Select your language

ໃນຕອນເຊົ້າວັນທີ 6 ຕຸລາ 2022, ທີ່ຄະນະນິຕິສາດ ແລະລັດຖະສາດ(ຄນລ) ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ຈັດພິທີສະຫຼຸບສົກຮຽນ ປະຈຳສົກປີ 2021-2022 ແລະໄຂສົ່ງຮຽນໃຫມ່ ປະຈຳສົກປີ 2022-2023 ພ້ອມທັງສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ ຂຶ້ນທີ່ຫ້ອງປະຊຸມຂອງຕົນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄນລ ມະຫາວິທະຍາໄລແຫ່ງຊາດ, ມີຮອງຄະນະບໍດີ, ບັນດາທ່ານແຂກທີ່ຖືກເຊີນ, ມີຫົວໜ້າພາກວິຊາ, ຫົວໜ້າພະແນກ, ຫົວໜ້າສູນ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.

          ໃນພິທີ ທ່ານ ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄນລ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວ ປະຈຳສົກປີ 2021-2022, ໃນສົກສຶກສາ 2021-2022 ຄນລ ມີນັກສຶກສາທັງໝົດ 1.648 ຄົນ, ຍິງ 871 ຄົນ, ໃນນັ້ນມີນັກສຶກສາ ປະລິນຍາຕີ 1.459 ຄົນ, ຍິງ 814 ຄົນ ແລະນັກສຶກສາປະລິນຍາໂທ 189 ຄົນ, ຍິງ 57 ຄົນ, ມີນັກສຶກສາສຳເລັດການສຶກສາ 2021-2022 ທັງໝົດ 342 ຄົນ, ຍິງ 188 ຄົນ, ມີນັກສຶກສາ ໄດ້ຮັບໃບປະກາສະນີຍະບັດ ກຽດນິຍົມ ຈໍານວນ 19 ຄົນ, ຍິງ 12 ຄົນ (ພາກວິຊາກົດໝາຍທຸລະກິດ ຈຳນວນ 2 ຄົນ, ຍິງ 1 ຄົນ; ພາກວິຊາພົວພັນສາກົນ ຈຳນວນ 16 ຄົນ, ຍິງ 10 ຄົນ ແລະພາກວິຊາກົດໝາຍປົກຄອງ ຈຳນວນ 1 ຄົນ, ຍິງ 1 ຄົນ), ນອກນັ້ນ ມີນັກສຶກສາ ລະດັບປະລິນຍາໂທ ສຳເລັດການສຶກສາ ທັງໝົດ 60 ຄົນ, ຍິງ 19 ຄົນ. ມາຮອດປັດຈຸບັນ ຄະນະນິຕິສາດ ແລະ ລັດຖະສາດ ສາມາດກໍ່ສ້າງນັກວິຊາການລະດັບປະລິນຍາຕີໄດ້ເຖິງ 26 ຊຸດ ແລະລະດັບປະລິນຍາໂທນິຕິສາດໄດ້ 11 ຮຸ່ນ, ປະລິນຍາໂທ ສາຂາກົດໝາຍປົກຄອງ 6 ຮຸ່ນ, ປະລິນຍາໂທ ສາຂາ ກົດໝາຍທຸລະກິດ 5 ຮຸ່ນ ແລະ ປະລິນຍາໂທ ສາຂາກົດໝາຍສາກົນ 2 ຮຸ່ນ. ຫຼັງຈາກນັ້ນໄດ້ມີພິທີມອບ-ຮັບປະກາສະນີຍະບັດ ໂດຍທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ.

          ໂອກາດດຽວກັນ, ໃນພິທີໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດຄົບຮອບ 28 ປີ ( 7 ຕຸລາ 1994 - 7 ຕຸລາ 2022 ) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຄະນະນິຕິສາດ ແລະ ລັດຖະສາດ ວິທະຍາໄລແຫ່ງຊາດ ໄດ້ມີຫລາກຫລາຍກິດຈະກຳຕ່າງໆ ເປັນຕົ້ນແມ່ນ ອ່ານສານອວຍພອນ, ຟ້ອນ, ຮ້ອງເພງ ແລະມອບຂອງຂວັນໃຫ້ແກ່ ພະນັກງານ ຄູ-ອາຈານ, ທັງນີ້ກໍ່ເພື່ອສະແດງເຖິງຄວາມຮູ້ບຸນຄຸນ, ກະຕັນຍູຕໍ່ຄູ-ອາຈານ ທີ່ໄດ້ອຸທິດເຫືອແຮງໃນການສິດສອນ, ຖ່າຍທອດຄວາມຮູ້ ໃຫ້ແກ່ນັກສຶກສາ.

ພາບບັນຍາກາດ