Select your language

ໃນຕອນເຊົ້າ ວັນທີ 09 ພຶດສະພາ 2025 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຕໍາແໜ່ງອະທິການບໍດີ ແລະຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II ມຊ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານຕາງໜ້າຈາກສູນກາງພັກ, ຈາກກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ, ມີບັນດາຮອງອະທິການບໍດີ, ມີບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ,  ໂຮງຮຽນ, ໂຮງໝໍ, ຫົວໜ້າພາກວິຊາ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ມຊ. ພ້ອມດ້ວຍພະນັກທີ່ກ່ຽວຂ້ອງເຂົ້າຮ່ວມ.

      ໃນພິທີ ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດ ຂອງນາຍົກລັດຖະມົນຕີ, ສະບັບເລກທີ 252/ນຍ, ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ເປັນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 253/ນຍ, ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ຮສ.ປອ ສີທອງ ທອງມະນີວົງເປັນ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ.

      ໃນພິທີອັນມີຄວາມໝາຍສໍາຄັນນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ໄດ້ໃຫ້ກຽດຂຶ້ນມອບລໍາລັດ ຂອງນາຍົກລັດຖະມົນຕີ ພ້ອມດ້ວຍປະດັບທະນູບ່າ ໃຫ້ແກ່ທ່ານ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະທ່ານ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ທີ່ໄດ້ຮັບການແຕ່ງຕັ້ງໃໝ່. ຂະນະດຽວກັນ ທ່ານກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ; ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ທ່ານທີ່ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີແລະເປັນຄະນະບໍດີ ທັງໃນອະດີດ ແລະປັດຈຸບັນ ເວົ້າສະເພາະກໍຄື ບັນດາການນໍາຂັ້ນຕ່າງໆຂອງ ມຊ ແມ່ນລ້ວນແຕ່ໄດ້ຖຸ້ມເທເຫື່ອແຮງ ແລະສະຕິປັນຍາເຂົ້າໃນການພັດທະນາ ມຊ ດ້ວຍຄວາມເອົາໃຈໃສ່ ແລະມີຄວາມຮັບຜິດຊອບສູງ, ອັນໄດ້ເຮັດໃຫ້ ມຊ ໄດ້ຮັບການພັດທະນາຢ່າງຮອບດ້ານ. ເປັນຜູ້ທີ່ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະລັດຖະບານ, ເປັນຜູ້ທີ່ຢຶດໝັ້ນໃນແນວທາງປ່ຽນແປງໃໝ່ຂອງພັກ ແລະປະຕິບັດຕາມຫຼັກການ ແລະລະບອບວິທີເຮັດວຽກແບບລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະບຸກຄົນຮັບຜິດຊອບ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດໃນການນຳໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະກໍາລັງແຮງສັງລວມທັງຢູ່ພາຍໃນ ແລະພາຍນອກເຂົ້າໃນການພັດທະນາ ມຊ; ເວົ້າສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ຢູ່ໃນປະເທດເຮົາ; ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ມຊ ແລະຄະນະບໍດີ ຄະນະປ່າໄມ້ ຜູ້ໃໝ່ ຈົ່ງກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງໂລກ, ສະພາບດ້ານເສດຖະກິດພາຍໃນປະເທດ ພ້ອມທັງເອົາໃຈໃສ່ພັດທະນາລະບົບການບໍລິຫານ, ວຽກງານການດ້ານວິຊາການ ຂອງ ມຊ ໃຫ້ມີຄວາມເຂັ້ມແຂງ ແລະເອົາໃຈໃສ່ ຕີຖອຍບັນຫາປະກົດການຫຍໍທໍ້ຂອງສັງຄົມ ກໍຄື ປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນ ມຊ, ສືບຕໍ່ເຮັດວຽກງານແນວຄິດການເມືອງໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາໃຫ້ກວ້າງຂວາງຂຶ້ນຕື່ມ. ເຊິ່ງກະຊວງສຶກສາທິການ ແລະກີລາແມ່ນໃຫ້ເອົາໃຈໃສ່ພັດທະນາຄຸນນະພາບການສຶກສາ ກໍຄືພັດທະນາຊັບພະຍາກອນມະນຸດ ພ້ອມທັງເອົາໃຈໃສ່ວຽກງານການຄົ້ນຄວ້າໃຫ້ກວ້າງຂວາງອີກຕື່ມອີກ.