Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສູນອາຊຽນ ມະຫາວິທະຍາໄລກຽວໂຕ (Kyoto University ASEAN Center) ກຳລັງຈະຈັດໂຄງການແລກປ່ຽນການສຶກສາ 2023 Kyoto University Amgen Scholars Program: a summer undergraduate research program in science and biotechnology ໃນລະຫວ່າງວັນທີ 6 ມິຖຸນາ - 5 ສິງຫາ 2023 ທີ່ ມະຫາວິທະຍາໄລກຽວໂຕ ປະເທດຍີ່ປຸ່ນ ພາຍໃຕ້ການສະໜັບສະໜຸນທຶນຂອງ Amgen Foundation; ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອໃຫ້ນັກສຶກສາທີ່ເຂົ້າຮ່ວມມີໂອກາດໄດ້ເຮັດບົດຄົ້ນຄວ້າໃນດ້ານວິທະຍາສາດ ຫຼື ເຕັກໂນໂລຊີຊີວະພາບ ທີ່ຕົນມີຄວາມສົນໃຈ ພ້ອມທັງຈະໄດ້ຮ່ວມແລກປ່ຽນກ່ຽວກັບ ວັດທະນາທໍາ-ສັງຄົມຂອງປະເທດຍີ່ປຸ່ນອີກດ້ວຍ. ນັກສຶກສາທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່ເວັບໄຊ້:  http://www.opir.kyoto-u.ac.jp/study/en/curriculum/amgenscholars/ , ປິດຮັບສະໝັກວັນທີ 1 ກຸມພາ 2023. ນັກສຶກສາທີ່ໄດ້ຮັບການຄັດເລືອກໃຫ້ໄດ້ເຂົ້າຮ່ວມງານ ແມ່ນຈະໄດ້ຮັບທຶນເປັນ ຄ່າລົງທະບຽນເຂົ້າງານ, ຄ່າເດີນທາງໄປ-ກັບ, ຄ່າກິນຢູ່-ພັກເຊົາ; ສໍາລັບ ຄ່າວີຊ່າ ແມ່ນຜູ້ເຂົ້້າຮ່ວມຈະຕ້ອງຮັບຜິດຊອບດ້ວຍຕົນເອງ.