ງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກປະຈຳປີ 2025 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ)ໂດຍສະຫະພາບເອີຣົບ ຮ່ວມກັບ ມຊ ແລະ ກຸ່ມອາສາສະໝັກໜ່ວຍປະຕິບັດການ ການສຶກສາ-ພັດທະນາ ແລະ ສິ່ງແວດລ້ອມ (SEED)ຈາກຄະນະວິທະຍາສາດສິ່ງແວດລ້ອມ ແລະມີການມາຮ່ວມເປີດບູດແນະນຳຈາກອົງການສາກົນຕ່າງໆຫຼາຍຫວ່າ 20 ອົງການ ທີ່ເຮັດວຽກຕິດພັນກັບຂົງເຂດສິ່ງແວດລ້ອມ, ໂດຍການເຂົ້າຮ່ວມງານຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຜູ້ຕາງໜ້າຈາກສະຫະພາບເອີຣົບ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກອົງການອາຫານໂລກ, ແຂກຖືກເຊີນ, ອົງການຈັດຕັ້ງສາກົນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກຈັດຂຶ້ນພາຍໃຕ້ຄຳຂວັນ: “ຈົ່ງຊ່ວຍກັນຫຼຸດຜ່ອນມົນລະພິດທາງ ປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະສົດໃສ” ໂດຍເນັ້ນໃຫ້ເຫັນບັນຫາເລັ່ງດ່ວນຂອງມົນລະພິດຈາກປລາສະຕິກ ແລະການຫາແນວທາງແກ້ໄຂ ເພື່ອຫຼຸດຜ່ອນການນຳໃຊ້ປລາສະຕິກ ພ້ອມທັງສົ່ງເສີມການນຳກັບໄປຜະລິດຄືນໃໝ່ ເພື່ອອະນາຄົນທີ່ສະອາດ ແລະ ຍືນຍົງຂຶ້ນ.
ໃນພິທີ, ທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ ໄດ້ຂຶ້ນຜ່ານສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະວັນສິ່ງແວດລ້ອມແຫ່ງຊາດ ໂດຍມີເນື້ອໃນວ່າ: ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ; ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະວັນສິ່ງແວດລ້ອມແຫ່ງຊາດໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງປີນີ້ວັນສິ່ງແວດລ້ອມໂລກແມ່ນຄົບຮອບ 52 ປີ ແລະວັນສິ່ງແວດລ້ອມແຫ່ງຊາດແມ່ນຄົບຮອບ26ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ ແລະຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະຮ່ວມແຮງຮ່ວມໃຈກັນຫຼຸດຜ່ອນການນຳໃຊ້ພລາສຕິກ ແລະແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສິ່ງແວດລ້ອມທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນາໆພັນ. ສໍາລັບປີນີ້ສາທາລະນະລັດເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກພາຍໃຕ້ຄຳຂວັນທີ່ວ່າ“ການຫຼຸດຜ່ອນມົນລະພິດພລາສຕິກໃນທົ່ວໂລກ”. ສໍາລັບ ສປປ ລາວ. ພວກເຮົາກໍໄດ້ຮ່ວມກັບປະເທດຕ່າງໆໃນທົ່ວໂລກສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກແລະວັນສິ່ງແວດລ້ອມແຫ່ງຊາດ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະລັດຖະບານລາວໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມກັນແກ້ໄຂບັນຫາສິ່ງແວດລ້ອມທີ່ເສື່ອມໂຊມສົ່ງຜົນກະທົບຕໍ່ເສດຖະກິດ, ການດໍາລົງຊີວິດຂອງມວນມະນຸດ ແລະສິ່ງທີ່ມີຊີວິດຢູ່ໃນໂລກ, ເພື່ອປ້ອງກັນໄພພິບັດ ແລະປັບຕົວເຂົ້າກັບກັບສະພາບການປ່ຽນແປງດິນຟ້າອາກາດຊຶ່ງໃນປີນີ້ ສປປ ລາວ. ໄດ້ກໍານົດຄໍາຂວັນວັນສິ່ງແວດລ້ອມຄື“ຫຼຸດຜ່ອນມົນລະພິດທາງພລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະສົດໃສ”.
