ແຈ້ງການ ຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບ ທ່ານອະດີດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພັກການເຂົ້າຮັບອຸດໜູນບຳນານ
ແຈ້ງການ ຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບ ທ່ານອະດີດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພັກການເຂົ້າຮັບອຸດໜູນບຳນານ
ແຈ້ງການ ຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບ ທ່ານອະດີດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພັກການເຂົ້າຮັບອຸດໜູນບຳນານ
ໃນຕອນເຊົ້າວັນທີ 26 ເມສາ 2024 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີປະກາດການຈັດຕັ້ງຄະນະນໍາ ມຊ. ຂຶ້ນທີ່ສະໂມສອນ ສະຖາບັນຂົງຈື ມຊ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານຕາງໜ້າຈາກສູນກາງພັກ, ຈາກກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ, ມີທ່ານ ອະທິການບໍດີ, ຮອງອະທິການບໍດີ, ບັນດາ ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ, ຫົວໜ້າພາກວິຊາ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ປອ. ນາງ ວິໄລ ພິລາວົງ ຫົວໜ້າກົມຄຸ້ມຄອງພະນັກງານຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ສະບັບເລກທີ 122/ນຍ, ລົງວັນທີ 29/01/2024 ອະນຸມັດໃຫ້ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ. ລວມອາຍຸການ 37 ປີ ອອກພັກການ-ຮັບອຸດໜູນບໍານານ ແລະແຕ່ງຕັ້ງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເປັນວ່າການແທນອະທິການບໍດີ ມຊ. ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ພະນັກງານ ດຳລົງຕໍາແໜ່ງບໍລິຫານ ຂອງ ມຊ ສະບັບເລກທີ 1569/ສສກ, ລົງວັນທີ 09 ເມສາ 2024. ພ້ອມທັງຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ ສະບັບເລກທີ 224/ນຍ ລົງວັນທີ 08/04/2024 ວ່າດ້ວຍການແຕ່ງຕັ້ງທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ ເປັນຮອງອະທິການບໍດີ ມຊ ແລະຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ. ເລກທີ 225/ນຍ ລົງວັນທີ 08/04/2024 ວ່າດ້ວຍການແຕ່ງຕັ້ງທ່ານ ທອງສຸກ ແກ້ວມະນີ ເປັນຮອງອະທິການບໍດີ ມຊ.
ໃນພິທີສໍາຄັນນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໂອ້ລົມຕໍ່ທີີ່ປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນງານ ຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະດີດອະທິການບໍດີ ມຊ. ທີ່ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ເວົ້າລວມ; ເວົ້າສະເພາະແມ່ນ ການພັດທະນາ ມຊ, ພ້ອມນັ້ນ ທ່ານຍັງໄດ້ກ່າວເຖິງຜົນສໍາເລັດໃນຂັ້ນຕ່າງໆ ໃນໄລຍະການດຳລົງຕໍາແໜ່ງຂອງທ່ານອະດີດອະທິການບໍດີ ໂດຍສະເພາະແມ່ນວຽກງານດ້ານວິຊາການ, ການຄົ້ນຄວ້າວິທະຍາສາດ, ການສົ່ງເສີມພະນັກງານຍົກລະດັບວິຊາສະເພາະ ແລະຜົນສໍາເລັດໃນວຽກອື່ນໆອີກຢ່າງຫຼວງຫຼາຍ ແລະ ຂະນະດຽວກັນທ່ານຍັງໄດ້ກ່າວເຖິງປະສົບການໃນໄລຍະການຮ່ວມວຽກງານນໍາທ່ານ ອະດີດອະທິການບໍດີວ່າ ທ່ານເປັນບຸກຄົນໜຶ່ງທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດໃນການນຳໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະກໍາລັງແຮງສັງລວມທັງຢູ່ພາຍໃນ ແລະພາຍນອກເຂົ້າໃນການພັດທະນາມະຫາວິທະຍາໄລ, ເປັນຜູ້ນຳທີ່ມີມະນຸດສຳພັນດີ ແລະມີຄວາມໂອບເອື້ອອາລີ ຊຶ່ງເປັນຈຸດເດັ່ນອັນໜຶ່ງຂອງທ່ານ, ແຕ່ທ່ານກໍເປັນຜູ້ນຳທີ່ມີຄວາມເດັດຂາດ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ. ເຊິ່ງເປັນແບບຢ່າງອັນດີໃຫ້ໝູ່ຄະນະ ແລະບຸກຄະລາກອນໃນ ມຊ, ເປັນຜູ້ໜຶ່ງທີ່ມີຄວາມບຸກໜ້າບືນຕົວຜ່ານຜ່າຂໍ້ຫຍຸ້ງຍາກ ໂດຍສະເພາະແມ່ນໄລຍະທີ່ທ່ານຮັບຕໍາແໜ່ງໄດ້ມີການລະບາດຂອງພະຍາດໂຄວິດ19 ແຕ່ທ່ານກໍສາມາດນໍາພາ ມຊ ຜ່ານວິກິດນັ້ນມາໄດ້ ແລະທ່ານຍັງໄດ້ສ້າງຜົນງານອັນພົ້ນເດັ່ນໂດຍສະເພາະແມ່ນການສ້າງພື້ນຖານໂຄງລາງໃຫ້ມີຄວາມເຂັ້ມແຂງ, ການສ້າງພະນັງານສືບທອດ, ສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ, ໄດ້ຂະຫຍາຍການຮ່ວມມືກັບຕ່າງປະເທດຢ່າງກວ້າງຂວາງ ແລະເຖິງວ່າທ່ານຈະເປັນຜູ້ບໍລິຫານຂັ້ນສູງ ແລະມີຫລາຍວຽກ ທ່ານກໍໄດ້ເອົາໃຈໃສ່ໃນການຮ່ຳຮຽນຍົກລະດັບຕົນເອງ ແລະການຄົ້ນຄວ້າວິທະຍາສາດ, ຊຶ່ງໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ, ຄູ- ອາຈານ ແລະນັກສຶກສາທົ່ວ ມຊ.
ໃນໂອກາດດຽວກັນ ທ່ານລັດຖະມົນຕີ ໄດ້ຝາກເຖິງ ວ່າການແທນອະທິການບໍດີ ແລະທ່ານຮອງອະທິການບໍດີທີ່ຂຶ້ນຮັບໜ້າທີ່ໃໝ່ ໃຫ້ຮັກສາສະຖຽນລະພາບຂອງ ມຊ. ໃຫ້ຄົງຢູ່ ແລະສ້າງ ມຊ ໃຫ້ມີຄວາມນໍາໜ້າ, ຄວາມເຂັ້ມແຂງດ້ານການບໍລິຫານ-ຄຸ້ມຄອງ, ໃຫ້ເປັນມະຫາວິທະຍາໄລ ທີ່ນໍາໜ້າທາງດ້ານວິຊາການ, ດ້ານສິ່ງແວດລ້ອມ ແລະນໍາໜ້າທາງດ້ານການຮ່ວມມືກັບຕ່າງປະເທດ, ທ່ານໄດ້ກ່າວເນັ້ນອີກວ່າ ໃຫ້ທຸກພາກສ່ວນທົ່ວ ມຊ. ຈົ່ງໃຫ້ຄວາມຮ່ວມມື-ຮ່ວມໃຈ ໃນການປະຕິບັດໜ້າທີ່ຂອງຄະນະນໍາຊຸດໃໝ່ ເພື່ອໃຫ້ ມຊ ກາຍເປັນສູນກາງການສຶກສາທີ່ມີຄວາມກ້າວໜ້າ ແລະມີຄຸນນະພາບຍິ່ງຂຶ້ນໃນທຸກໆດ້ານ.
CALOHEA PROJECT: REGIONAL SUBJECT-SPECIFIC QUALIFICATIONS AND ASSESSMENT REFERENCE FRAMEWORKS (TEACHER EDUCATION SUBJECT AREA, SAG)
After a long and collaborative effort in drafting, consulting, and revising, the Regional Subject-Specific Qualifications and Assessment Reference Frameworks was finally finalized. The framework is on of the key mechanisms of the project because it provides insights and key information regarding dimensions, subdimensions and explanation useful for higher education institutions to consider and apply as a guide or reference in developing teacher education programme in their respected institutions. This framework plays a crucial role in upgrading teacher education in the era of digitalization. Navigate and access the link below for detail information of the framework.
