Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖາບັນລາວ-ອົດສະຕາຣີ ຈະຈັດການເຜີຍແຜ່ຂໍ້ມູນ ທຶນການສຶກສາອົດສະຕາຣີ (Australia Awards Scholarships: AAS) ໃນວັນສຸກ ທີ 3 ກຸມພາ 2023 ເວລາ 14:00 - 16:00 ໂມງ ທີ່ ຫ້ອງປະຊຸມ ຫຼວງພະບາງ ຂອງ ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ, ໂດຍຈະເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ສຶກສາຂໍ້ມູນ ແລະ ສອບຖາມລາຍລະອຽດກ່ຽວກັບທຶນການສຶກສາດັ່ງກ່າວ. ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: https://www.australiaawardslaos.org