Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສະຖາບັນສຶກສາທິການແຫ່ງຊາດ ຂອງປະເທດສິງກະໂປ (National Institute of Education: NIE) ກໍາລັງຈະຈັດໂຄງການແລກປ່ຽນການສຶກສາ Semester@NIE ໄລຍະ 1 ພາກຮຽນ ປະຈໍາສົກສຶກສາ 2023/2024 ທີ່ ມະຫາວິທະຍາໄລເຕັກໂນໂລຊີນັນຢາງ (Nanyang Technological University: NTU), ປະເທດສິງກະໂປ, ພາຍໃຕ້ທຶນການສຶກສາ NIE-Singapore ASEAN Scholarship, ຊຶ່ງຈຸດປະສົງຂອງໂຄງການແມ່ນ ເພື່ອໃຫ້ນັກສຶກສາໄດ້ມີໂອກາດຮຽນຮູ້ວິທີການສອນ, ຝຶກຝົນ ແລະ ພັດທະນາທັກສະໃນການເປັນຄູສອນ ໃນສາຂາທີ່ກ່ຽວຂ້ອງກັບ ພາສາ ແລະ ວັດທະນະທໍາອັງກິດ, ເຄມີສາດ, ຟີຊິກສາດ, ຊີວະສາດ, ພູມີສາດ, ຄະນິດສາດ, ປະຫວັດສາດ, ສິລະປະ, ການດົນຕີ, ວິທະຍາສາດການກິລາ, ສຶກສາສາດ, ແລະ ສາຂາອື່ນໆ. ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງລາຍລະອຽດການສະໝັກໄດ້ທີ່: https://www.nie.edu.sg/students/student-services-centre/undergraduate-scholarships ກໍານົດປິດຮັບສະໝັກ ວັນທີ 21 ເມສາ 2023.

ໝາຍເຫດ: ນັກສຶກສາ ມຊ ທີ່ກໍາລັງສຶກສາຢູ່ຊັ້ນປີທີ 2 ແລະ 3 ຈຶ່ງສາມາດສະໝັກໄດ້; ຜູ້ທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສາ ຈະຖືກຍົກເວັ້ນຄ່າຮຽນ ແລະ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ ເພື່ອໃຊ້ເປັນຄ່າກິນຢູ່-ພັກເຊົາໃນໄລຍະການສຶກສາທີ່ປະເທດສິງກະໂປ, ແຕ່ນັກສຶກສາຈະຕ້ອງຮັບຜິດຊອບຄ່າເດີນທາງໄປ-ກັບດ້ວຍຕົນເອງ.