ໂຄງການຄາໂລແຮ (CALOHEA Project): ຂອບວຸດທິການສຶກສາໃນລະດັບພາກພື້ນ ແລະ ການປະເມີນ (ສາຂາການສຶກສາຄູ).
ພາຍຫຼັງໄດ້ມີການຮ່າງຂອບວຸດທິ, ມີການປຶກສາຫາລືກັບນັກວິຊາການ, ຄູສອນ, ຜູ້ຈ້າງງານ ແລະ ນັກສຶກສາຫຼາຍຄັ້ງ ໃນທີ່ສຸດຂອບວຸດທິການສຶກສາດັ່ງກ່າວກໍສຳເລັດ. ຂອບວຸດທິນີ້ແມ່ນກິດຈະກຳໜຶ່ງໃນກິດຈະກຳຫຼັກຂອງໂຄງການ ເນື່ອງຈາກເປັນຂໍ້ມູນທີ່ສຳຄັນກ່ຽວກັບອົງປະກອບຫຼັກ ແລະ ອົງປະກອບຮອງຂອງການສຶກສາຄູເຊິ່ງເປັນປະໂຫຍດຕໍ່ສະ ຖານການສຶກສາຊັ້ນສູງຕ່າງໆ. ຂອບວຸດທິການສຶກສານີ້ຍັງມີບົດບາດສຳຄັນໃນການຊ່ວຍຍົກລະດັບການສຶກສາຄູໃນ ຍຸກດີຈີຕອນ. ທ່ານສາມາດເຂົ້າອ່ານຕາມລິ້ງ: ຂອບວຸດທິການສຶກສາ_Teacher Education RM1_Lao Version
ໃນວັນທີ 5 ເມສາ 2024 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມເສີມສ້າງຄວາມເຂັ້ມແຂງການຄຸ້ມຄອງ ແລະການນຳພາໃນດ້ານການເງິນ ຂອງພາກການສຶກສາຊັ້ນສູງໃນອາຊີ (Advancing Strategic Management, Leadership and Fundraising in Higher Education in Asia) ຫຼື ASTRA ແລະ ສູນ Research and Development (R&D) Innovation Center ທີ່ໂຮງແຮມ Crowne Plaza, ໂດຍການເປັນປະທານ ຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ແລະທ່ານ Vincent Vire ຫົວໜ້າຫ້ອງການ ການຮ່ວມມືຈາກສະຫະພາບ ອີຍູ, ມີທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນທີ່ປະຊຸມ ທ່ານ ຮສ. ນາງ ພັນພະສາ ຫຼອມຈັນທະລາ ຫົວໜ້າສູນ Research and Development (R&D) Innovation Center ໄດ້ນຳສະເໜີກ່ຽວກັບໂຄງການ ASTRA ເຊິ່ງໄດ້ເລີ່ມເປີດຢ່າງເປັນທາງການໃນວັນທີ 4 ເມສາ 2023 ຜ່ານມາ, ເຊິ່ງຕັ້ງຢູ່ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມຊ ໂດຍມີຈຸດປະສົງ ເພື່ອສະໜັບສະໜູນການດຳເນີນງານຂອງສະຖາບັນການສຶກສາຊັ້ນສູງໃນປະເທດລາວ ແລະ ໄທ ໂດຍການເພີ່ມຂີດຄວາມສາມາດ ຂອງບຸກຄະລາກອນໃນການເຂົ້າເຖິງແຫຼ່ງທຶນ ຜ່ານການໃຊ້ປະໂຫຍດຈາກໂປຣແກຣມການຄົ້ນຄວ້າ ແລະ ພັດທະນາ ທີ່ໄດ້ຮັບທຶນຈາກຜູ້ໃຫ້ທຶນທີ່ກ່ຽວຂ້ອງ ແລະ ຜ່ານການສະໜອງການບໍລິການໃຫ້ຄໍາປຶກສາທີ່ທັນສະໄໝ ແກ່ລູກຄ້າເອກະຊົນ. ຕະຫຼອດໄຍລະຂອງການຈັດຕັ້ງປະຕິບັດໂຄງການແມ່ນໄດ້ດໍາເນີນການຄົ້ນຄວ້າຢ່າງເລິກເຊິ່ງ ແລະ ລົງພາກສະໜາມຕົວຈິງກ່ຽວກັບຄວາມຕ້ອງການສະເພາະຂອງການປົກຄອງ, ຮູບແບບການເງິນ ແລະ ໂອກາດການລະດົມໃນຂົງເຂດ ICT ແລະ ວິທະຍາສາດສັງຄົມ ໃນສະພາບແວດລ້ອມການສຶກສາຊັ້ນສູງຂອງປະເທດລາວ ແລະ ໄທ; ພັດທະນາ ແລະ ວາງແຜນໂປຣແກຣມການເຝິກອົບຮົມແບບປະສົມປະສານ ເພື່ອຮັບປະກັນວ່າ HEIs ແລະ ບຸກຄະລາກອນທີ່ມີຄວາມສາມາດຂອງເຂົາເຈົ້າມີຄວາມພ້ອມທາງດ້ານຄວາມຮູ້, ທັກສະ ແລະ ຊັບພະຍາກອນທີ່ຈໍາເປັນເພື່ອຄຸ້ມຄອງ ແລະຈັດຕັ້ງປະຕິບັດຍຸດທະສາດການລະດົມທຶນ ແລະ ຈັດຕັ້ງໂປຣແກຣມສ້າງຄວາມສາມາດຂະໜາດໃຫຍ່, ໂດຍຈະສຸມໃສ່ການຖ່າຍທອດຄວາມຮູ້ ແລະ ຄວາມຊຳນານຈາກບັນດາຜູ້ຊ່ຽວຊານ EU ໃຫ້ແກ່ຄູເຝິກຂອງ 4 ມະຫາວິທະຍາໄລ ຈາກອາຊີຕາເວັນອອກສຽງໃຕ້ ພ້ອມທັງສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນານະວັດຕະກຳໃໝ່ 4 ແຫ່ງ (ໜຶ່ງໃນມະຫາວິທະຍາໄລຈາກປະເທດລາວ ແລະ ໄທ), ຮັບປະກັນການດຳເນີນງານແບບຍືນຍົງ ແລະ ການເຂົ້າເຖິງໂປຣແກຣມທີ່ໄດ້ຮັບທຶນຈາກຜູ້ໃຫ້ທຶນ.
ໂດຍມີການຮ່ວມມືກັບມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສົງຂາ (ປະເທດໄທ), ມະຫາວິທະຍາໄລຊຽງໄໝ່ (ປະເທດໄທ) ແລະໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກມະຫາວິທະຍາໄລ Degli Studi Firenze (ປະເທດອີຕາລີ); ໄດ້ຮັບການສະໜັບສະໜູນດ້ານ ICT ຈາກມະຫາວິທະຍາໄລບໍລິຫານທຸລະກິດ Athens (ປະເທດເກຼັກ) ພ້ອມນັ້ນກໍໄດ້ຮັບທຶນການສະໜັບສະໜູນຈາກ Symplexis (Greece) ແລະ BK Consult (Germany) ໂດຍພາຍໃຕ້ການຮ່ວມມືໂຄງການ Erasmus+
ໃນທີ່ປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ໂຄງການ, ການໃຫ້ຄຳປຶກສາ ແລະເຝິກອົບຮົມຂອງສູນ (R&D) Innovation Center ໂດຍທ່ານ ຮສ. ປອ. ວິຣິຍະສັກ ສີສຸພັນທອງ ຈາກ ຄສບ; ຮັບຟັງການບັນຍາຍໃນຫົວຂໍ້ ຜົນກະທົບຂອງໂຄງການ Erasmus+ ຕໍ່ກັບການສ້າງຄວາມເຂັ້ມແຂງຂອງການສຶກສາຊັ້ນສູງຂອງ ສປປ ລາວ ໂດຍທ່ານ ປອ. ສຸບິນ ສີສະຫວັດ ຈາກຫ້ອງການພົວພັນຕ່າງປະເທດ ມຊ ແລະຫົວຂໍ້ເສວະນາກ່ຽວກັບ “ກໍ່ສ້າງການເຊື່ອມໂຍງ” ສູ່ຄວາມເຂັ້ມແຂງໃຫ້ສະຖາບັນການສຶກສາຊັ້ນສູງໂດຍຜ່ານການໃຫ້ບໍລິການດ້ານວິຊາການ ແລະການເຝິກອົບຮົມ ICT ແລະວິທະຍາສາດສັງຄົມ.
