Select your language

ໃນຕອນບ່າຍ ວັນທີ 28 ມີນາ 2024 ທີ່ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມລາຍງານການກະກຽມຄວວາມພ້ອມຂອງ ມຊ ໃນການເປັນເຈົ້າພາບຈັດງານແຂ່ງຂັນກີລາ ມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 5 – 14 ພຶດສະພາ 2024 ທີ່ຈະມາເຖິງນີ້, ໂດຍການເປັນປະທານຂອງທ່ານ ຮສ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ຮອງປະທານຈັດງານແຂ່ງຂັນ ກີລາມະຫາວິທະຍາໄລລາວຄັ້ງທີ 2 (ຝ່າຍ ມຊ), ມີຮອງປະທານ, ມີຫົວໜ້າ ແລະຜູ້ຕາງນ້າຈາກອະນຸກຳມະການຮັບຜິດຊອບໃນວຽກງານດ້ານຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ໃນທີ່ປະຊຸມ ກອງເລຂາໄດ້ລາຍງານສະພາບລວມຂອງການກະກຽມຄວາມພ້ອມຂອງ ມຊ ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້, ເຊິ່ງ ມຊ ຈະສົ່ງນັກກີລາເຂົ້າຮ່ວມແຂ່ງຂັນທັງໝົດ 11 ປະເພດກີລາປະກອບມີ: 1. ບານເຕະ ຍິງ-ຊາຍ; 2. ບານສົ່ງ (ບານສົ່ງຫາດຊາຍ ແລະ ບານສົ່ງໃນຮົ່ມ); 3. ກະຕໍ້ຫວາຍ; 4. ເປຕັງ; 5. ແລ່ນ-ລານ; 6. ເທຄວັນໂດ; 7. ຍູໂດ; 8. ບານບ້ວງ; 9. ປັນຈະສີລັດ; 10. ດອກປີກໄກ່ ແລະ 11. E-Sport; ລວມນັກກີລາທັງໝົດ ປະມານ 217 ຄົນ, ຍິງ 98 ຄົນ; ພ້ອມນນັ້ນ ຍັງມີຄະນະຮັບຜິດຊອບລວມ ແລະຄູເຝິກຈຳນວນ 168 ກວ່າຄົນ. ເຊິ່ງປັດຈຸບັນ ນັກກີລາແຕ່ລະປະເພດກຳລັງກະກຽມການເຝິກຊ້ອມ ທາງດ້ານເຕັກນິກ ແລະວີທີການຫຼິ້ນ ໃນແຕ່ລະປະເພດກີລາ ມີຄວາມພ້ອມຫຼາຍກວ່າ 60 % ເຊິ່ງສະໜາມທີ່ໃຊ້ເຝິກຊ້ອມຫຼັກ ແມ່ນສະໜາມກີລາກາງ ມຊ, ເດີນບານສົ່ງຄະນະວິທະຍາສາດສັງຄົມ ແລະສະໜາມກີລາອື່ນໆ.