Select your language

ໃນຕອນເຊົ້າ ຂອງວັນທີ 27 ມີນາ 2024 ນີ້, ຄະນະຊັບພະຍາກອນນໍ້າ(ຄຊນ) ມະຫາວິທະຍາໄລແຫ່ງຊາດ(ມຊ)ໄດ້ຈັດກອງປະຊຸມ ດໍາເນີນຫຼາຍກິດຈະກໍາຂຶ້ນ ທີ່ຫ້ອງປະຊຸມ ສໍານັກງານຄະນະບໍດີ ຂອງຄະນະຕົນ, ໂດຍການເປັນປະທານ ຂອງທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ມີທ່ນ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຄະນະບໍດີ ຄຊນ, ມີບັນດາຮອງຄະນະບໍດີ, ຫົວໜ້າພາກ, ຮອງພາກວິຊາ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ໃນກອງປະຊຸມໄດ້ດໍາເນີນ 4 ກິດຈະຄໍາສໍາຄັນຄື: ກິດຈະກໍາທີ 1.ຈັດປະຖົມນິເທດໃຫ້ນັກສຶກສາໃໝ່ ປະລິນຍາເອກ ສາຂາ ການຄຸ້ມຄອງຊັບພະຍາກອນນໍ້າ ຮຸ່ນທີ 1 ຈໍານວນ 09 ຄົນ, ນັກສຶກສາ ປະລິນຍາໂທ ສາຂາ ການຄຸ້ມຄອງ ຊັບພະຍາກອນນໍ້າ ແບບປະສົມປະສານ ຮຸ່ນທີ 7, ຈໍານວນ 07 ຄົນ, ນັກສຶກສາ ປະລິນຍາໂທ ສາຂາ ອຸທົກກະສາດ ເພື່ອການຄຸ້ມຄອງຊັບພະຍາກອນນໍ້າ ຮຸ່ນທີ 4, ຈໍານວນ 03 ຄົນ; ບັນຍາຍໂດຍ ທ່ານ ອຈ. ປອ. ແກ້ວດວງໃຈ ແກ້ວຄໍາຜຸຍ  ຮອງຄະນະບໍດີ ຄຊນ ຜູ້ຊີ້ນໍາວຽກງານການສຶກສາຫຼັງປະລິນຍາຕີ,  ທ່ານ ປທ.ນາງ ບຸນນໍາ ຊົມວິມານ ຮອງຫົວໜ້າຫ້ອງການສຶກສາຫຼັງປະລິນຍາຕີ ມຊ ແລະ ໄດ້ບັນຍາຍ ຫົວຂໍ້: 1. ທີ່ຕັ້ງ ແລະ ພາລະບົດບາດຫ້ອງການ ຫຼັງປະລິນຍາຕີ, 2. ໂຄງປະກອບການຈັດຕັ້ງ, 3. ຫຼັກສູດຫຼັງປະລິນຍາຕີ ມຊ,  ນັກສຶກສາຫຼັງປະລິນຍາຕີ ມຊ, ຂໍ້​ຕົກ​ລົງ ວ່າ​ດ້ວຍ ​ນັກ​ສຶກສາລະດັບຫຼັງປະລິນຍາຕີ ​(ສະບັບ​ປັບປຸງ ປີ 2022) ແລະ ທ່ານ ຮສ. ປທ. ນາງ ສົມສະໜຸກ ສີລິນບຸນທັນ ຫົວໜ້າພະແນກ ການສຶກສາຫຼັງປະລິນຍາຕີ ຄຂນ,  ບັນຍາຍຫົວຂໍ້: ການຮຽນ-ການສອນ ການສຶກສາລະດັບຫຼັງປະລິນຍາຕີ ຄຊນ ແລະ ຂັ້ນຕອນກ່ອນການສໍາເລັດການສຶກສາ ຂອງນັກສຶກສາ ປະລິນຍາເອກ ແລະ ປະລິນຍາໂທ.

          ກິດຈະກໍາທີ 2. ມອບປະກາສະນີຍະບັດໃຫ້ແກ່ ນັກສຶກສາປະລິນຍາໂທ ທີ່ສໍາເລັດການສຶກສາ ສົກສຶກສາ 2023-2024, ລວມທັງໝົດ ມີ 08 ຄົນ, ຍິງ 01 ຄົນ; ໃນ 2 ສາຂາຄື: ສາຂາ ການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ ມີ 06 ຄົນ ແລະ ສາຂາ ອຸທົກກະສາດເພື່ອການຄຸ້ມຄອງຊັບພະຍາກອນນໍ້າ ຈໍານວນ 02 ຄົນ, ຍິງ 0 ຄົນ, ໂດຍການເປັນກຽດມອບ ຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ.  

