Select your language

ນຕອນເຊົ້າ ຂອງວັນທີ 28 ມີນາ 2024 ຜ່ານມາ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ)  ໄດ້ຈັດງານວັນນັດພົບແຮງງານ ຄສບ ຄັ້ງທີ 11 ຂຶ້ນ ທີ່ເດີ່ນຈອດລົດ ຕໍ່ໜ້າ ຄສບ ໂດຍການເຂົ້າຮ່ວມ ຕັດແຖບຜ້າເປີດງານ ຂອງທ່ານ ຄຳພັນ ພົມມະຈັນ ຮອງຄະນະບໍດີ ຄສບ, ທ່ານ ຮສ. ອູ່ຄຳ ສີສູນົນທ໌ ຫົວນ້າພະແນກຄຸ້ມຄອງນັກສຶກສາ ຄສບ ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ, ຕາງໜ້າຈາກບໍລິສັດ ແລະນັກສຶກສາເຂົ້າຮ່ວມ.

          ຈຸດປະສົງຂອງການຈັດງານ ບໍລິສັດສາມາດສະໜອງຂໍ້ມູນ ຂອງບໍລິສັດ, ການເຝິກງານ ແລະ ການໃຫ້ຂໍ້ມູນຕຳແໜ່ງວ່າງ ໃຫ້ແກ່ນັກສຶກສາ ແລະ ຜູ້ຢ້ຽມຊົມງານ ທີ່ມີຄວາມສົນໃຈໃນໜ້າທີ່ ແລະ ຄວາມຮັບຜິດຊອບໃນຕຳແໜ່ງເຫຼົ່ານັ້ນ. ບໍລິສັດສາມາດສອບສຳພາດ ແລະ ຮັບຮູ້ພະນັກງານບົ່ມຊ້ອນທີ່ກຳລັງສຶກສາຢູ່ ພ້ອມນັ້ນ, ເພື່ອໃຫ້ນັກສຶກສາທີ່ສຶກສາຢູ່ ແລະ ຈົບໃໝ່ສາມາດເຂົ້າເຖິງຂໍ້ມູນຕ່ຳແໜ່ງວ່າງ (ທັງເຕັມເວລາ ແລະ ວຽກເສີມ) ແລະ ສົ່ງໃບສະໝັກພ້ອມຊີວະປະຫວັດ (CV) ຂອງຕົນໃຫ້ບໍລິສັດ. ອີກດ້ານໜຶ່ງ, ນັກສຶກສາທີ່ກຳລັງສຶກສາຢູ່ ສາມາດເຂົ້າເຖິງຂໍ້ມູນການເຝິກງານຂອງບໍລິສັດ ແລະ ສາມາດກຽມຄວາມພ້ອມຂອງຕົນເພື່ອລົງເຝິກງານ, ເພີ່ມທະວີການຮ່ວມມື ລະຫວ່າງຄະນະວິຊາ ແລະ ບັນດາບໍລິສັດ ໂດຍການເຊີນບັນດາຄະນະວິຊາ ແລະ ສະຖາບັນຕ່າງໆ ເພື່ອເຂົ້າຮ່ວມອອກຮ້ານວາງສະແດງຫຼັກສູດການຮຽນ - ການສອນ, ເສີມສ້າງທັກສະດ້ານຕ່າງໆໃຫ້ແກ່ຜູ້ທີ່ຊອກຫາວຽກເຮັດງານທຳ ແລະ ພະນັກງານຫ້ອງການຕ່າງໆ ໂດຍການຈັດເຝິກປະຕິບັດໃນຫົວຂໍ້ທີ່ໜ້າສົນໃຈຕ່າງໆ. ການຈັດງານໃນຄັ້ງນີ້ແມ່ນດຳເນີນໂດຍໜ່ວຍງານໃຫ້ຄຳແນະນຳທາງດ້ານອາຊີບ (Career Counseling Office) ເຊິ່ງເປັນ 1 ໃນໜ່ວຍງານທີ່ຂຶ້ນກັບ ຄສບ ໜ່ວຍງານດັ່ງກ່າວ ມີບົດບາດສໍາຄັນໃນການໃຫ້ບໍລິການ ແລະ ຊ່ວຍເຫຼືອນັກສຶກສາໃນການຊອກຫາວຽກເຮັດງານທຳ.

ງານວັນນັດພົບແຮງງານຄັ້ງທີ 11 ມີບໍລິສັດເຂົ້າຮ່ວມເປີດບູດເພື່ອຮັບສະໝັກພະນັກງານທັງໝົດ 35 ບໍລິສັດ ພ້ອມນັ້ນ ພາຍໃນງານມີກິດຈະກຳການເປີດເຝິກອົບຮົມໃນຫົວຂໍ້: ການເຝິກຂຽນ CV ຮັບສະໝັກພະນັກງານ, ການສຳພາດແນວໃດໃຫ້ຖືກໃຈ HR ແລະມີເວທີສົນທະນາແລກປ່ຽນໃນຫົວຂໍ້ທີ່ກ່ຽວກັບແຮງງານທີ່ໜ້າສົນໃຈ. ເຊິ່ງງານດັ່ງກ່າວໄດ້ຈັດຂືຶ້ນເປັນເວລາ 3 ວັນແຕ່ວັນທີ 28-30 ມີນາ 2024 ຈຶ່ງໄດ້ປິດລົງ.

ພາບບັນຍາກາດ