Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລກະເສດສາດໂຕກຽວ (Tokyo University of Agriculture: Tokyo NODAI) ຈະຈັດກອງປະຊຸມແລກປ່ຽນສໍາລັບນັກສຶກສານາໆຊາດຄັ້ງທີ 22 (The 22nd International Students Summit) ພາຍໃຕ້ຫົວຂໍ້: “Youth contribution toward global agricultural and environmental innovation in achieving sustainability focusing on food security and health” ໃນລະຫວ່າງວັນທີ 3 - 8 ສິງຫາ 2023 ທີ່ ໂຕກຽວ, ປະເທດຍີ່ປຸ່ນ. ຈຸດປະສົງຂອງງານແມ່ນ ເພື່ອເປີດໂອກາດໃຫ້ນັກສຶກສາທີ່ເຂົ້າຮ່ວມໄດ້ແລກປ່ຽນຄວາມຮູ້ດ້ານນະວັດຕະກໍາທີ່ທັນສະໄໝ, ການກະສິກໍາແບບຍືນຍົງ, ວິທະຍາສາດອາຫານ, ສຸຂະອະນາໄມ ແລະ ການຮັກສາສິ່ງແວດລ້ອມ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:

ເງື່ອນໄຂຜູ້ສະໝັກ:

1. ຕ້ອງເປັນນັກສຶກສາ ທີ່ສັງກັດຢູ່ ຄະນະກະເສດສາດ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດທໍາມະຊາດ ຫຼື ຄະນະວິທະຍາສາດປ່າໄມ້ ມຊ ຊັ້ນຮຽນປີທີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ; 
2. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ; 
3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
4. ມີຄວາມຮູ້ໃນດ້ານກະສິກໍາ, ວິທະຍາສາດອາຫານ ຫຼື ສິ່ງແວດລ້ອມ; ແລະ 
5. ຕ້ອງມີຄວາມສາມາດໃນການຂຽນ ພ້ອມທັງນໍາສະເໜີບົດທີ່ກ່ຽວຂ້ອງກັບຫົວຂໍ້ຂອງກອງປະຊຸມດັ່ງກ່າວໄດ້.


ຂັ້ນຕອນການສະໝັກ:

1. ລົງທະບຽນເຂົ້າສໍາພາດ: https://forms.gle/wgMARiujHZhgsnzDA  
2. ດາວໂຫຼດແບບຟອມເຂົ້າສຳພາດ: https://docs.google.com/document/d/1wvsCIXtUpPtO1PLvJxaeyO5a15b41BOL/edit?usp=sharing&ouid=109170761819371628145&rtpof=true&sd=true  
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it., ກ່ອນໃນວັນທີ 2 ມີນາ 2023
4. ເຂົ້າສໍາພາດ ເວລາ 13: 30 ໂມງ, ວັນສຸກ ທີ 3 ມີນາ 2023 ທີ່ ຫ້ອງປະຊຸມຊັ້ນ 3 ສໍານັກງານອະທິການບໍດີ, ມຊ.
5. ຜູ້ທີ່ຜ່ານການສໍາພາດຄັດເລືອກ ທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງມະຫາວິທະຍາໄລກະເສດສາດໂຕກຽວ ເປັນຝ່າຍພິຈາລະນາໃນຂັ້ນຕໍ່ໄປ.


ໝາຍເຫດ: ມະຫາວິທະຍາໄລເຈົ້າພາບຈະຮັບຜິດຊອບ ຄ່າປີ້ຍົນໄປ-ກັບ, ການກິນຢູ່-ພັກເຊົາ ແລະ ການເດີນທາງພາຍໃນປະເທດຍີ່ປຸ່ນ ໃຫ້ແກ່ນັກສຶກສາທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, ໂທ: 021 770 720, 020 5448 3131