ວັນທີ 22 ກຸມພາທີ່ຜ່ານມານີ້, ແຂວງ ກວາງຊີ ສປ ຈີນ ໄດ້ຮ່ວມລົງນາມສູນຮ່ວມມືດ້ານນະວັດຕະກຳປັນຍາປະດິດ ກັບ ສປປ ລາວ ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍຜ່ານການຮ່ວມມືສ້າງຕັ້ງສູນນະວັດຕະກໍາປັນຍາປະດິດ ລາວ-ຈີນ, ຈະປັບປຸງຄວາມສາມາດພື້ນຖານຂອງລາວໃນຍຸກແຫ່ງປັນຍາປະດິດ ຢ່າງເປັນລະບົບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຫຼາຍຂະແໜງອຸດສາຫະກຳພາຍໃນລາວ. ໂດຍມີທ່ານ ເສີນກາງ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວ້າງ ກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ແລະທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ເປັນສັກຂີພິຍານ, ເຊິ່ງການລົງນາມຂໍ້ຕົກລົງ (MOA) ໃນຄັ້ງນີ້ແມ່ນຂົງເຂດການຮ່ວມມືໃນໂຄງການ “ການສ້າງຫ້ອງທົດລອງເຕັກໂນໂລຊີຂໍ້ມູນຂ່າວສານ ອາວະກາດອັດສະລິຍະຮ່ວມ ລາວ-ຈີນ” ຕາງໜ້າລົງນາມຝ່າຍຈີນໂດຍທ່ານ ນາງ Sun Xiyan ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລເຕັກໂນໂລຊີເອເລັກໂຕຣນິກກຸ້ຍຫລິນ, ຫົວໜ້າສະຖາບັນຄົ້ນຄວ້າເຕັກໂນໂລຊີເອເລັກໂຕຣນິກຫນານຫນິງ ສປ ຈີນ, ຕາງໜ້າລົງນາມຝ່າຍລາວ ໂດຍທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ).
ແຂວງກວາງຊີ ແລະບັນດາປະເທດສະມາຊິກອາຊຽນໄດ້ຮ່ວມກັນສ້າງສູນການຮ່ວມມືດ້ານປະດິດສ້າງປັນຍາປະດິດຈີນ-ອາຊຽນ ແນໃສ່ຈັດຕັ້ງປະຕິບັດຕາມການສະເໜີຂອງລັດຖະບານຈີນກ່ຽວກັບ "ແຜນການສ້າງຂີດຄວາມສາມາດການເຂົ້າເຖິງທົ່ວໄປດ້ານປັນຍາປະດິດ" ແລະ ຊຸກຍູ້ການພັດທະນາປັນຍາປະດິດທົ່ວໂລກຢ່າງເປີດກວ້າງ ແລະ ຮອບດ້ານ. ເປັນຕົ້ນແມ່ນ: ຊຸກຍູ້ການເຂົ້າເຖິງທົ່ວໄປຂອງເຕັກໂນໂລຊີປັນຍາປະດິດ, ປັບປຸງຄວາມສາມາດພື້ນຖານໃນຍຸກສະໄໝແຫ່ງປັນຍາປະດິດ, ເສີມສ້າງຄວາມເຂັ້ມແຂງຂອງການພັດທະນາປັນຍາປະດິດ, ເສີມສ້າງຄວາມເຂັ້ມແຂງການແລກປ່ຽນວັດທະນະທຳແບບອັດສະລິຍະ, ຊຸກຍູ້ການສືບທອດ ວັດທະນະທຳພື້ນເມືອງໃນຍຸກແຫ່ງປັນຍາປະດິດ, ກໍ່ສ້າງບຸກຄະລາກອນທີ່ມີພອນສະຫວັນໃນຍຸກສະໄໝໃໝ່ແຫ່ງປັນຍາປະດິດ ແລະຮ່ວມກັນສ້າງລະບົບທິດສະດີດ້ານຄວາມປອດໄພໃນຍຸກສະໄໝແຫ່ງປັນຍາປະດິດ. ການຮ່ວມມືໃນຄັ້ງນີ້ແມ່ນເປັນໜື່ງໃນ 9 ໂຄງການ ການຮ່ວມມືລະຫວ່າງ ລາວ-ຈີນ (ໂດຍສະເພາະແມ່ນ ແຂວງ ກວາງຊີ ສປ ຈີນ) ໃນໄລຍະທີ່ ທ່ານ ເຊີນກ່າງ ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ມາຢ້ຽມຢາມຢູ່ ສປປ ລາວ.
