Select your language

ໃນວັນທີ 4 ພະຈິກ 2022ນີ້, ຫ້ອງການຄົ້ນຄວ້າວິທະຍາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ).ໄດ້ຈັດງານບຸນວິທະຍາສາດລະດັບຊາດຄັ້ງທີ IX ປະຈໍາປີ 2022 ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເປັນປະທ່ານຮ່ວມຂອງທ່ານ ປອ. ສິຣິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ. ເຂົ້າຮ່ວມມີທ່ານ ຮສ. ປອ. ສົມກຽດ ພຣະສີ ຮອງລັດຖະມົນຕີ ສຳນັກງານຍາຍົກລັດຖະມົນຕີ, ມີບັນດາທ່ານຮອງອະທິການບໍດີ ມຊ, ບັນດາທ່ານແຂກທີ່ຖືກເຊີນ, ບັນດາທ່ານຄະນະບໍດີ, ຫົວໜ້າຫ້ອງການ, ບັນດານັກຄົ້ນຄວ້າ, ພ້ອມດ້ວຍພະນັກງານ, ຄູ-ອາຈານທົ່ວ ມຊ. ເຂົ້າຮ່ວມ.

          ໃນພິທີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ໄດ້ກ່າວໃຫ້ຮູ້ວ່າ ການຈັດງານບຸນວິທະຍາສາດລະດັບຊາດຄັ້ງທີ IX ປະຈໍາປີ 2022 ແມ່ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 26 ປີ ( 5ພະຈິກ  1996 - 5 ພະຈິກ 2022) ແລະເພື່ອສ້າງໂອກາດໃຫ້ຄູ-ອາຈານ, ນັກຄົ້ນຄວ້າວິທະຍາສາດ, ນັກສຶກສາຂອງ ມຊ ແລະ ນັກວິທະຍາສາດ ຈາກພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດໄດ້ມີໂອກາດມາເຜີຍແຜ່ຜົນການຄົ້ນຄວ້າ, ໂຄສະນາຜົນງານ ແລະ ແລກປ່ຽນປະສົບການເຊິ່ງກັນ ແລະກັນ ແລະທ່ານ ກ່າວອີກວ່າ ປັດຈຸບັນ ມຊ ປະກອບມີ 5 ວິທະຍາເຂດ, 13 ຄະນະວິຊາ, 2 ສະຖາບັນ, 6 ສູນຄົ້ນຄວ້າວິທະຍາສາດ, ມີຫຼັກສູດລະດັບປະລິນຍາຕີ 118 ຫຼັກສູດ, ລະດັບປະລິນຍາໂທ 67 ຫຼັກສູດ, ແລະລະດັບປະລິນຍາເອກ 6  ຫຼັກສູດ ແລະ ມີ 10  ກວ່າຫຼັກສູດ ທີ່ສອນເປັນພາສາຕ່າງປະເທດ ແລະ ສອນເປັນ 2 ພາສາ (ພາສາລາວ ແລະພາສາຕ່າງປະເທດ) ມີນັກສຶກສາທັງໝົດ 21,613 ຄົນ, ຍິງ 10,740 ຄົນ; ມີພະນັກງານ, ຄູ-ອາຈານທັງໝົດ 1,763 ຄົນ, ຍິງ 824 ຄົນ, ໃນນັ້ນ ມີນັກຄົ້ນຄວ້າວິທະຍາສາດ 1,100 ກວ່າຄົນ; ພະນັກງານ ແລະ ຄູອາຈານ ທີ່ຈົບປະລິນຍາເອກ 186 ຄົນ, ຍິງ 41 ຄົນ, ຈົບປະລິນຍາໂທ 956, ຍິງ 408 ຄົນ; ຕໍາແໜ່ງວິຊາການລະດັບສາດສະດາຈານ ມີ 5 ຄົນ, ຍິງ 1 ຄົນ, ຮອງສາດສະດາຈານ 87 ຄົນ, ຍິງ 13 ຄົນ.

