Select your language

ໃນວັນທີ 5 ເມສາ 2024 ຜ່ານມາ, ຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນການສຶກສາຫຼັງປະລິນຍາຕີ ປະຈຳຊຸດການສຶກສາ 2022-2024 ທີ່ຄະນະຂອງຕົນ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ແຫຼມທອງ ລັດດາວົງ ຄະນະບໍດີ ຄວທ,  ມີບັນດາແຂກຖືກເຊີນ, ຄູ-ອາຈານ, ພະນັກງານ ແລະນັກສຶກສາເຂົ້າຮ່ວມ.

          ໃນພິທີ, ທ່ານ ນາງ ພູວັນ ສຸກສົມຫວັງ ຫົວໜ້າພະແນກການສຶກສາຫຼັງປະລິນຍາຕີ ຄວທ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຮຽນ-ການສອນ ແລະຜົນສຳເລັດການສຶກສາ ລະດັບປະລິນຍາໂທວິທະຍາສາດ ປະຈຳຊຸດຮຽນ 2022-2024 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄວທ ເປີດສອນຫຼັກສູດໃນລະດັບປະລິນຍາໂທ ມາແຕ່ປີ 2007 ເປັນຕົ້ນມາ, ສາຂາທີ່ເປີດການຮຽນ-ການສອນເປັນສາຂາທຳອິດແມ່ນປະລິນຍາໂທ ສາຂາ ຄະນິດສາດ; ໃນປັດຈຸບັນ ຄວທ ມີຫຼັກສູດປະລິນຍາໂທທັງໝົດ 9 ສາຂາ (ຫຼັກສູດແບບທົ່ວໄປ 6 ສາຂາ ແລະ ຫຼັກສູດແບບຄົ້ນຄວ້າ 3 ສາຂາຄື: ສາຂາ ຊີວະວິທະຍາສາດ, ສາຂາ ເຄມີ ແລະຟີຊິກສາດນຳໃຊ້); ມີຫຼັກສູດປະລິນຍາເອກ 2 ສາຂາຄື: ສາຂາ ຟີຊິກນຳໃຊ້ ແລະສາຂາຊີວະວິທະຍາ ແລະມີນັກສຶກສາທັງໝົດ 83 ຄົນ. ໃນນັ້ນ ເປັນນັກສຶກສາໃນລະດັບປະລິນຍາໂທ 79 ຄົນ ຍິງ 17 ຄົນ ແລະນັກສຶກສາປະລິນຍາເອກ 4 ຄົນ. ສຳລັບຊູດສຶກສາ 2022-2024 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 31 ຄົນ ຍິງ 10 ຄົນ ຈາກ 5 ສາຂາ ວິຊາຄື: ສາຂາ ຊີວະວິທະຍາ, ວິທະຍາສາດຄອມພີວເຕີ, ຟີຊິກນຳໃຊ້ຮູບແບບຄົ້ນຄວ້າ, ສາຂາ ຊີວະແບບຄົ້ນຄວ້າ, ສາຂາ ເຄມີແບບຄົ້ນຄວ້າ.

          ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ມອບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ ຜູ້ສໍາເລັດການສຶກສາ ດັ່ງກ່າວ ໂດຍການມອບຂອງທ່ານ ຮສ. ສິນທະວອນ ດາລາວົງ ແລະພ້ອມທັງມອບໃບຍ້ອງຍໍໃຫ້ແກ່ນັກສຶກສາຜູ້ທີ່ມີຜົນງານດີເດັ່ນຕະຫຼອດຊູດການສຶກສາຜ່ານມາທັງໝົດ 8 ຄົນ ຍິງ 2 ຄົນ.

ພາບບັນຍາກາດ