ວັນທີ 23 ກຸມພາ 2025 ນີ້, ທ່ານ ເສີນກາງ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວ້າງ ກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ແລະທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ເຊິ່ງໃຫ້ການຕ້ອນຮັບໂດຍທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ແລະຄະນະອໍານວຍການສະຖາບັນຂົງຈືຢ່າງອົບອຸ່ນ.
ໃນໂອກາດນີ້, ຄະນະນໍາສອງຝ່າຍລາວ-ຈີນໄດ້ຮ່ວມກັນເປີດປ້າຍຖານເຝິກອົບຮົມພາສາຈີນສາກົນ ແລະຖານຄົ້ນຄວ້າລະດັບປະເທດ-ພາກພື້ນ ລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ແລະມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ. ພ້ອມດຽວກັນທັງສອງຝ່າຍ ຍັງຮ່ວມກັນເປັນສັກຂີພິຍານໃນພິທີເຊັນສັນຍາມອບທຶນການສຶກສາໄລຍະ 3 ປີຂອງສະພາການຄ້າແຂວງກວາງຊີ ມອບໃຫ້ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ.
ທ່ານ ຄໍາຮຸ່ງ ຈັນທະວົງ ອໍານວຍການຝ່າຍລາວສະຖາບັນຂົງຈື ໃຫ້ຮູ້ວ່າ: ຖານເຝິກອົບຮົມພາສາຈີນສາກົນ ແລະຖານຄົ້ນຄວ້າລະດັບປະເທດ-ພາກພື້ນ ທັງສອງເປັນເວທີຮ່ວມມື ແລະແລກປ່ຽນດ້ານການສຶກສາລະຫວ່າງປະເທດເຊັ່ນ ການເຝິກອົບຮົມຄູ-ນັກຮຽນ, ການສ້າງວິໄນ, ການພັດທະນາປຶ້ມແບບຮຽນ, ການຮ່ວມກັນຄົ້ນຄວ້າວຽກງານດ້ານວັດທະນະທໍາ ແລະອື່ນໆ ລວມທັງການເຂົ້າເຖິງແຫຼ່ງທຶນຕ່າງໆໂດຍຜ່ານຖານດັ່ງກ່າວ ເພື່ອສົ່ງເສີມການສຶກສາ ສາກົນຂອງຈີນໃຫ້ຍືນຍົງ ແລະມີຄຸນນະພາບສູງ.
ໃນໂອກາດດັ່ງກ່າວ, ທ່ານ ເສີນກາງ ກໍໄດ້ໂອ້ລົມ ແລະກ່າວໃຫ້ກໍາລັງໃຈຕໍ່ຄູ ແລະອາຈານອາສາສະມັກຈີນ ທີ່ໄດ້ສະຫຼະເຫື່ອແຮງ ແລະສະຕິປັນຍາຕົນເອງເຂົ້າໃນວຽກງານການຮຽນ-ການສອນຢ່າງຕັ້ງໜ້າທີ່ສະຖາບັນຂົງຈື ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕະກໍາຈີນ-ລາວໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ.
ກອງປະຊຸມທາບທາມບຸກຄະລາກອນ ກະກຽມການດຳເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮອບທີ I. ຮອບເປີດກວ້າງເພື່ອຄັດເລືອກເປົ້າໝາຍລົງສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກ ມຊ ສະໄໝທີ VI ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 19 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງສະຫາຍ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ສະຫາຍ ເດຊານຸລາດ ແສນດວງເດດ ເລຂາຄະນະບໍລິຫານງານພັກ ວ່າການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ມີບັນດາທ່ານ ຫົວໜ້າກົມ, ບັນດາຄະນະບໍລິຫານງານພັກ ມຊ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກແຕ່ລະຂັ້ນເຂົ້າຮ່ວມ.
ໃນພິທີ, ສະຫາຍ ເດຊານຸລາດ ແສນດວງເດດ ໄດ້ລາຍງານວ່າ: ອົງຄະນະພັກ ມຊ ເປັນອົງຄະນະພັກໜຶ່ງ ທີ່ມີຖານະບົດບາດທຽບເທົ່າກັບອົງຄະນະພັກເມືອງ, ເປັນອົງຄະນະພັກທີ່ຂຶ້ນກັບ ອົງຄະນະພັກກະຊວງສຶກສາທິການ ແລະ ກີລາ, ຄະນະບໍລິຫານງານພັກ ມຊ, ສະໄໝທີ V ປະກອບມີ 16 ສະຫາຍ, ປັດຈຸບັນມີຄະນະບໍລິຫານງານພັກທັງໝົດ 8 ສະຫາຍ; ມີຄະນະພັກຮາກຖານ 13 ຮາກຖານ, 4 ໜ່ວຍພັກຮາກຖານ ແລະ 88 ໜ່ວຍພັກທີ່ຂຶ້ນກັບ; ມີສະມາຊິກພັກທັງໝົດ 1,757 ສະຫາຍ ຍິງ 814 ສະຫາຍ; ສະມາຊິກພັກສົມບູນ 1,702 ສະຫາຍ; ຍິງ 788 ສະຫາຍ ສະມາຊິກພັກສຳຮອງ 55 ສະຫາຍ ຍິງ 26 ສະຫາຍ; ມາຮອດປັດຈຸບັນການກະກຽມວຽກງານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VI ໄດ້ສຳເລັດຫຼາຍໜ້າວຽກໂດຍພື້ນຖານ ເປັນຕົ້ນ ສຳເລັດການແນະນໍາເອກະສານຂອງອະນຸກຳມະການເນື້ອໃນກວດຜ່ານຮ່າງລາຍງານການເມືອງ ແຜນພັດທະນາຂະແໜງການ ບົດແນະນໍາ ແລະ ແຈ້ງການຕ່າງໆ.
ພ້ອມນັ້ນ, ສະຫາຍ ນາງ ດາລາວອນ ກິດຕິພັນ ໄດ້ມີທິດຊີ້ນຳໃນທີ່ປະຊຸມວ່າ: ການທາບທາມເປົ້າໝາຍບຸກຄະລາກອນປະກອບເຂົ້າໃນກົງຈັກການຈັດຕັ້ງພັກ ແມ່ນບາດກ້າວທີ່ໜຶ່ງ ສຸດທີ່ມີຄວາມສໍາຄັນ ເປັນໄປຕາມຫຼັກການນໍາພາຂອງພັກໃນການປັບປຸງ, ເພື່ອເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້-ຄວາມສາມາດເຂົ້າໃນການນໍາພາວຽກງານຮອບດ້ານ ກໍຄືການພັດທະນາ ມຊ, ເປັນບ່ອນກໍ່ສ້າງ ແລະພັດທະນາ ຊັບພະຍາກອນມະນຸດ, ນັກວິຊາການທີ່ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະດ້ານຕ່າງໆ ນັບແຕ່ຂັ້ນອະນຸປະລິນຍາ ຮອດປະລິນຍາເອກ, ການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ. ສະຫາຍໄດ້ເນັ້ນໜັກໃຫ້ ພະນັກງານໃນສະພາບເສດຖະກິດແບບປັດຈຸບັນນີ້ ຈະຕ້ອງມີຄວາມອົດທົນແນວໃດ; ໃນໄລຍະການປັບປຸງກົງຈັກການຈັດຕັ້ງ, ໂຮມຫ້ອງການ, ໂຮມພະແນກ, ໂຮມຄະນະວິຊາ; ນັກຮຽນນັກສຶກສາໜ້ອຍລົງ ພວກເຮົາຈະເຮັດແນວໃດ ແລະ ສຳລັບວຽກງານພັກ ເຊັ່ນ: ອາຍຸຂອງຜູ້ລົງສະໝັກ ເປົ້າໝາຍອາດຈະສູງແດ່ ແຕ່ໃນນິຕິກຳກໍເປີດໄວ້ກວ້າງພໍສົມຄວນ.
ກອງປະຊຸມ ກິດຈະກຳການແຂ່ງຂັນຖາມ-ຕອບວິທະຍາສາດ ຕິດພັນກັບວຽກວິຊາການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 19 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ ມະຫາວີທະຍາໄລແຫ່ງຊາດ(ມຊ), ໂດຍການເຂົ້າຮ່ວມຂອງສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ປະທານ ແລະເລຂາ 3 ອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ຊາວໜຸ່ມ, ກຳມະບານ) ແລະນັກສຶກສາເຂົ້າຮ່ວມ.