         ກິດຈະກໍາທີ 3.  ເປີດຫຼັກສູດປະລິນຍາເອກ ສາຂາ ການຄຸ້ມຄອງຊັບພະຍາກອນນໍ້າ ໂດຍໄດ້ຮັບການອະນຸມັດ ​​ຂໍ້​ຕົກລົງ ຈາກລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ວ່າດ້ວຍການຮັບຮອງ ແລະອະນຸມັດນໍາໃຊ້ຫຼັກສູດ ປະລິນຍາເອກ ຊັບພະຍາກອນນໍ້າ ສາຂາ ການຄຸ້ມຄອງຊັບພະຍາກອນນໍ້າ, ​ສະບັບເລກທີ 5092/ສສກ, ລົງວັນທີ 19 ກັນຍາ 2023. ແລະໄດ້ຮັບການອະນຸມັດ ​​ຂໍ້​ຕົກລົງ ຈາກ​ອະທິການບໍດີ ມຊ ກ່ຽວ​ກັບ​ການ​ອະນຸມັດ ​ເປີດ​ສອນ​​ຫຼັກສູດປະລິນຍາ​ເອກ ຄຊນ​, ​ສະບັບເລກທີ 4049/ມຊ, ລົງວັນທີ 19 ກັນຍາ 2023. ເຊິ່ງ ຄະນະຊີ້ນໍາ ຄຊນ ເຫັນດີເປັນເອກະພາບ ຈັດຕັ້ງເປີດການຮຽນ-ການສອນ ເລີ່ມແຕ່ເດືອນ ມີນາ (3) ປີ 2024 ເປັນຕົ້ນໄປ, ໂດຍມີການຄັດເລືອກເອົານັກສຶກສາ ຕາມມາດຖານເງື່ອນໄຂທີ່ລະບູໄວ້ໃນຫຼັກສູດ ໄດ້ຈໍານວນ  09 ຄົນ, ຍິງ 1 ຄົນ.

         ກິກຈະກໍາທີ 4 ແມ່ນ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOA) ລະຫວ່າງ ຄຊນ ແລະ ຄະນະວິສະວະກໍາສາດ ມະຫາວິທະຍາໄລ ມະຫາສາລະຄາມ ປະເທດໄທ; ຝ່າຍ ຄຊນ. ມຊ ເຊັນໂດຍ ທ່ານ ຮສ.ປອ. ອຸ່ນຫຼ້າ ສີວັນເພັງ ຄະນະບໍດີ; ຝ່າຍ ຄະນະວິສະວະກໍາສາດ ມະຫາວິທະຍາໄລ ມະຫາສາລະຄາມ ເຊັນໂດຍ ທ່ານ ຮສ. ດຣ. ຈັກກາມາດ ລາວຫາວານິດ ຄະນະບໍດີ; ເຊິ່ງເນື້ອໃນຂອງບົດບັນທຶກ ແມ່ນທັງສອງຝ່າຍ ຈະໄດ້ສ້າງສາຍພົວພັນຮ່ວມມື ທາງດ້ານວິຊາການເຊັ່ນ: ດ້ານການຄົ້ນຄວ້າວິທະຍາສາດ, ດ້ານການຮຽນ-ການສອນ ແລະການແລກປ່ຽນບົດຮຽນຂອງບຸກຄະລາກອນພະນັກງານ ແລະນັກສຶກສາໃຫ້ມີຄວາມຮູ້ກວ້າງໄກ(ໄລຍະເວລາຂອງສັນຍາ ກຳນົດ 05 ປີ). ໂດຍ ຊ້ອງໜ້າ ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ ແລະ ທ່ານ ສຈ. ດຣ. ອານົງລິດ ແຂງແລງ (Prof. Dr. Anongrit KANGRANG) ຮອງອະທິການບໍດີ ມະຫາວິທະຍາໄລມະຫາສາລະຄາມ (ປະເທດໄທ) ແລະ ມີຄະນະອາຈານ ທີ່ກ່ຽວຂ້ອງຈາກ ມະຫາວິທະຍາໄລ ມະຫາສາລະຄາມ ແລະຄະນະອາຈານຈາກ ຄຊນ. ມຊ ເຂົ້າຮ່ວມ.

ພາບບັນຍາກາດ