ໃນວັນທີ 5 ເມສາ 2024 ຜ່ານມາ, ຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນການສຶກສາຫຼັງປະລິນຍາຕີ ປະຈຳຊຸດການສຶກສາ 2022-2024 ທີ່ຄະນະຂອງຕົນ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ແຫຼມທອງ ລັດດາວົງ ຄະນະບໍດີ ຄວທ, ມີບັນດາແຂກຖືກເຊີນ, ຄູ-ອາຈານ, ພະນັກງານ ແລະນັກສຶກສາເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ພູວັນ ສຸກສົມຫວັງ ຫົວໜ້າພະແນກການສຶກສາຫຼັງປະລິນຍາຕີ ຄວທ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຮຽນ-ການສອນ ແລະຜົນສຳເລັດການສຶກສາ ລະດັບປະລິນຍາໂທວິທະຍາສາດ ປະຈຳຊຸດຮຽນ 2022-2024 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄວທ ເປີດສອນຫຼັກສູດໃນລະດັບປະລິນຍາໂທ ມາແຕ່ປີ 2007 ເປັນຕົ້ນມາ, ສາຂາທີ່ເປີດການຮຽນ-ການສອນເປັນສາຂາທຳອິດແມ່ນປະລິນຍາໂທ ສາຂາ ຄະນິດສາດ; ໃນປັດຈຸບັນ ຄວທ ມີຫຼັກສູດປະລິນຍາໂທທັງໝົດ 9 ສາຂາ (ຫຼັກສູດແບບທົ່ວໄປ 6 ສາຂາ ແລະ ຫຼັກສູດແບບຄົ້ນຄວ້າ 3 ສາຂາຄື: ສາຂາ ຊີວະວິທະຍາສາດ, ສາຂາ ເຄມີ ແລະຟີຊິກສາດນຳໃຊ້); ມີຫຼັກສູດປະລິນຍາເອກ 2 ສາຂາຄື: ສາຂາ ຟີຊິກນຳໃຊ້ ແລະສາຂາຊີວະວິທະຍາ ແລະມີນັກສຶກສາທັງໝົດ 83 ຄົນ. ໃນນັ້ນ ເປັນນັກສຶກສາໃນລະດັບປະລິນຍາໂທ 79 ຄົນ ຍິງ 17 ຄົນ ແລະນັກສຶກສາປະລິນຍາເອກ 4 ຄົນ. ສຳລັບຊູດສຶກສາ 2022-2024 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 31 ຄົນ ຍິງ 10 ຄົນ ຈາກ 5 ສາຂາ ວິຊາຄື: ສາຂາ ຊີວະວິທະຍາ, ວິທະຍາສາດຄອມພີວເຕີ, ຟີຊິກນຳໃຊ້ຮູບແບບຄົ້ນຄວ້າ, ສາຂາ ຊີວະແບບຄົ້ນຄວ້າ, ສາຂາ ເຄມີແບບຄົ້ນຄວ້າ.
ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ມອບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ ຜູ້ສໍາເລັດການສຶກສາ ດັ່ງກ່າວ ໂດຍການມອບຂອງທ່ານ ຮສ. ສິນທະວອນ ດາລາວົງ ແລະພ້ອມທັງມອບໃບຍ້ອງຍໍໃຫ້ແກ່ນັກສຶກສາຜູ້ທີ່ມີຜົນງານດີເດັ່ນຕະຫຼອດຊູດການສຶກສາຜ່ານມາທັງໝົດ 8 ຄົນ ຍິງ 2 ຄົນ.