ໃນພິທີ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວມີຄຳເຫັນໃນທີ່ປະຊຸມເຊິ່ງທ່ານກ່າວວ່າ: ຈຸດປະສົງຂອງການຈັດກິດຈະກໍາ ຖາມ-ຕອບຄວາມຮູ້ດ້ານວິທະຍາສາດຄັ້ງນີ້, ແມ່ນເພື່ອເຮັດໃຫ້ວຽກງານທາງດ້ານວິທະຍາສາດໄດ້ຮັບການສົ່ງເສີມ ແລະ ພັດທະນາຢ່າງເປັນລະບົບ, ມຊ ຈຶ່ງໄດ້ກຳນົດໄວ້ໃນ 4 ພັນທະກິດຂອງ ມຊ ດັ່ງນີ້: 1) ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກບໍລິຫານ, ນັກວິຊາການ, ນັກຄົ້ນຄວ້າ ວິທະຍາສາດ ທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ລະບຽບວິໄນ, ມີຫົວຄິດ ປະດິດສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ; 2) ດໍາເນີນ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີມາດຕະຖານ ເພື່ອຕອບສະໜອງນະໂຍບາຍ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ; 3) ບໍລິການທາງດ້ານວິຊາການ ທີ່ມີປະສິດທິພາບເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ 4) ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມ ທັງເລືອກເຟັ້ນ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການພັດທະນາ.
ການຈັດກິດຈະກໍາແຂ່ງຂັນ ຖາມ-ຕອບ ວິທະຍາສາດ ຄັ້ງນີ້ ເປັນບາດກ້າວສໍາຄັນໃນການສົ່ງເສີມ ນັກສຶກສາ ໃຫ້ຮັກໃນການຮຽນ, ການຄົ້ນຄວ້າ, ເພື່ອພັດທະນາຕົວເອງ, ສັງຄົມ ແລະ ປະເທດຊາດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ. ເຊິ່ງກິດຈະກຳຖາມ-ຕອບວິທະຍາສາດ ຄັ້ງນີ້: ມີທີມຕົວແທນນັກສຶກສາ 13 ຄະນະວິຊາ ແລະ 1 ສະຖາບັນ ລວມເປັນ 14 ທີມ ເຂົ້າຮ່ວມແຂ່ງຂັນ; ການແຂ່ງຂັນຄັ້ງນີ້ ປະກອບມີທັງໝົດ 42 ຄໍາຖາມ, ແຕ່ລະຮອບແມ່ນມີ 14 ຄໍາຖາມ ໄດ້ແບ່ງເປັນ 3 ຮອບຄື: ຮອບທຳອິດຈະແຂ່ງຂັນໃນສາຍ A ແລະ ສາຍ B ແລ້ວຄັດເລືອກເອົາ 3 ທີມທີ່ມີຄະແນນສູງສຸດຂອງແຕ່ລະສາຍ ເຂົ້າໄປແຂ່ງຂັນໃນຮອບສຸດທ້າຍ ແລະ ແຂ່ງຂັນເອົາທີ 1, 2, 3 ເທົ່ານັ້ນ.
ສຳລັບທີມທີ່ໄດ້ຊະນະເລີດອັນດັບທີ 1 ແມ່ນໄດ້ຮັບທຶນການສຶກສາ ລາງວັນ 1,000,000 ກີບ ພ້ອມໃບຢັ້ງຢືນ, ທີ 2 ແມ່ນ 700,000 ກີບ ພ້ອມໃບຢັ້ງຢືນ, ທີ 3 ແມ່ນ 500,000 ກີບ ແລະ ລາງວັນຊົມເຊີຍທີມທີ່ເຂົ້າຮ່ວມແຂ່ງຂັນ ທີມລະ 300,000 ກີບ. ຜົນການແຂ່ງຂັນປະກົດວ່າ ຊະນະເລີດ ໄດ້ຮັບລາງວັນທີ 1 ໄດ້ແກ່ທີມນັກສຶກສາຈາກ ຄະນະກະເສດສາດ (ຄກສ), ລາງວັນທີ 2 ທີມນັກສຶກສາຄະນະນິຕິສາດ ແລະລັດຖະສາດ (ຄນລ) ແລະລາງວັນທີ 3 ແມ່ນທີມນັກສຶກສາຈາກ ຄະນະວິທະຍາສາດສັງຄົມ (ຄສຄ).