ພີ່ນ້ອງຮ່ວມຊາດທີ່ຮັກແພງ; ປັດຈຸບັນປະຊາກອນໂລກໃນທຸກພາກພື້ນກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການອັນເນື່ອງມາຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະການປ່ຽນແປງຂອງສະພາບດິນຟ້າອາກາດເປັນຕົ້ນບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກໃນຊຸມປີຜ່ານມາ,ສັງຄົມເຮົາໄດ້ມີການຜະລິດ ແລະນໍາໃຊ້ຜະລິດຕະພັນທີ່ຜະລິດ ແລະຫຸ້ມຫໍ່ດ້ວຍພລາສຕິກເພີ່ມຂຶ້ນໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາລວມທັງ ສປປ ລາວ ຊຶ່ງເປັນການສ້າງຂີ້ເຫຍື້ອສິ່ງເສດເຫຼືອທີ່ເປັນພິດເພີ່ມຂຶ້ນ ແລະກາຍເປັນບັນຫາໃຫຍ່ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ. ຕາມຂໍ້ມູນຫຼ້າສຸດເຫັນວ່າການນຳໃຊ້ພລາສຕິກໃນທົ່ວໂລກໄດ້ມີການເພີ່ມຂຶ້ນຫຼາຍເທົ່າໂຕຈາກ 6.8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນໃນປີ 2024,ໃນນັ້ນມີພຽງແຕ່ 9%ຖືກນຳມາໃຊ້ຄືນໃໝ່,12%ແມ່ນນຳໄປຈູດເຜົາ ແລະ79%ແມ່ນຖືກນໍາໄປຝັງດິນໃນສະໜາມຂີ້ເຫຍື້ອ ແລະມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີການກໍາຈັດຢ່າງຖືກວິທີ.
ສິ່ງເສດເຫຼືອຈາກພລາສຕິກມີການຍ່ອຍສະຫຼາຍຍາກ ຊຶ່ງໂດຍທົ່ວໄປຈະໃຊ້ເວລາປະມານ400–450ປີ. ບັນຫາຂີ້ເຫຍື້ອພລາສຕິກສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າ, ດິນ ແລະການຈູດເຜົາໄດ້ກໍ່ໃຫ້ເກີດມົນລະພິດທາງອາກາດ, ດິນແລະນໍ້ານັບມື້ນັບຫຼາຍ ແລະຮຸນແຮງຂຶ້ນອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງສິ່ງທີ່ມີຊີວິດໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍພິດທໍາລາຍຊັ້ນບັນຍາກາດເຮັດໃຫ້ເກີດພາວະໂລກຮ້ອນດັ່ງທີ່ພວກເຮົາພວມປະເຊີນນໍາກັນດັ່ງທຸກມື້ນີ້.
ປະຊາຊົນລາວສ່ວນຫຼາຍຍັງມີຄວາມຊິນເຄີຍໃນການນຳໃຊ້ພລາສຕິກເຂົ້າໃນການດຳລົງລົງຊີວິດປະຈຳວັນນັບມື້ມີຈຳນວນເພີ່ມຂຶ້ນໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະຕາມສະຖານທີ່ທ່ອງທ່ຽວຕ່າງໆແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນ ແລະການທໍາລາຍຢ່າງຖືກວິທີ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ.
