Select your language

ຄວາມເປັນມາຂອງສູນໄອທີ

ສູນເທັກໂນໂລຊີຂໍ້ມູນຂ່າວສານ ຫຼື ເອີ້ນຫຍໍ້ວ່າ ສູນໄອທີ ໄດ້ສ້າງຕັ້ງຂຶ້ນໃນເດືອນ ທັນວາ ປີ 2002, ໂດຍການແຍກອອກຈາກພະແນກແຜນການ ແລະ ຄຸ້ມຄອງຂໍ້ມູນ ຫ້ອງການສັງລວມ ຫຼື ຫ້ອງການມະຫາວິທະຍາໄລແຫ່ງຊາດໃນປັດຈຸບັນ;  ເຊິ່ງເປັນເສນາທິການທາງດ້ານ ICT ແລະ ​ເທັກ​ໂນ​ໂລ​ຊີ ​ສື່​ການ​ຮຽນ​-ການ​ສອນ ​ ໃຫ້​ແກ່​ມະຫາວິທະຍາ​ໄລ​​ແຫ່ງ​ຊາດ(ມຊ) ​ໃຫ້​ກ້າວທັນ​ກະ​ແສ​ເທັກ​ໂນ​ໂລ​ຊີ ການ​ສື່ສານ​ຂໍ້​ມູນ​ຂອງ​ພາກ​ພື້ນ ​ກໍ​ຄື​ສາກົນ.

ນັບແຕ່ໄດ້ສ້າງຕັ້ງມາ ສູນໄອທີ ໄດ້ດຳເນີນວຽກງານທາງດ້ານ ICT ບໍ່ວ່າຈະເປັນວຽກໂຄ່ງລ່າງ, ເຄື່ອຂ່າຍ, ພັດທະນາຊັອບແວ ລວມເຖິງການໃຫ້ບໍລິການໃນດ້ານຕ່າງໆ,  ເຊິ່ງ ໄດ້ແບ່ງອອກເປັນ 2 ໄລຍະດັ່ງນີ້:

ໄລຍະທີ1 (2002-2009).

ໃນໄລຍະນີ້ ແມ່ນໄລຍະເລີ່ມຕົ້ນຂອງສູນ ເຊິ່ງມີພະນັກງານທັງໝົດ 13 ຄົນ ພາຍໃຕ້ການບໍລິຫານຂອງ  ທ່ານ ປອ. ບຸນທົງ ວົງໄຊຍາ ແລະ ທ່ານ ວິຊິນ ມຸ່ງສິນ, ໃນນັ້ນໄດ້ແບ່ງອອກເປັນ 2 ພະແນກຄື: ພະແນກພັດທະນາເຄື່ອຂ່າຍ ແລະ ພະແນກຂໍ້ມູນ ແລະມາດຖານ.

ໃນເວລາດຽວກັນ ກໍແມ່ນໄລຍະເລີ່ມຕົ້ນຂອງການພັດທະນາ ແລະຂະຫຍາຍລະບົບເຄື່ອຂ່າຍທາງດ້ານ ICT ທຸກວິທະຍາເຂດ ທົ່ວ ມຊ  ໃຫ້ສາມາດເຊື່ອມຕໍ່ກັນໄດ້ ເພື່ອຄວາມສະດວກໃນການຕິດຕໍ່ພົວພັນໃນດ້ານຕ່າງໆ. ສູນໄອທີ ໄດ້ຮັບການຊ່ວຍເຫຼຶອລ້າຈາກໂຄງການ SIDA-Sarec ປະເທດສະວີເດັນ, ເຊິ່ງແມ່ນແຫຼ່ງທຶນຫຼັກໃນການພັດທະນາລະບົບ ICT ຂອງ ມຊ, ເຊິ່ງໂຄງການດັ່ງກ່າວແມ່ນໄດ້ເອົາພະນັກງານໄປເຝິກອົບຮົມທາງດ້ານ ICT ເຊັ່ນ: Backbone, Interactive-Space and Voice Over IP, NUOL-Internet Application Services .ແລະ ອື່ນໆ  ເພື່ອໃຫ້ສາມາດຄຸ້ມຄອງລະບົບ ICT ຂອງ ມຊ ໄດ້. ນອກຈາກນີ້ ສູນໄອທີ ຍັງໄດ້ຮ່ວມມືກັບກະຊວງ, ອົງກອນ ແລະ ບໍລິສັດຕ່າງໆ ພາຍໃນປະເທດ ເພື່ອພັດທະນາທາງດ້ານ ICT ເຊັ່ນ: ສຳນັກງານນາຍົກລັດຖະມົນຕີ (STEA), ສູນຄົ້ນຄວ້າກະສິກຳ-ປ່າໄມ້ (NAFRI).