ໃນວັນທີ 13 ກຸມພາ 2025 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດຫ້ອງການໃຫ້ຄຳປຶກສາດ້ານອາຊີບຂຶ້ນຢ່າງເປັນທາງການທີ່ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເປັນປະທານໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ, ວ່າການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ເຊຊີນ ເລີຄົວ, ອຸປະທູດ, ສໍານັກງານຜູ້ຕາງໜ້າຈາກສະຫະພາບເອີຣົບ ປະຈຳ ສປປ ລາວ. ນອກຈາກນີ້ຍັງມີບັນດາຄູອາຈານ, ນັກສຶກສາ, ຜູ້ຕ່າງໜ້າຈາກພາກລັດ, ສະພາອຸດສະຫາກໍາ ແລະ ການຄ້າແຫ່ງຊາດ, ສະມາຄົມທຸລະກິດການທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ທ່ອງທ່ຽວລາວ, ອົງການຈັດຕັ້ງສາກົນ, ແລະ ບັນດາບໍລິສັດ ແລະ ໂຮງແຮມ ເຂົ້າຮ່ວມເປັນຈຳນວນຫຼາຍກວ່າ 60 ຄົນ.
ຫ້ອງການໃຫ້ຄຳປຶກສາດ້ານອາຊີບໄດ້ຮັບການສ້າງຕັ້ງຂຶ້ນເປັນໜຶ່ງໃນແຜນງານຂອງໂຄງການຫຼັກສູດນະວັດຕະກຳເພື່ອການຮຽນຮູ້ຕະຫຼອດຊີວິດສຳລັບແຮງງານ ໃນອຸດສາຫະກຳການທ່ອງທ່ຽວແບບຍືນຍົງ ຫຼື ເອີ້ນວ່າໂຄວການ INNO4Tourism Project, ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບເປັນຈຳນວນງົບປະມານທັງໝົດ 748,054 ເອີໂຣ ສໍາລັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຢູ່ 9 ສະຖາບັນການສຶກສາຊັ້ນສູງ ແລະ ອົງການໃນ 4 ປະເທດໃນສະຫະພາບເອີຣົບ ແລະ ອາຊີເຊັ່ນ: ມະຫາວິທະຍາໄລປາແລໂມ ແລະ ອົງການເຈີຊີ, ປະເທດອີຕາລີ; ມະຫາວິທະຍາໄລມາເຊໂດເນຍ ແລະ ອົງການສີມເພຼັກຊີສ, ປະເທດເກຼັກ; ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລສະຫວັນນະເຂດ, ສປປ ລາວ; ແລະ ມະຫາວິທະຍາໄລສົງຂລານະຄະລິນ, ມະຫາວິທະຍາໄລຊຽງໃໝ່ ແລະ ສະມາຄົມທຸລະກິດທ່ອງທ່ຽວແຂວງພູເກັດ, ຣາຊາອະນາຈັກໄທ.
ຫ້ອງການໃຫ້ຄຳປຶກສາດ້ານອາຊີບເປັນສະຖານທີ່ຕົ້ນແບບເພື່ອໃຫ້ຄໍາແນະນໍາດ້ານອາຊີບແບບຄົບວົງຈອນ, ອໍານວຍຄວາມສະດວກໃນການຊອກວຽກ ແລະ ສະໝັກວຽກ, ແລະ ເປັນສູນກາງສໍາລັບການຝຶກງານ ແລະ ສູນຂໍ້ມູນຂ່າວສານສຳການສະໝັກວຽກ ແລະ ໂອກາດອື່ນໆ. ການບໍລິການດັ່ງກ່າວຈະຊຸກຍູ້ການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ພາກທຸລະກິດ, ການເຊື່ອມຕໍ່ລະຫວ່າງນັກນັກສຶກສາ ແລະ ຜູ້ປະກອບການ, ນຳໃຊ້ເວທີດິຈິຕອນເພື່ອສ້າງຕະຫຼາດແຮງງານທີ່ມີການເຄື່ອນໄຫວ. ນອກຈາກນີ້, ຍັງຈະປະກອບອາຊີບເປັນທີ່ປຶກສາ ແລະ ໃຫ້ຄຳປຶກສາ, ເພີ່ມທະວີສາຍພົວພັນກັບສະມາຄົມອາຊີບ ແລະ ຍົກລະດັບຄວາມພ້ອມຂອງນັກສຶກສາໃຫ້ແກ່ໂອກາດການເຮັດວຽກ.
ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບຫ້ອງການໃຫ້ຄຳປຶກສາດ້ານອາຊີບ ແລະ ໂຄງການນະວັດຕະກຳຫຼັກສູດການຮຽນຮູ້ຕະຫຼອດຊີວິດສຳລັບແຮງງານອຸດສາຫະກຳການທ່ອງທ່ຽວແບບຍືນຍົງ ແລະໄດ້ສົນທະນາແລກປ່ຽນ, ທ່ຽວຊົມສິ່ງອຳນວຍຄວາມສະດວກພາຍໃນຫ້ອງການດັ່ງກ່າວອີກດ້ວຍ.