Select your language

ໃນວັນທີ 5 ເມສາ 2024 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມເສີມສ້າງຄວາມເຂັ້ມແຂງການຄຸ້ມຄອງ ແລະການນຳພາໃນດ້ານການເງິນ ຂອງພາກການສຶກສາຊັ້ນສູງໃນອາຊີ (Advancing Strategic Management, Leadership and Fundraising in Higher Education in Asia) ຫຼື ASTRA ແລະ ສູນ Research and Development (R&D) Innovation Center ທີ່ໂຮງແຮມ Crowne Plaza, ໂດຍການເປັນປະທານ ຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ແລະທ່ານ Vincent Vire ຫົວໜ້າຫ້ອງການ ການຮ່ວມມືຈາກສະຫະພາບ ອີຍູ, ມີທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນທີ່ປະຊຸມ ທ່ານ ຮສ. ນາງ ພັນພະສາ ຫຼອມຈັນທະລາ ຫົວໜ້າສູນ Research and Development (R&D) Innovation Center ໄດ້ນຳສະເໜີກ່ຽວກັບໂຄງການ ASTRA ເຊິ່ງໄດ້ເລີ່ມເປີດຢ່າງເປັນທາງການໃນວັນທີ 4 ເມສາ 2023 ຜ່ານມາ, ເຊິ່ງຕັ້ງຢູ່ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມຊ ໂດຍມີຈຸດປະສົງ ເພື່ອສະໜັບສະໜູນການດຳເນີນງານຂອງສະຖາບັນການສຶກສາຊັ້ນສູງໃນປະເທດລາວ ແລະ ໄທ ໂດຍການເພີ່ມຂີດຄວາມສາມາດ ຂອງບຸກຄະລາກອນໃນການເຂົ້າເຖິງແຫຼ່ງທຶນ ຜ່ານການໃຊ້ປະໂຫຍດຈາກໂປຣແກຣມການຄົ້ນຄວ້າ ແລະ ພັດທະນາ ທີ່ໄດ້ຮັບທຶນຈາກຜູ້ໃຫ້ທຶນທີ່ກ່ຽວຂ້ອງ ແລະ ຜ່ານການສະໜອງການບໍລິການໃຫ້ຄໍາປຶກສາທີ່ທັນສະໄໝ ແກ່ລູກຄ້າເອກະຊົນ.  ຕະຫຼອດໄຍລະຂອງການຈັດຕັ້ງປະຕິບັດໂຄງການແມ່ນໄດ້ດໍາເນີນການຄົ້ນຄວ້າຢ່າງ​ເລິກເຊິ່ງ ​ແລະ ລົງພາກ​ສະໜາມຕົວຈິງ​ກ່ຽວ​ກັບ​ຄວາມ​ຕ້ອງການສະເພາະຂອງ​ການປົກຄອງ, ຮູບແບບ​ການ​ເງິນ ​ແລະ ​ໂອກາດ​ການ​ລະດົມໃນ​ຂົງ​ເຂດ ICT ​ແລະ ວິທະຍາສາດ​ສັງຄົມ ​ໃນ​ສະພາບ​ແວດ​ລ້ອມ​ການ​ສຶກສາ​ຊັ້ນ​ສູງ​ຂອງ​ປະເທດລາວ ​ແລະ ​ໄທ; ພັດທະນາ ແລະ ວາງແຜນໂປຣແກຣມການເຝິກອົບຮົມແບບປະສົມປະສານ ເພື່ອຮັບປະກັນວ່າ HEIs ແລະ ບຸກຄະລາກອນທີ່ມີຄວາມສາມາດຂອງເຂົາເຈົ້າມີຄວາມພ້ອມທາງດ້ານຄວາມຮູ້, ທັກສະ ແລະ ຊັບພະຍາກອນທີ່ຈໍາເປັນເພື່ອຄຸ້ມຄອງ ແລະຈັດຕັ້ງປະຕິບັດຍຸດທະສາດການລະດົມທຶນ ແລະ ຈັດ​ຕັ້ງ​ໂປຣແກຣມ​ສ້າງ​ຄວາມ​ສາມາດ​ຂະໜາດ​ໃຫຍ່, ​ໂດຍ​ຈະ​ສຸມ​ໃສ່​ການ​ຖ່າຍ​ທອດ​ຄວາມ​ຮູ້ ​ແລະ ຄວາມ​ຊຳນານ​ຈາກ​ບັນດາ​ຜູ້​ຊ່ຽວຊານ EU ​ໃຫ້​ແກ່​ຄູ​ເຝິກ​ຂອງ 4 ມະຫາວິທະຍາ​ໄລ ​ຈາກ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ພ້ອມທັງສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນານະວັດຕະກຳໃໝ່ 4 ແຫ່ງ (ໜຶ່ງໃນມະຫາວິທະຍາໄລຈາກປະເທດລາວ ແລະ ໄທ), ຮັບປະກັນການດຳເນີນງານແບບຍືນຍົງ ແລະ ການເຂົ້າເຖິງ​ໂປຣແກຣມທີ່ໄດ້ຮັບທຶນຈາກຜູ້ໃຫ້ທຶນ.

ໂດຍມີການຮ່ວມມືກັບມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສົງຂາ (ປະເທດໄທ), ມະຫາວິທະຍາໄລຊຽງໄໝ່ (ປະເທດໄທ) ແລະໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກມະຫາວິທະຍາໄລ Degli Studi Firenze (ປະເທດອີຕາລີ); ໄດ້ຮັບການສະໜັບສະໜູນດ້ານ ICT ຈາກມະຫາວິທະຍາໄລບໍລິຫານທຸລະກິດ Athens (ປະເທດເກຼັກ) ພ້ອມນັ້ນກໍໄດ້ຮັບທຶນການສະໜັບສະໜູນຈາກ Symplexis (Greece) ແລະ BK Consult (Germany) ໂດຍພາຍໃຕ້ການຮ່ວມມືໂຄງການ Erasmus+ 

ໃນທີ່ປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ໂຄງການ, ການໃຫ້ຄຳປຶກສາ ແລະເຝິກອົບຮົມຂອງສູນ (R&D) Innovation Center ໂດຍທ່ານ ຮສ. ປອ. ວິຣິຍະສັກ ສີສຸພັນທອງ ຈາກ ຄສບ; ຮັບຟັງການບັນຍາຍໃນຫົວຂໍ້ ຜົນກະທົບຂອງໂຄງການ Erasmus+  ຕໍ່ກັບການສ້າງຄວາມເຂັ້ມແຂງຂອງການສຶກສາຊັ້ນສູງຂອງ ສປປ ລາວ ໂດຍທ່ານ ປອ. ສຸບິນ ສີສະຫວັດ ຈາກຫ້ອງການພົວພັນຕ່າງປະເທດ ມຊ ແລະຫົວຂໍ້ເສວະນາກ່ຽວກັບ “ກໍ່ສ້າງການເຊື່ອມໂຍງ” ສູ່ຄວາມເຂັ້ມແຂງໃຫ້ສະຖາບັນການສຶກສາຊັ້ນສູງໂດຍຜ່ານການໃຫ້ບໍລິການດ້ານວິຊາການ ແລະການເຝິກອົບຮົມ ICT ແລະວິທະຍາສາດສັງຄົມ.

ພາບບັນຍາກາດ