Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງ ຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສະຖານທູດ ສາທາລະນະລັດອິນໂດເນເຊຍ ປະຈໍາ ສປປ ລາວ, ກໍາລັງເປິດຮັບສະໝັກຜູ້ທີ່ມີຄວາມສົນໃຈເຂົ້າຮຽນໃນຫຼັກສູດ ພາສາອິນໂດເນເຊຍ ໃນລະຫວ່າງເດືອນ ພຶດສະພາ - ພະຈິກ 2023 ຊຶ່ງຫ້ອງຮຽນປະກອບມີ ລະດັບພື້້ນຖານ ແລະ ລະດັບກາງ. ຜູ້ທີ່ມີຄວາມສົນໃຈ ສາມາດລົງທະບຽນຮຽນໄດ້ທີ່: ສະຖານທູດ ສາທາລະນະລັດອິນໂດເນເຊຍ, ນະຄອນຫຼວງວຽງຈັນ, ສອບຖາມຂໍ້ມູນໄດ້ທີ່ ເບີໂທ: 020 7675 5866 / 5484 5758, ຫຼື ລົງທະບຽນອອນລາຍໄດ້ທີ່: Register here .

ໝາຍເຫດ: ຮຽນຟຣີ ບໍ່ເສຍຄ່າໃຊ້ຈ່າຍ, ປິດຮັບລົງທະບຽນ ວັນທີ 1 ພຶດສະພາ 2023 ແລະ ສໍາລັບຜູ້ທີ່ໄປລົງທະບຽນເຂົ້າຮຽນແບບເຊິ່ງໜ້າ ຈະຕ້ອງເອົາ ຮູບ 3x4 ຈຳນວນ 2ໃບ ໄປນໍາ ເພື່ອຕິດຟອມລົງທະບຽນ.