Select your language

ໃນວັນທີ 6 ມີຖຸນາ 2025 ຄະນະອັກສອນສາດ(ຄອສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດການແຂ່ງຂັນຂົວພາສາຈີນສໍາລັບນັກສຶກສາຂັ້ນມະຫາວິທະຍາໄລ ຄັ້ງທີ 24 ທີ່ສະໂມສອນສະຖາບັນຂົງຈື ມຊ, ໂດຍການເປັນປະທານຂອງທ່ານ ຮສ.ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ຕູ້ສາງຊິງ ຫົວໜ້າຫ້ອງການທູດການເມືອງສະຖານທູດ ສປ ຈີນ ປະຈໍາລາວ. ທ່ານ ເສິນເຊຍຊິນ ຫົວໜ້າທະນາຄານ ICBC ສາຂານະຄອນຫຼວງ, ທ່ານ ຜູ້ອໍານວຍການສະຖາບັນຂົງຈືສອງຝ່າຍ ລາວ-ຈີນ, ຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານຄູອາຈານ ມີບັນດາສະຖາບັນການສຶກສາຊັ້ນສູງ ທີ່ມີການຮຽນ-ການສອນເປັນພາສາຈີນໄດ້ສົ່ງນັກສຶກສາເຂົ້າຮ່ວມການແຂ່ງຂັນຢ່າງເປັນຂະບວນການຟົດຟື້ນ, ໂດຍມີນັກສຶກສາຈາກ ພາກວິຊາພາສາຈີນ ຄອສ, ສະຖາບັນຂົງຈື ມຊ, ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ(ມສ), ມະຫາວິທະຍາໄລ ລາວຊູໂຈວ ແລະ ວິທະຍາໄລບໍລິຫານຄຸ້ມຄອງຮັງທ່າວເຂົ້າຮ່ວມທັງໝົດ 18 ຄົນ ແລະເພື່ອຄັດເລືອກເອົາພຽງ 1 ຄົນເທົ່ານັ້ນເປັນຜູ້ຕາງໜ້າ ສປປ ລາວ ໄປແຂ່ງຂັນໃນເວທີສາກົນທີ່ ສປ ຈີນ.

ການແຂ່ງຂັນໄດ້ແບ່ງອອກເປັນ 3 ພາກຄື: ການເວົ້າພາສາຈີນ, ການຕອບຄໍາຖາມ ແລະການສະແດງສິລະປະ, ເຊິ່ງການແຂ່ງຂັນຂົວພາສາຈີນໃນປີນີ້ ນັກສຶກສາ ສາຂາ ຄູພາສາຈີນ ຈາກສະຖາບັນຂົງຈື ສາມາດສ້າງຜົນງານໄດ້ຢ່າງພົ້ນເດັ່ນໂດຍແມ່ນ ທ້າວ ກາເຢັ້ງຊົ່ງ ເຍ່ຍຈົວ ສາມາດຍາດໄດ້ລາງວັນຊະນະເລີດ (ລາງວັນທີ 1) ແລະ ນາງ ປິຍະດາ ແສງອະໄພ ຍາດໄດ້ລາງວັນຮອງຊະນະເລີດ (ລາງວັນທີ 2). ເຊິ່ງຜູ້ທີ່ໄດ້ຮັບລາງວັນຊະນະເລີດ ຍັງຈະເປັນຕົວແທນຂອງນັກສຶກສາຂອງ ສປປ ລາວ ໄປຮ່ວມແຂ່ງຂັນຂົວພາສາຈີນ ທົ່ວໂລກທີ່ຈັດຂຶ້ນທີ່ປະເທດຈີນ. ເຊິ່ງຜົນສໍາເລັດດັ່ງກ່າວຖືເປັນຜົນສໍາເລັດອັນຍິ່ງໃຫຍ່ ແລະສ້າງຊື່ສຽງໃຫ້ແກ່ ມຊ ໃນເວທີສາກົນ.

ພາບບັນຍາກາດ