ໄລຍະທີ2 (2009-ປັດຈຸບັນ).

ໃນໄລຍະທີ 2 ນີ້ ສູນໄອທີ ມີພະນັກງານທັງ 15 ຄົນ ພາຍໃຕ້ການບໍລິຫານຂອງ ທ່ານ ປອ. ພອນແກ້ວ ຈັນທະມາລີ, ທ່ານ ຄຳພັນ ສິດທະວົງ ແລະ ທ່ານ ທອງສະໝຸດ ສູນທະວົງ, ເຊິ່ງສູນໄອທີ ມີທັງໝົດ 3 ພະແນກຄື: ພະແນກຈັດຕັ້ງສັງລວມ ແລະບໍລິການ, ພະແນກພັດທະນາຊັອບແວ ແລະ ພະແນກເຄື່ອຂ່າຍ ແລະການຈັດການລະບົບ.


ພາລະບົດບາດ

1.1.  ສູນ​ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວສານ ​ເປັນ​ກອງ​ເສນາ​ທິການ​ ​ໃຫ້​ແກ່​ອະທິການ​ບໍດີ ​ໃນ​ການພັດທະນາ​ເຕັກ​ໂນ​ໂລ​ຊີ ການສື່ສານ​ຂໍ້​ມູນ ​ແລະເຕັກ​ໂນ​ໂລ​ຊີ​ສື່​ການ​ຮຽນ​-ການ​ສອນ ​ໃຫ້​ແກ່​ ມຊ ​ໃຫ້​ກ້າວທັນ​ກະ​ແສ​ເຕັກ​ໂນ​ໂລ​ຊີ ການ​ສື່ສານ​ຂໍ້​ມູນ​ຂອງ​ພາກ​ພື້ນ​ກໍ​ຄື​ສາກົນ.

1.2.  ພັດທະນາ​ສັບພະ​ຍາກອນ​ມະນຸດ​ ທາງ​ດ້ານ​ເທັກນິກວິທະຍາສາດຄອມ​ພິວ​ເຕີ ​ແລະ ເຕັກ​ໂນ​ໂລ​ຊີ ການ​ສື່ສານ​ຂໍ້​ມູນ ທັງ​ພາຍ​ໃນ ​ແລະ​ພາຍ​ນອກ​ ມຊ ດ້ວຍການຈັດເຝິກອົບຮົມ.

1.3.  ພັດທະນາ, ຕິດ​ຕັ້ງ, ບຳ​ລຸງຮັກສາ ​ແລະ​ຄຸ້ມ​ຄອງ​ລະບົບ​ເຄື່ອຂ່າຍ​ການ​ສື່ສານ​ຂໍ້​ມູນ ພາຍ​ໃນ ​ມຊ ​ແລະ​ເຮັດ​ໃຫ້​ເຄື່ອຂ່າຍ​ ການ​ສື່ສານ​ຂໍ້​ມູນທາງ​ດ້ານ​ການ​ສຶກສາ ​ແລະ​ການ​ຄົ້ນ​ຄວ້າ​ວິທະຍາສາດ​​ຂອງ ມຊ  ຕິດ​ຈອດ​ກັບ​ພາກ​ພື້ນ ​ແລະ​ສາກົນ, ພັດທະນາ Application Software ເພື່ອຮັບໃຊ້ການບໍລິຫານການສຶກສາ.

1.4.  ດຳ​ເນີນ​ການຄົ້ນ​ຄວ້າ​ວິທະຍາສາດ​ທາງ​ດ້ານເທັກນິກວິທະຍາສາດຄອມ​ພິວ​ເຕີ ​ແລະເຕັກ​ໂນ​ໂລ​ຊີການ​ສື່ສານ​ຂໍ້​ມູນ.

1.5  ດຳເນີນການບໍລິການວິຊາການທີ່ກ່ຽວຂ້ອງກັບການນຳໃຊ້ວິທະຍາສາດຄອມພິວເຕີ ແລະ ເທັກໂນໂລຊີການສື່ສານຂໍ້ມູນ.


ຂໍ້ມູນຕິດຕໍ່

ສູນເທັກໂນໂລຊີ-ຂໍ້ມູນຂ່າວສານ, ຫ້ອງ 107, ສຳນັກງານອະທິການບໍດີ, ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ
ຕູ້ໄປສະນີ 7322, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທລະສັບ: +856 21 740280

ແຟັກ: +856 21 770381

ອີເມລ: This email address is being protected from spambots. You need JavaScript enabled to view it.

ເວັບໄຊ: http://itc.nuol.edu.la