Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: Indian Council for Cultural Relations (ICCR), ລັດຖະບານອິນເດຍ ກໍາລັງເປີດຮັບສະໝັກນັກສຶກສາລາວທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມໂຄງການແລກປ່ຽນການສຶກສາ Atal Bihari Vajpayee General Scholarship Scheme (A1201) ປະຈໍາສົກສຶກສາ 2023/2024 ທີ່ ສະຖາບັນການສຶກສາຊັ້ນສູງຕ່າງໆ ໃນປະເທດອິນເດຍ ພາຍໃຕ້ທຶນການສຶກສາ Indian Council for Cultural Relations Scholarship (A2A), ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອໃຫ້ນັກສຶກສາໄດ້ມີໂອກາດຮຽນຮູ້ພາສາ, ສິລະປະ ແລະ ວັດທະນະທຳອິນເດຍ ພ້ອມທັງວິຊາສະເພາະຫຼາກຫຼາຍສາຂາວິຊາ (ອີງຕາມເງື່ອນໄຂຂອງແຕ່ລະມະຫາວິທະຍາໄລ). ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່: https://www.iccr.gov.in ຫຼື ສອບຖາມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it. ; ກໍານົດປິດຮັບສະໝັກ ວັນທີ 30 ເມສາ 2023.