ຕໍ່ສະພາບການດັ່ງກ່າວ, ລັດຖະບານມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມໂດຍໄດ້ກໍານົດໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານແຫ່ງຊາດກ່ຽວກັບການຄຸ້ມຄອງພລາສຕິກຂອງ ສ ປປ ລາວ ປີ 2024-2030 ໄປພ້ອມກັບການຜັນຂະຫຍາຍມາເປັນລະບຽບການ, ຄູ່ມືແນະນໍາເພື່ອຄວບຄຸມ, ຫຼຸດຜ່ອນ ແລະກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນ, ກໍໄດ້ເຊື່ອມສານວຽກງານສິ່ງແວດລ້ອມເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆເປັນຕົ້ນ: ການສຶກສາ,ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະອື່ນໆໃຫ້ແກ່ການຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະທ້ອງຖິ່ນເພື່ອແກ້ໄຂບັນຫາມົນລະພິດພລາສະຕິກ ແລະຟື້ນຟູສະພາບແວດລ້ອມຢູ່ ສ ປປ ລາວ. ນອກຈາກນັ້ນກໍມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ,ອົງການຈັດຕັ້ງສັງຄົມເພື່ອປູກຈິດສໍານຶກໃຫ້ສັງຄົມ ແລະສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະຫຼຸດຜ່ອນມົນລະພິດຈາກພລາສະຕິກ ກໍຄື ການປະກອບສ່ວນແກ້ໄຂຮ່ວມກັນກັບປະຊາຄົມໂລກໄປພ້ອມກັບການສົ່ງເສີມການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະຍືນຍົງ ຊຶ່ງເປັນລະບົບເສດຖະກິດເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າເສດຖະກິດ-ສັງຄົມທີ່ຈະເລີນຮຸ່ງເຮືອງກັບການມີສິ່ງແວດລ້ອມທີ່ດີແມ່ນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຄົມໂລກແລະປະຊາຊົນລາວທັງຊາດ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ; ປະຊາຊົນລາວເຮົາມີປະເພນີ-ວັດທະນະທຳອັນເປັນມູນເຊື້ອອັນດີງາມໃນການດໍາລົງຊີວິດທີ່ຕິດພັນກັບທໍາມະຊາດ ແລະວັດສະດຸໃນທຳມະຊາດນໍາໃຊ້ເຂົ້າໃນການປຸງແຕ່ງອາຫານ, ຢາປົວພະຍາດ, ເຄື່ອງໃຊ້ປະຈໍາວັນ ເປັນຕົ້ນຜະລິດຕະພັນທາງເລືອກຈາກໃບໄມ້, ຕົ້ນໄມ້. ສະນັ້ນ, ເນື່ອງໃນໂອກາດວັນສິ່ງແວດລ້ອມປີນີ້, ຂ້າພະເຈົ້າ ຮຽກຮ້ອງໃຫ້ພວກເຮົາພ້ອມໃຈກັນກັບຄືນມານຳໃຊ້ພູມປັນຍາທ້ອງຖິ່ນອັນລ້ຳຄ່າຂອງຊາດລາວເຮົາເພື່ອເປັນການສົ່ງເສີມຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມໂດຍຫັນມານໍາໃຊ້ຜະລິດຕະພັນທາງເລືອກທີ່ບໍ່ທຳລາຍສິ່ງແວດລ້ອມ, ເພື່ອເຮັດໃຫ້ການປະຕິບັດຄາດໝາຍການຫຼຸດຜ່ອນນຳໃຊ້ພລາສຕິກ ໄດ້ຮັບການຈັດຕັ້ງປະຕິບັດ ແລະຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມລາວ ເປັນເຈົ້າການໃນການຮ່ວມກັນແຍກປະເພດຂີ້ເຫຍື້ອ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍແລະປະຕິບັດ 3 ຫຼັກການຄື: (1)ຫຼຸດປະລິມານການນຳໃຊ້, (2)ນຳກັບມາໃຊ້ຄືນ, (3)ນໍາໄປຜະລິດຄືນໃໝ່, ໄປພ້ອມກັບການປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດເພື່ອສ້າງປະເທດລາວໃຫ້ກາຍເປັນປະເທດທີ່ຂຽວສະອາດງາມຕາ. ທ້າຍນີ້, ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະວັນສິ່ງແວດລ້ອມແຫ່ງຊາດໃນປີນີ້ພາຍໃຕ້ຄໍາຂວັນ “ຫຼຸດຜ່ອນມົນລະພິດທາງພລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະສົດໄສ” ຈົ່ງເປັນຂະບວນຟົດຟື້ນ ແລະມີຜົນສຳເລັດຢ່າງຈົບງາມ.
ພ້ອມນັ້ນ, ພາຍໃນງານຍັງມີກິດຈະກຳທີ່ແຂ່ງຂັນແນວຄວາມຄິດ ແລະ ນະວັດຕະກຳການແກ້ໄຂບັນຫາສິ່ງແວດລ້ອມ ແລະການນຳສະເໜີກ່ຽວກັບອົງການຈັດຕັ້ງສາກົນກ່ຽວກັບສິ່ງແວດລ້ອມໃນແຕ່ລະໂຄງການອີກດ້ວຍ.