Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດເພື່ອຊາບວ່າ: ມະຫາວິທະຍາໄລບໍລິຫານຈັດການສິງກະໂປ (Singapore Management University: SMU) ຈະມາຈັດໂຄງການແລກປ່ຽນວັດທະນະທໍາລາວ-ສິງກະໂປ, ຊຶ່ງເປັນໂຄງການທີ່ຢູ່ພາຍໃຕ້ແຜນງານ Project Wan Mai XIII ຂອງ Overseas Community Service Project; ໂດຍຈະຈັດຂຶ້ນໃນວັນທີ 13 ພຶດສະພາ 2024 ເວລາ 13:00 – 17: 00 ໂມງ ທີ່ ຫ້ອງປະຊຸມ ສະໂມສອນ ມຊ ຊັ້ນ2 (ວິທະຍາເຂດດົງໂດກ). ໂດຍຈຸດປະສົງຫຼັກຂອງງານແມ່ນເພື່ອເປີດໂອກາດໃຫ້ນັກສຶກສາລາວ ແລະ ສິງກະໂປ ໄດ້ແລກປ່ຽນດ້ານວັດທະນະທໍາຮ່ວມກັນ ຜ່ານການນໍາສະເໜີ, ສົນທະນາແລກປ່ຽນ, ສະແດງສິລະປະ-ວັດທະນະທໍາ ແລະ ເຮັດກິດຈະກໍາເປັນກຸ່ມຮ່ວມກັນ; ຊຶ່ງນັກສຶກສາສິງກະໂປມີຈໍານວນທັງໝົດ 25 ຄົນ. ສະນັ້ນ, ຫ້ອງການພົວພັນຕ່າງປະເທດ ຈຶ່ງສະເໜີໃຫ້ມີຕາງໜ້ານັກສຶກສາ ມຊ ຈໍານວນ 25 ຄົນ ເພື່ອເຂົ້າຮ່ວມງານດັ່ງກ່າວ.

  • ເງື່ອນໄຂນັກສຶກສາທີ່ຈະສະໝັກເຂົ້າຮ່ວມ:
  1. ນັກສຶກສາຕ້ອງສາມາດສື່ສານພາສາອັງກິດໄດ້ໃນລະດັບປານກາງຂຶ້ນໄປ;
  2. ມີຄວາມຫ້າວຫັນ ແລະ ສາມາດເຮັດວຽກເປັນກຸ່ມໄດ້;
  3. ສາມາດຊ່ວຍກະກຽມບົດຄວາມ (Presentation) ກ່ຽວກັບ ວັດທະນະທໍາລາວ ພ້ອມທັງມີຄວາມສາມາດໃນການກະກຽມການສະແດງສິລະປະ-ວັດທະນະທໍາລາວ ທີ່ຈະນໍາສະເໜີພາຍໃນງານ.
  • ວິທີການສະໝັກເຂົ້າຮ່ວມງານ:
  • ເຂົ້າກຸ່ມວັອດແອັບຜ່ານ QR Code ດ້ານລຸ່ມ ເພື່ອຕິດຕາມການອັບເດດລາຍລະອຽດຕ່າງໆກ່ຽວກັບງານ
  • ປິດຮັບສະໝັກວັນທີ 26 ເມສາ 2024.