  ໃນໂອກາດກ່າວເປີດພິທີ ທ່ານ ປອ. ສິຣິອຸດົງ ສູນດາລາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມຊ. ທີ່ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານທັງໃນເວທີລະດັບຊາດ ແລະສາກົນ, ໂດຍສະເພາະ ໄດ້ຮ່ວມມື ແລະ ຍາດແຍ່ງໄດ້ຫຼາຍແຫຼ່ງທຶນໃນການຄົ້ນຄວ້າ, ໄດ້ສົ່ງບົດຄົ້ນຄວ້າລົງວາລະສານລະດັບສາກົນເປັນຈຳນວນຫຼວງຫຼາຍ, ໄດ້ຈັດກອງປະຊຸມລະດັບຊາດ ແລະ ລະດັບສາກົນໄດ້ຫຼາຍຄັ້ງ; ພິເສດ ມຊ ໄດ້ຈັດໂຄງການ ແລະ ເປີດກອງປະຊຸມຮ່ວມກັບ ຄະນະຈັດຕັ້ງສູນກາງພັກ, ສະພາແຫ່ງຊາດ, ກະຊວງທີ່ກ່ຽວຂ້ອງ ແລະ ຢູ່ທ້ອງຖິ່ນຕ່າງໆ, ເພື່ອຄົ້ນຄວ້າ ແລະຫາວິທີແກ້ໄຂ 2 ວາລະແຫ່ງຊາດ. ທ່ານຍັງກ່າວອີກວ່າ: ເພື່ອສ້າງ ມຊ. ໃຫ້ກາຍເປັນມະຫາວິທະຍາໄລແຫ່ງການຄົ້ນຄວ້າວິທະຍາສາດ ຫຼື Research University; ເພື່ອສ້າງ ມຊ ໃຫ້ກາຍເປັນສະຖານການສຶກສາຊັ້ນສູງ ທີ່ຖືກຮັບຮູ້ໃນພາກພື້ນ ແລະ ສາກົນ, ເຮັດໃຫ້ Ranking ຂອງ ມຊ ຢູ່ໃນລຳດັບທີ່ດີຂຶ້ນເທື່ອລະກ້າວ; ເພື່ອພັດທະນາຄຸນນະພາບການການສຶກສາ, ພັດທະນາການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳຂອງ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ ແລະ ໃຫ້ໂລກຮັບຮູ້; ມັນມີຄວາມຈຳເປັນຫຼາຍສຳລັບ ມຊ. ທີ່ຄວນໃຫ້ມີຈຸດສຸມໃນການສ້າງຄະນະວິຊາ ແລະ ສະຖາບັນ, ປັບປຸງວຽກບໍລິຫານໃຫ້ມີປະສິດທິພາບ, ຕ້ອງສຸມໃສ່ສ້າງຊັບພະຍາກອນສ້າງຄວາມເປັນເລີດໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ; ສ້າງນັກຄົ້ນຄວ້າໃຫ້ມີຄວາມຫ້າວຫັນ, ມີຈັນຍາບັນ-ຈັນຍາທໍາສູງ, ມີຫົວຄິດປະດິດສ້າງ, ມີຄວາມກ້າ ເພື່ອພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະໃຫ້ປະໂຫຍດສຸງສຸດແກ່ທຸກຝ່າຍ (stakeholders).

  ໃນງານດັ່ງກ່າວໄດ້ມີນັກຄົ້ນຄວ້າຂຶ້ນບັນຍາຍຫຼາຍຫົວຂໍ້ ເປັນຕົ້ນແມ່ນຫົວຂໍ້ “ຍຸດທະສາດການພັດທະນາຕົວເມືອງ ແລະໂຄງຮ່າງພື້ນຖານໃນ ສປປ ລາວ ເພື່ອເຊື່ອມໂຍງກັບພາກພື້ນຕາມໜຶ່ງແລວໜຶ່ງເສັ້ນທາງ”, ຫົວຂໍ້ “ແນວທາງນະໂຍບາຍການພັດທະນາ ການຄົ້ນຄວ້າວິທະຍາສາດ ຂອງ ສປປ ລາວ”,  “ການຮັບມືກັບເງິນເຟີ້ ແລະການຫຼຸດຄ່າຂອງເງິນກີບໃນ ສປປ ລາວ”, “ຄວາມປອດໄພຂອງເຂື່ອນ ແລະການພັດທະນາເຂື່ອນພະລັງງານໄຟຟ້າພະລັງນໍ້າແບບຢືນຍົງໃນ ສ ປປ ລາວ. ນອກຈາກນັ້ນ, ຍັງມີການນໍາສະເໜີບົດຄວາມວິຊາການ ແລະຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ “ການຄຸ້ມຄອງ ແລະສົ່ງເສີມດ້ານພະລັງງານ ແລະບໍແຮ່”, “ການຄຸ້ມຄອງຊັບພະຍາກອນນໍ້າແບບຢືນຍົງ”, “ເຕັກໂນໂລຊີການເພີ່ມຜົນຜະລິດກະສິກໍາ”, “ການພັດທະນາເສດຖະກິດ ແລະວັດທະນະທໍາ”, ຄວາມ
ຫຼາກຫຼາຍທາງຊີວະພາບເພື່ອການພັດທະນາແບບຢືນຍົງ”, “ນະວັດຕະກໍາດ້ານວິສະວະກໍາ ແລະສະຖາປັດຕະຍະກໍາ” ແລະ “ເຕັກໂນໂລຊີດ້ານການສຶກສາ”.

  ໃນງານຍັງມີການວາງສະແດງຜົນງານການຄົ້ນຄວ້າຂອງແຕ່ລະພາກສ່ວນທົ່ວ ມຊ. ໃຫ້ບັນດາທ່ານແຂກທີ່ເຂົ້າຮ່ວມງານໄດ້ຮັບຊົມອີກດ້ວຍ.

ພາບບັນຍາກາດ