Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລແຫ່ງຊາດ ເຊອຸນ (Seoul National University) ສ.ເກົາຫຼີ ກຳລັງຈະຈັດໂຄງການແລກປ່ຽນການສຶກສາ Seoul National University 2023 International Summer Program: ISP, ໃນລະຫວ່າງວັນທີ 26 ມິຖຸນາ - 29 ກໍລະກົດ 2023 ຊຶ່ງປະກອບມີຫຼາຍຫຼັກສູດ ເຊັ່ນ: ພາສາ ແລະ ວັດທະນະທໍາເກົາຫຼີ, ສຶກສາຕ່າງປະເທດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ວິສະວະກໍາສາດ ແລະ ວິທະຍາສາດ, ດົນຕີ ແລະ ສິລະປະສາດ ແລະ ອື່ນໆ. ໂຄງການແລກປ່ຽນການສຶກສາດັ່ງກ່າວ ມີຮູບແບບທຶນການສຶກສາທີ່ຫຼາກຫຼາຍ ໂດຍນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດເລືອກສະໝັກໄດ້ຕາມເງື່ອນໄຂ. ສໍາລັບຂໍ້ມູນເພີ່ມເຕີມ ແລະ ວິທີການສະໝັກ ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊ້:  https://summer.snu.ac.kr , ປິດຮັບສະໝັກວັນທີ 9 ພຶດສະພາ 2023