລກປ່ຽນການສຶກສາໄລຍະສັ້ນ 2023 Chinese Cultural Camp at Tianjin Normal University — “Summer at TNU” ໃນລະຫວ່າງວັນທີ 1 – 14 ສິງຫາ 2023 ທີ່ ຖຽນຈິນ ແລະ ປັກກິ່ງ ສປ.ຈີນ, ຊຶ່ງຈຸດປະສົງຂອງໂຄງການແມ່ນ ເພື່ອໃຫ້ນັກສຶກສາໄດ້ມີໂອກາດເຂົ້າເຖິງພາສາ ແລະ ວັດທະນະທໍາຈີນຫຼາຍຂຶ້ນ ຜ່ານກິດຈະກໍາທີ່ມະຫາວິທະຍາໄລດັ່ງກ່າວຈັດ ແລະ ການທັດສະນະສຶກສາຕາມສະຖານທີ່ທາງປະຫວັດສາດຕ່າງໆ. ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ກັບ ນ. ວຽງສະຫວັນ ວົງກະເສີມ, ພະນັກງານວິຊາການ ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ, ເບີໂທ: 020 54483131 ຫຼື ອິເມວ: This email address is being protected from spambots. You need JavaScript enabled to view it. ແລະ ສາມາດດາວໂຫຼດແບບຟອມສະໝັກໄດ້ທີ່ https://gjjl.tjnu.edu.cn/info/1166/5739.htm , ຫຼັງຈາກປະກອບແບບຟອມສະໝັກແລ້ວແມ່ນໃຫ້ນໍາສົ່ງໄປຍັງ ຫ້ອງການພົວພັນຕ່າງປະເທດ (ຫ້ອງ 107), ສໍານັກງານອະທິການບໍດີ,  ມະຫາວິທະຍາໄລແຫ່ງຊາດ; ກໍານົດປິດຮັບສະໝັກ ວັນທີ 28 ເມສາ 2023.

ໝາຍເຫດ:    - ຄ່າລົງທະບຽນເຂົ້າຮ່ວມໂຄງການແມ່ນ 4,060 ຢວນ (ບໍ່ລວມຄ່າທໍານຽມການໂອນ) ຕໍ່ນັກສຶກສາ 1 ຄົນ, ຊຶ່ງຄ່າໃຊ້ຈ່າຍດັ່ງກ່າວແມ່ນຈະກວມເອົາ ຄ່າຮຽນ, ຄ່າທີ່ພັກ, ຄ່າປະກັນໄພ, ຄ່າເດີນທາງທັດສະນະສຶກສາ ແລະ ຄ່າເຂົ້້າຢ້ຽມຊົມສະຖານທີ່ຕ່າງໆ, ຄ່າຮັບ-ສົ່ງ ຈາກສະໜາມບິນຫາມະຫາວິທະຍາໄລ.

-       ສໍາລັບຄ່າປີ້ຍົນໄປ-ກັບ ແລະ ຄ່າອາຫານ ແມ່ນນັກສຶກສາຈະຕ້ອງກຸ້ມຕົນເອງ.

-       ນັກສຶກສາທີ່ສະໝັກແມ່ນຈະຕ້ອງໄດ້ຮັບການເຫັນດີຈາກຜູ້ປົກຄອງຂອງຕົນ.

-       ພາສາທີ່ນໍາໃຊ້ໃນໄລຍະການເຂົ້າຮ່ວມໂຄງການແມ່ນ ພາສາຈີນ ແລະ ພາສາອັງກິດ.